ໜີ້ສະຫະລັດເພີ່ມຂຶ້ນຫຼາຍກວ່າ 100 ຕື້ໂດລາພາຍໃນ 15 ມື້ທີ່ຜ່ານມາ ກັງວົນສົ່ງຜົນຕໍ່ຊາວອາເມຣິກາຫຼາຍສິບລ້ານຄົນ ຖ້າບໍ່ສາມາດຊຳລະໄດ້ໃນໄວໆນີ້


ງົບດຸນຂອງລັດຖະບານສະຫະລັດກຳລັງ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ ໂດຍມີໜີ້ສິນເພີ່ມຂຶ້ນຫຼາຍກວ່າ 100 ຕື້ໂດລາພາຍໃນ 15 ມື້.

ຕົວເລກຫຼ້າສຸດຈາກລະບົບ FiscalData ຂອງລັດຖະບານຊີ້ໃຫ້ເຫັນວ່າ ໜີ້​ຂອງປະເທດໄດ້ມີການ​ເພີ່ມ​ຂຶ້ນ​ຈາກ 33,637 ພັນ​ຕື້​ໂດ​ລາ​ໃນ​ຕົ້ນ​ເດືອນ​ພະຈິກ​ເປັນ 33,740 ພັນ​ຕື້​ໂດ​ລາ​ໃນ​ວັນ​ທີ 16 ພະຈິກ, ເຊິ່ງ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 102,17 ຕື້​ໂດ​ລາ.

ໂດຍຕົວເລກດັ່ງກ່າວໄດ້ເຮັດໃຫ້ນັກວິເຄາະໃນວໍຊິງຕັນອອກມາຕັກເຕືອນກ່ຽວກັບສະຖານະການເງິນຂອງອາເມຣິກາ, ໂດຍ EJ Antoni ຈາກ Heritage Foundation ໄດ້ກ່າວວ່າ ຝ່າຍບໍລິຫານ Biden ເມີນເສີຍຕໍ່ຄໍາເຕືອນຈາກໜ່ວຍງານຈັດລໍາດັບ ແລະ ການໃຊ້ຈ່າຍແບບ “ບໍ່ສົນຫຍັງເລີຍ”.

“ໂລກກໍາລັງຕື່ນຂຶ້ນມາພົບກັບຄວາມເປັນຈິງທີ່ອາດຈະສົ່ງຜົນກະທົບຕໍ່ຊາວອາເມຣິກາຫຼາຍສິບລ້ານຄົນ. ຖ້າຫາກລັດຖະບານຍັງບໍ່ສາມາດຊຳລະໜີ້ໄດ້ໃນໄວໆນີ້.

ສະຖານະ​ການ​ດ້ານ​ການ​ເງິນ​ກຳລັງເຂົ້າວິກິດການຮ້າຍແຮງຢ່າງໄວວາ ຈົນ​ເຮັດ​ໃຫ້ທ່າອ່ຽງໜີ້​ສິນ​ຂອງ​ສະຫະລັດມີການປັບຕົວຫຼຸດລົງສອງສາມມື້ກ່ອນໜ້ານີ້ ແລະທຸກໆຢ່າງນັ້ນກໍຊ້າເກີນໄປແລ້ວ, ໂດຍສະຖານະການນີ້ຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຜູ້ເສຍພາສີ ແລະ ຜູ້ຖືພັນທະບັດ, ລວມທັງຜູ້ທີ່ກອງທຶນເງິນບໍານານອີກດ້ວຍ”

EJ Antoni ຍັງຢ້ຳອີກວ່າ ດອກເບ້ຍປະຈໍາປີສໍາລັບໜີ້ສິນຂອງລັດຖະບານກາງໃນປັດຈຸບັນແມ່ນຫຼາຍກວ່າ 1 ພັນຕື້ໂດລາ ແລະ ກຳລັງເພີ່ມຂຶ້ນຢ່າງໄວວາ.

“ຄ່າໃຊ້ຈ່າຍດອກເບ້ຍໃນປັດຈຸບັນແມ່ນຄ່າໃຊ້ຈ່າຍທີ່ໃຫຍ່ທີ່ສຸດເປັນອັນດັບ 3 ຂອງລັດຖະບານກາງ ເຊິ່ງເປັນຮອງພຽງຈາກສຳນັກງານປະກັນສັງຄົມ ແລະ ພະແນກສາທາລະນະສຸກ ແລະ ການບໍລິການເທົ່ານັ້ນ.

ແລະອີກບໍ່ດົນຫາຍະນະກໍຈະເກີດຂຶ້ນ, ໃນຕອນທີ່ສິ່ງຕ່າງໆໄດ້ຮ້າຍແຮງຂຶ້ນເລື້ອຍໆເກີນກວ່າຈະສາມາດຄວບຄຸມໄດ້ ແລະ ມັນເປັນທີ່ຊັດເຈນແລ້ວວ່າໃນທີ່ສຸດລັດຖະບານຈະບໍ່ສາມາດຊໍາລະໜີ້ສິນຂອງປະເທດໄດ້”

ທີ່ມາ:

dailyhodl

msn

fiscaldata

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/