ທັດສະນະຄະຕິແບບນັກໂຕ້ຄື້ນ “Surfer Mindset” ການໄຂວ່ຄວ້າໂອກາດໃນເວລາທີ່ເໝາະສົມ


ເຄີຍຫຼືບໍ່? ການທີ່ມີໂອກາດໃຫຍ່ເຂົ້າມາໃນຊີວິດ ແຕ່ກໍບໍ່ສາມາດໄຂວ່ຄວ້າເອົາມັນໄດ້, ຈຶ່ງເຮັດໄດ້ພຽງລໍຖ້າໂອກາດໃໝ່ຕໍ່ໄປ ແຕ່ກໍບໍ່ຮູ້ວ່າຈະອີກດົນເທົ່າໃດ ຫຼື ຄວາມຈິງແລ້ວເຮົາຄວນຈະຄວ້າທຸກໂອກາດເອົາໄວ້ກ່ອນ? ເຊິ່ງຖ້າເຮົາໄປລອງສຶກສາເບິ່ງວ່າ ຜູ້ທີ່ປະສົບກັບຄວາມສຳເລັດໃນຊີວິດບໍ່ວ່າຈະເປັນນັກທຸລະກິດ ຫຼື ສາຍງານອື່ນໆມັກຈະມີຕົວແປອັນໜຶ່ງທີ່ເຂົ້າມາປ່ຽນພວກເຂົາເຫຼົ່ານັ້ນກໍຄື “ໂອກາດ”. ໂດຍຄົນທີ່ປະສົບກັບຄວາມສຳເລັດນັ້ນມັກພົບກັບໂອກາດທີ່ຍິ່ງໃຫຍ່ ແລະ ສາມາດໄຂວ່ຄວ້າເອົາມັນໄວ້ໄດ້ໃນຈັງຫວະເວລາທີ່ເໝາະສົມ. ແລະໃນມື້ນີ້ເຮົາຈະພາໄປຮູ້ຈັກກ່ຽວກັບທັດສະນະຄະຕິຂອງນັກໂຕ້ຄື້ນ ຫຼື “Surfer Mindset” ການໄຂວ່ຄວ້າໂອກາດໃນຈັງຫວະເວລາທີ່ເໝາະສົມ.

Alexis Ohanian ຜູ້ຮ່ວມກໍ່ຕັ້ງຂອງ Reddit, ເຄືອຂ່າຍສັງຄົມອອນລາຍສັນຊາດອາເມຣິກາທີ່ມີມູນຄ່າສູງທີ່ສຸດໃນໂລກ ໄດ້ອອກມາແບ່ງປັນແນວຄິດ “Surfer Mindset” ໃຫ້ກັບນັກສຶກສາທີ່ມະຫາວິທະຍາໄລ Virginia, ເພື່ອເປັນແນວຄິດທີ່ຈະຊ່ວຍໃຫ້ພວກເຂົາສາມາດປະສົບຄວາມສຳເລັດໄດ້ທັງໃນເລື່ອງຂອງຊີວິດປະຈຳວັນ ແລະ ທຸລະກິດຕ່າງໆ. ເພາະຫຼາຍໆຄົນທີ່ປະສົບຜົນສຳເລັດໃນການເລີ່ມຕົ້ນທຸລະກິດ ລວມທັງການຂະຫຍາຍທຸລະກິດ, ໂດຍສິ່ງທີ່ສໍາຄັນກໍຄື ພວກເຂົາເຫຼົ່ານີ້ຈະຮູ້ແຈ້ງກ່ຽວກັບ ການໄຂວ່ຄວ້າໂອກາດທີ່ຖືກຕ້ອງໃນເວລາທີ່ເໝາະສົມ.

