“ກິນປາຫຼາຍໆແດ່ຈຶ່ງສະຫຼາດ” ປະໂຫຍກແນະນຳ ແຕ່ແຖມມາດ້ວຍຄວາມຫ່ວງໃຍ ທີ່ໃຜຫຼາຍຄົນອາດຈະເຄີຍໄດ້ຍິນມາ, ແຕ່ເຄີຍສົງໄສບໍ່ວ່າຄຳເຫຼົ່ານີ້ມັນມາຈາກໃສ ແລ້ວມັນຈະຊ່ວຍໃຫ້ເຮົາສະຫຼາດຂຶ້ນແທ້ຫຼືບໍ່?
ໂດຍຄວາມເຊື່ອໃນການກິນປາແລ້ວສະຫຼາດຂຶ້ນນີ້ມີໃນທຸກໆປະເທດ ແຕ່ສ່ວນຫຼາຍຈະເປັນຄຳແນະນຳຈາກແພດໝໍ ຫຼາຍກວ່າຄຳປະຊົດທີ່ເຮົາມັກເວົ້າໃສ່ກັນ. ໃນມື້ນີ້ເຮົາຈະມາພິສູດວ່າການກິນປານັ້ນຊ່ວຍໃຫ້ເຮົາສະຫຼາດຂຶ້ນແທ້ບໍ່ ແລະ ປາຊະນິດໃດແດ່ທີ່ດີຕໍ່ສະໝອງຂອງພວກເຮົາ.
ຜົນຈາກການສຶກສາໃນປີ 2017 ໄດ້ພົບເຫັນວ່າ ການກິນປາຫຼາຍແມ່ນກ່ຽວຂ້ອງກັບສະຕິປັນຍາທີ່ດີຂຶ້ນໃນເດັກນ້ອຍ. ທີມຄົ້ນຄວ້າໄດ້ເກັບກໍາຂໍ້ມູນຄຸນະພາບການນອນຂອງເດັກນ້ອຍຈີນ 541 ຄົນທີ່ມີອາຍຸ 9-11 ປີ ແລະ ວັດຄະແນນ IQ ຂອງເຂົາເຈົ້າ (Intelligence quotient) ເມື່ອເດັກນ້ອຍມີອາຍຸ 12 ປີ.
ໂດຍໄດ້ແບ່ງພຶດຕິກຳການກິນປາອອກເປັນ 3 ແບບຄື:
- ກິນປາຢ່າງໜ້ອຍ 1 ເທື່ອ/ອາທິດ
- ກິນປາ 2-3 ເທື່ອ/ເດືອນ
- ກິນປາໜ້ອຍກວ່າ 2 ເທື່ອ/ເດືອນ
ເຊິ່ງຜົນທີ່ໄດ້ຮັບຈາກການວັດຄະແນນໄອຄິວໃນຫຼາຍໆຮູບແບບຄື: Total IQ, Performance IQ ແລະ Verbal IQ. ພົບວ່າ IQ ທີ່ລົດລົງຂອງເດັກນ້ອຍແມ່ນມີຄວາມຖີ່ມາຈາກການກິນປາ. ແຕ່ກໍຍັງມີປັດໄຈອື່ນໆອີກທີ່ນັກຄົ້ນຄວ້າຄາດການວ່າມີສ່ວນກ່ຽວຂ້ອງກໍຄືຄຸນະພາບໃນການນອນຫຼັບ, ກຸ່ມເດັກນ້ອຍທີ່ກິນປາເປັນປະຈຳມີບັນຫາໃນການນອນຫຼັບໜ້ອຍກວ່າ.

ໂດຍສະຫຼຸບໄດ້ວ່າການກິນປານັ້ນມີສ່ວນກ່ຽວຂ້ອງກັບການນອນຫຼັບທີ່ດີຂຶ້ນ ແລະ ອາດສົ່ງຜົນຕໍ່ການພັດທະນາການຮຽນຮູ້ຂອງເດັກນ້ອຍໃນໄລຍະຍາວ
ສານອາຫານໃນປາທີ່ມີປະໂຫຍດຕໍ່ການພັດທະນາສະໝອງ
- Docosahexaenoic Acid: ແມ່ນອາຊິດໄຂມັນໃນກຸ່ມ omega-3 ທີ່ພົບເຫັນສ່ວນໃຫຍ່ໃນປາທະເລ ແລະ ເປັນອາຊິດໄຂມັນຊະນິດດີທີ່ຊ່ວຍໃນການພັດທະນາສະໝອງ. ໂດຍສະເພາະໃນສ່ວນຂອງຄວາມຈໍາ ແລະ ການຮຽນຮູ້
- Eicosapentaenoic Acid: ເປັນອາຊິດໄຂມັນໃນກຸ່ມ omega-3 ເຊັ່ນດຽວກັນ, ຊ່ວຍສົ່ງເສີມການເຮັດວຽກຂອງລະບົບປະສາດ ແລະ ສະໝອງ ແລະຍັງຊ່ວຍລົດຜ່ອນການອັກເສບຕ່າງໆໃນຮ່າງກາຍ.
