Karate Kid ມີຄົນມາຄັດເລືອກບົດນຳໃນຮູບເງົາຫຼາຍກວ່າ 10,000 ຄົນ


Karate Kid ຮູບເງົາໃນຕຳນານທີ່ເຊື່ອວ່າອາດເຄີຍຜ່ານຕາຫຼາຍຄົນມາແລ້ວ ໂດຍທາງ Sony Pictures ໄດ້ປະກາດເດີນໜ້າຂະບວນການຜະລິດຮູບເງົາເລື່ອງນີ້ ແລ້ວຍັງເປີດຄັດເລືອກນັກສະແດງໜ້າໃໝ່ເພື່ອມາຮັບບົດນຳ ແນ່ນອນຂ່າວນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ກັບຜູ້ທີ່ຈະມາເປັນ Daniel LaRusso ຄົນໃໝ່.

ຫຼັງຈາກຂ່າວການເປີດຄັດນັກສະແດງໜ້າໃໝ່ໄດ້ເຜີຍແຜ່ອອກໄປ ກໍໄດ້ຮັບການຕອບຮັບເກີນຄາດ ເພາະມີຜູ້ສະໝັກເຂົ້າມາຄັດເລືອກໃນບົດນຳນີ້ຫຼາຍກວ່າ 10,000 ຄົນພາຍໃນມື້ທີ່ເປີດຮັບຄັດເລືອກນັກສະແດງ ແລະ ມີຜູ້ໃຫ້ຄວາມສົນໃຈຈາກທົ່ວທຸກສາລະທິດ.

ໂດຍທາງຜູ້ສ້າງຈະຊອກຫານັກສະແດງຊາຍທີ່ຕ້ອງມາຮັບບົດເປັນຊາວຈີນ ຫຼື ລູກຊອດຈີນ ອາຍຸປະມານ 12-17 ປີ ທີ່ສາມາດເວົ້າອັງກິດ ຖ້າສາມາດເວົ້າຈີນກາງໄດ້ຈະດີຫຼາຍ, ເປັນຄົນສະຫຼາດ, ມັກການຕໍ່ສູ້ ແລະ ມີທັກສະສິລະປະປ້ອງກັນຕົວຂະແໜງໃດກໍໄດ້ ຫຼື ຈະເປັນຄວາມສາມາດທາງດ້ານການເຕັ້ນລຳກໍໄດ້.

ແຟຣນຊາຍ ‘Karate Kid’ ເລີ່ມຕົ້ນເມື່ອປີ 1984 ເຊິ່ງໃນຮູບເງົາພາກທຳອິດກໍປະສົບຄວາມສຳເລັດຢ່າງຫຼວງຫຼາຍຈາກທຶນສ້າງພຽງແຕ່ 8 ລ້ານໂດລາ ແຕ່ສາມາດກວາດເງິນໄປຮອດ 90 ລ້ານໂດລາ ຈົນເຮັດໃຫ້ມີຮູບເງົາພາກຕໍ່ອອກມາອີກ 2 ເລື່ອງໃນປີ 1986 ແລະ 1989 ພ້ອມກັບການພະຍາຍາມສານຕໍ່ແຟຣນຊາຍນີ້ໃນປີ 1994 ອີກດ້ວຍ.

ຈົນກັບມາໃນປີ 2010 ກັບ ‘The Karate Kid’ ດ້ວຍການນຳມາຣີບູດຄັ້ງໃໝ່ທີ່ນຳສະແດງໂດຍ Jaden Smith ແລະ ໄດ້ Jackie Chan ມາຮັບບົດເປັນອາຈານ ເຊິ່ງຮູບເງົາເລື່ອງນີ້ກໍປະສົບຄວາມສຳເລັດຢ່າງມະຫາສານ ສາມາດກວາດລາຍໄດ້ທົ່ວໂລກໄປຮອດ 351 ລ້ານໂດລາ ຈາກທຶນສ້າງ 40 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/