Alexis Ohanian ກ່າວວ່າ: ການມີທັດສະນະຄະຕິ ຫຼື ແນວຄິດແບບນັກໂຕ້ຄື້ນນັ້ນ ຈະຊ່ວຍໃຫ້ພວກເຮົາສາມາດປະສົບໃນເລື່ອງຕ່າງໆ, ເພາະນັກໂຕ້ຄື້ນນັ້ນຕ້ອງໃຊ້ທັງຄວາມອົດທົນ, ການມີສະມາທິ ແລະ ຄວາມສະຫງົບໃນການຕັດສິນໃຈທີ່ຈະເຂົ້າໄປປະເຊີນກັບຄື້ນຂອງນ້ຳຢ່າງເໝາະສົມ ແລະ ຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບຄື້ນທີ່ເປັນອັນຕະລາຍຕໍ່ຕົນເອງ. ຄ້າຍຄືກັນກັບການເຮັດວຽກໃນຊີວິດປະຈໍາວັນຂອງພວກເຮົາທີ່ມັກຈະພົບກັບໂອກາດທີ່ເໝາະສົມ ຖ້າພາດມັນໄປກໍຕ້ອງຖ້າໂອກາດໃໝ່ໆໃນຄັ້ງຕໍ່ໄປ ແຕ່ກໍຢ່າໄດ້ເສຍໃຈກັບໂອກາດທີ່ຜ່ານໄປແລ້ວ ເພາະມັນຈະເຮັດໃຫ້ເຮົາພາດກັບໂອກາດໃໝ່ໆທີ່ດີກວ່າ. ເພາະສະນັ້ນ ພວກ​ເຮົາ​ຕ້ອງ​ຮຽນ​ຮູ້​ຈາກ​ຄວາມ​ລົ້ມ​ເຫຼວ​ໃນ​ອະດີດ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ແລະ ກ້າວ​ຜ່ານຄວາມ​ເສຍ​ໃຈ​ໃນ​ອະດີດ ​ເພື່ອ​ນຳ​ເອົາ​ບົດຮຽນ​ເຫຼົ່າ​ນັ້ນ​ໄປ​ໃຊ້​ກັບ​ໂອກາດ​ໃນ​ອະນາຄົດ.

ແຕ່ວ່າຂະບວນການທີ່ເກີດຂຶ້ນໃນຂະນະທີ່ລໍຖ້ານັ້ນບໍ່ແມ່ນເລື່ອງທີ່ງ່າຍຄືກັບເຮົາຄິດ, ເນື່ອງຈາກພວກເຮົາຈະຕ້ອງພົບກັບຄວາມຄິດ, ຄວາມຜິດຫວັງ ແລະ ບັນຍາກາດອ້ອມຂ້າງທີ່ເຂົ້າມາເຮັດໃຫ້ຈິດໃຈຂອງເຮົາຢູ່ແບບບໍ່ເປັນສຸກຕະຫຼອດເວລາ. ດັ່ງນັ້ນ Surfer Mindset ຈຶ່ງເປັນການລໍຖ້າໂອກາດທີ່ສົມແລ້ວຄວ້າມັນໄວ້ ໂດຍທີ່ຕົວເຮົາເອງບໍ່ໝົດໄຟໄປເສຍກ່ອນ.

ສຳລັບນັກໂຕ້ຄື້ນທີ່ຈະປະສົບຜົນສຳເລັດນັ້ນບໍ່ໄດ້ມາຈາກເຕັກນິກໃນການໂຕ້ຄື້ນທີ່ສົມບູນແບບພຽງຢ່າງດຽວ. ເພາະຄື້ນທີ່ມາຈາກທຳມະຊາດເຮັດໃຫ້ເຮົາສາມາດຄາດເດົາໄດ້ຍາກ ນັກໂຕ້ຄື້ນຈຶ່ງຕ້ອງໄປມີການປ່ຽນແປງໄປຕາມຄື້ນຢູ່ຕະຫຼອດເວລາ. ດັ່ງນັ້ນເຮົາຈຶ່ງຈະມາເຈາະເລິກແນວຄິດໃນການຂັບເຄື່ອນໄປສູ່ຄວາມສຳເລັດນີ້ເພື່ອນຳໄປໃຊ້ພັດທະນາຕົນເອງໃນໂລກຂອງທຸລະກິດ.