- ເປັນແຫຼ່ງຂອງທາດໄອໂອດີນ: ໃນປາບາງຊະນິດ ມີສ່ວນຊ່ວຍສົ່ງເສີມການເຮັດວຽກຂອງຕ່ອມ Thyroid ແລະ ຊ່ວຍລົດຜ່ອນຄວາມສ່ຽງຂອງການເກີດໂຣກຄໍໜຽງ
- ປາປະກອບດ້ວຍວິຕາມິນ ແລະ ແຮ່ທາດທີ່ສໍາຄັນ: ວິຕາມິນ A, D, B, ແຄລຊຽມ, ຟອສຟໍຣັສ ແລະ ທາດເຫຼັກ, ເຊິ່ງຊ່ວຍໃນການເຮັດວຽກຂອງອະໄວຍະວະຕ່າງໆໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບເຊັ່ນ: ລະບົບກະເພາະອາຫານ, ລະບົບປະສາດ ແລະ ຫົວໃຈ
- ປາເປັນແຫຼ່ງຂອງໂປຣຕີນຊັ້ນດີ ຮອງລົງມາຈາກຊີ້ນສັດ ແລະ ໄຂ່

ປາຊະນິດໃດທີ່ກິນແລ້ວດີຕໍ່ສະໝອງ
ປາທີ່ອຸດົມດ້ວຍ omega-3 ເປັນສ່ວນປະກອບ ເຊິ່ງເປັນປາທະເລມີກົດໄຂມັນ omega-3 ສູງ ເຊັ່ນ: ແຊລມອນ, ທູນ່າ, ປາຊາດີນ, ປາເທຣົາ ແລະ ປາແມັກເຄີເຣລ.
ໃນສ່ວນຂອງປານ້ຳຈືດມີ: ປາດຸກ, ປ່າຄໍ່ ແລະ ປາສະຫວາຍກໍມີ omega-3 ເຊັ່ນດຽວກັນແຕ່ອາດມີປະລິມານໜ້ອຍກວ່າປາທະເລນ້ຳເລິກ.
ເຖິງແມ່ນວ່າຂໍ້ມູນໃນປັດຈຸບັນອາດຈະຍັງບໍ່ໄດ້ຮັບການຢືນຢັນວ່າການກິນປາຈະຊ່ວຍເພີ່ມຄວາມສະຫຼາດຢ່າງຊັດເຈນ ລວມເຖິງກົນໄກທີ່ຈະເຮັດໃຫ້ສະຫຼາດຂຶ້ນ ແຕ່ປາກໍມີປະໂຫຍດຫຼາຍຢ່າງທີ່ສຳຄັນຕໍ່ສະໝອງທີ່ຈະຊ່ວຍໃນການເຮັດວຽກໄດ້ດີຂຶ້ນ.
ແຕ່ນອກຈາກການກິນປາ, ອາຫານທີ່ມີປະໂຫຍດ ແລະ ການພັກຜ່ອນຄາຍແລ້ວ ຄວາມສະຫຼາດຂອງເຮົາຍັງຂຶ້ນຢູ່ກັບປັດໄຈອື່ນໆເຊັ່ນ: ກຳມະພັນ, ການຮຽນ, ສະພາບແວດລ້ອມ ແລະ ການເຝິກຝົນຕົນເອງ. ສະນັ້ນ ການເວົ້າວ່າການກິນປາແລ້ວຈະສະຫຼາດຂຶ້ນນັ້ນ ອາດບໍ່ແມ່ນຄຳຕອບຂອງການພັດທະນາຄວາມສະຫຼາດທັງໝົດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/