ໄທກຽມຊຸກຍູ້ການສົ່ງອອກ ສິນຄ້າກະສິກຳໄປຈີນ ຜ່ານທາງລົດໄຟ ລາວ-ຈີນ


ທ່ານ ເກນິກາ ອຸ່ນຈິດ ຮອງໂຄສົກລັດຖະບານປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງປະເທດໄທ ເຜີຍວ່າ ລັດຖະບານໄທ ກຳລັງກຽມຊຸກຍູ້ການສົ່ງອອກ ສິນຄ້າກະສິກຳໄປຈີນ ຜ່ານທາງລົດໄຟ ລາວ-ຈີນ ໃນເດືອນທັນວານີ້.

ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ແມ່ນ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ບັນດາ​ອົງການ​ພາກ​ລັດ ​ແລະ ​ເອກະ​ຊົນ ​ເພື່ອ​ສຳ​ເລັດ​ເອກະສານ​ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ພາສີ, ທີ່​ເປີດ​ເສັ້ນທາງ​ການ​ຄ້າ​ຈາກ​ໄທ​ໄປ​ຍັງ​ລາວ, ຈີນ ​ແລະ ​ຢູໂຣບ.

ໂດຍຂະບວນການດັ່ງກ່າວ ກຳລັງຖືກຊຸກຍູ້ຈາກຫຼາຍພາກສ່ວນ ທັງ​ກະຊວງ​ການ​ຄ້າ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ກະສິກຳ ​ແລະ ສະຫະກອນ, ອົງການ​ການ​ຕະຫຼາດ​ເພື່ອ​ຊາວ​ກະສິກອນ ​ແລະ PTT.

ທ່ານ ເກນິກາ ກ່າວ​ວ່າ ສິ່ງ​ນີ້​ຈະ​ສ້າງ​ເຄືອ​ຂ່າຍ​ການ​ຂົນ​ສົ່ງ​ທີ່​ເຂັ້ມ​ແຂງ​ຂຶ້ນ​ເພື່ອ​ການ​ຄ້າ​ຂ້າມ​ຊາຍ​ແດນ, ​ເຮັດ​ໃຫ້​ການ​ເຂົ້າ​ເຖິງ​ສິນຄ້າ​ກະສິກຳ​ຂອງ​ໄທ​ໃນ​ຕະຫຼາດ​ໂລກ​ກວ້າງຂວາງຂຶ້ນ.

ຮອງໂຄສົກ ຍັງກ່າວອີກວ່າ, “ມັນ​ເປັນ​ການ​ດີ​ທີ່​​ອົງການ​ຫຼັກ​ໃນ​ຂະ​ແໜງ​ກະ​ສີ​ກຳ​ໄດ້​ເຮັດ​ວຽກ​ງານ​ຂະ​ຫຍາຍ​ຕະ​ຫຼາດ​ຜະ​ລິດ​ຕະ​ພັນ​ໄທ​ ໄປຫາບັນ​ດາ​ປະ​ເທດ​ເປົ້າ​ໝາຍຕາມເສັ້ນ​ທາງ​ລົດ​ໄຟ.”

ສປ ຈີນ​​ຢູ່​ໃນ​ຖາ​ນະ​ເປັນ​ຕະ​ຫຼາດ​ສົ່ງ​ອອກ​ກະ​ສິ​ກຳ​ໃຫຍ່​ທີ່​ສຸດ​ຂອງ​ໄທ, ໂດຍ​ມີ​ໝາກ​ມ່ວງ, ໝາກ​ກ້ວຍ, ໝາກ​ຖົ່ວລຽນ ​ແລະ ​ໝາກ​ໂມ​. ໂດຍມີຍອດການນຳເຂົ້າໝາກໄມ້ຈຳນວນນີ້ ກວມ​ເອົາ​ຢ່າງ​ໜ້ອຍ 20,000 ໂຕນ​ຕໍ່​ປີ.

​ໃນ​ຂະນະ​ທີ່​ຄວາມ​ຕ້ອງການ​ຂອງ​ຈີນ​ຕໍ່​ຜະລິດ​ຕະພັນ​ກະ​ເສດ​ຂອງ​ໄທ​ໄດ້​ເພີ່ມ​ຂຶ້ນ, ແຕ່ໄທກໍຍັງຕ້ອງໄດ້ພົບກັບຂໍ້​ຈຳກັດ​ດ້ານ​ການ​ຂົນ​ສົ່ງ​ ທີ່​ກີດຂວາງ​ຄວາມ​ຕ້ອງການ​ທີ່​ເພີ່ມ​ຂຶ້ນຂອງຈີນ ເຊັ່ນດຽວກັນ.

ທ່ານ​ ເກນິກາ ກ່າວວ່າ: “ເປົ້າ​ໝາຍ​ຂອງ​ລັດຖະບານ​ແມ່ນ​ເພື່ອ​ຂະຫຍາຍ​ຕະຫຼາດ​ຜະລິດ​ຕະພັນ ການ​ກະ​ເສດ ​ແລະ ​ເພີ່ມ​ລາຍ​ຮັບ​ຂອງ​ຊາວ​ກະສິກອນ​ໄທ ເຊິ່ງການ​ເຄື່ອນ​ໄຫວ​ດັ່ງກ່າວ​ຍັງ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ປະ​ເທດ.

​ເຖິງ​ວ່າ​ເສດຖະກິດ​ເຕີບ​ໂຕ​ຊ້າ​ກໍຕາມ, ​ແຕ່​ຈີນ​ຍັງ​ຄົງ​ເປັນ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ​ແລະ ​ເປັນ​ຕະຫຼາດ​ສົ່ງ​ອອກ​ທີ່​ສຳຄັນ​ຂອງ​ໄທ. ໂດຍໃນ 6 ເດືອນຕົ້ນປີ ໄທ ສົ່ງອອກສິນຄ້າໄປ ສປ ຈີນ ເພີ່ມຂຶ້ນ 4,5%, ໃນນັ້ນຕົ້ນຕໍ​ແມ່ນ​​ຜະລິດ​ຕະພັນການ​ກະ​ເສດ.

https://www.nationthailand.com/thailand/economy/40033241

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/