  1. ຄວາມສາມາດໃນການປັບຕົວ: ເຊັ່ນດຽວກັນກັບນັກໂຕ້ຄື້ນທີ່ສາມາດປັບຕົວເຂົ້າກັບຄື້ນທີ່ປ່ຽນແປງໄດ້, Surfer Mindset ຈະເນັ້ນໄປທີ່ການປັບຕົວເມື່ອຕ້ອງປະເຊີນກັບຄວາມບໍ່ແນ່ນອນໃນຊີວິດ ແລະ ສົ່ງເສີມແນວທາງທີ່ມີຄວາມຫົດຢືດໃນການທ້າທາຍ ແລະ ການປ່ຽນແປງ.
  2. ຄວາມຫົດຢືດ: ນັກໂຕ້ຄື້ນຮຽນຮູ້ທີ່ຈະຟື້ນຕົວຫຼັງຈາກທີ່ຖືກນ້ຳຊັດອອກໄປ, Surfer Mindset ແມ່ນຈະໃຫ້ຄວາມສໍາຄັນກັບຄວາມຫົດຢືດ ໂດຍຈະສອນໃຫ້ພວກເຮົາອົດທົນເພື່ອກ້າວຜ່ານຄວາມລົ້ມເຫຼວ ແລະ ສິ່ງທີ່ທ້າທາຍຕໍ່ໄປໃນຄວາມຄິດທີ່ເປັນເຊີງບວກ
  3. ການມີສະຕິ: ການໂຕ້ຄື້ນນັ້ນຈະຕ້ອງມີສະຕິ ແລະ ຈົດຈໍ່ຢູ່ກັບປັດຈຸບັນ, Surfer Mindset ຈະສົ່ງເສີມການມີສະຕິ, ກະຕຸ້ນໃຫ້ຜູ້ຄົນຮຽນຮູ້ສິ່ງໃໝ່ໆຢ່າງເຕັມທີ່ ແລະ ມີສ່ວນຮ່ວມໃນແຕ່ລະໄລຍະເວລາ. ແທນທີ່ຈະຢູ່ຈົມກັບອະດີດ ຫຼື ກັງວົນກ່ຽວກັບອະນາຄົດ
  4. ການເຊື່ອມຕໍ່ກັບທໍາມະຊາດ: ນັກໂຕ້ຄື້ນຈະຕ້ອງມີຄວາມເຊື່ອມໂຍງກັບມະຫາສະໝຸດຢ່າງເລິກເຊິ່ງ, Surfer Mindset ໄດ້ສົ່ງເສີມໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ຮູ້ເຖິງຂໍ້ດີ ແລະ ເສຍຂອງມັນ, ເຂົ້າໃຈເຖິງບົດບາດຂອງຕົວເຮົາເອງໃນສະພາບແວດລ້ອມທີ່ໃຫຍ່ຂຶ້ນ
  5. ຄວາມກ້າຫານ ແລະ ການທີ່ຈະຜະຈົນໄພ: ການຫຼິ້ນໂຕ້ຄື້ນກ່ຽວຂ້ອງກັບການໂຕ້ຄື້ນທີ່ຊົງພະລັງ, Surfer Mindset ຈະກະຕຸ້ນໃຫ້ເຮົາມີຄວາມກ້າຫານ ແລະ ກ້າທີ່ຈະສ່ຽງໃນການພັດທະນາຕົນເອງ ເພື່ອກ້າວຂ້າມອອກຈາກກອບທີ່ຢູ່ແລ້ວໄປປະເຊີນກັບໂລກທີ່ໃຫຍ່ຂຶ້ນ
  6. ຄວາມສົມດູນ: ການຫຼິ້ນໂຕ້ຄື້ນຈະຕ້ອງມີຄວາມສົມດູນທັງທາງກາຍ ແລະ ຈິດໃຈ, Surfer Mindset ສົ່ງເສີມແນວທາງໃນການໃຊ້ຊີວິດທີ່ສົມດຸນອັນໄດ້ແກ່: ຄວາມສົມດຸນລະຫວ່າງຊີວິດ ແລະ ການເຮັດວຽກ, ຄວາມສົມດຸນທາງດ້ານອາລົມ ແລະ ຊອກຫາຄວາມສົມດຸນຕ່າງໆໃນຊີວິດ

ໂດຍພື້ນຖານແລ້ວ, Surfer Mindset ແມ່ນການໃຊ້ຊີວິດດ້ວຍທັດສະນະຄະຕິໃນທາງບວກ ແລະ ກ້າທີ່ຈະຜະຈົນໄພ, ມີການປັບຕົວເມື່ອຕ້ອງປະເຊີນກັບສິ່ງທ້າທາຍ, ຮູ້ຈັກຮຽນຮູ້ ແລະ ປ່ອຍວາງ, ສາມາດປັບຕົວ ແລະ ເພີ່ມພະລັງບວກໃຫ້ແກ່ຕົນເອງເພື່ອຕໍ່ສູ້ຕໍ່ໄປໄດ້.

ທີ່ມາ:

youtube

entrepreneur

missiontothemoon

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/