ອິນໂດເນເຊຍ ຍົກເລີກແບນສົ່ງຊາຍອອກໄປປະເທດສິງກະໂປ ເພື່ອການອະນຸລັກລະບົບນິເວດ


ປະທານາທິບໍດີຂອງອິນໂດເນເຊຍ ໄດ້ຍົກເລີກມາດຕະຖານການຫ້າມສົ່ງອອກທະເລຊາຍທີ່ມີມາດົນ 20 ປີ ເມື່ອຕົ້ນເດືອນນີ້ ໃນຂໍ້ບັງຄັບກ່ຽວກັບການຈັດການທາງທະເລ ໂດຍບໍ່ໄດ້ລະບຸເຫດຜົນ ເຊິ່ງຈະຊ່ວຍສະໜັບສະໜູນ ໂຄງການຂະຫຍາຍແຜ່ນດິນໃນສິງກະໂປ, ຂະນະດຽວກັນກໍສ້າງຄວາມກັງວົນໃນໝູ່ນັກອະນຸລັກສິ່ງແວດລ້ອມ ກ່ຽວກັບລະບົບນິເວດທາງທະເລ.

ອິນໂດເນເຊຍ ເຄີຍຍົກເລີກການສົ່ງອອກຊາຍທະເລຄັ້ງທຳອິດເມື່ອປີ 2003 ແລະ ໄດ້ກັບມາໃຊ້ມາດຕະການນີ້ອີກຄັ້ງໃນປີ 2007 ເພື່ອຕໍ່ຕ້ານການຂົນສົ່ງທີ່ຜິດກົດໝາຍ, ເຖິງຢ່າງໃດກໍຕາມ ກ່ອນຈະມີມາດຕະການຫ້າມສົ່ງອອກ ອິນໂດເນເຊຍເຄີຍເປັນຜູ້ສົ່ງອອກທະເລຊາຍໃຫຍ່ຂອງສິງກະໂປ ສຳລັບໃຊ້ໃນການຖົມທະເລ ເພື່ອຂະຫຍາຍແຜ່ນດິນ ໂດຍມີການຂົນສົ່ງສະເລ່ຍຫຼາຍກວ່າ 53 ປີ ລ້ານໂຕນຕໍ່ປີ ລະຫວ່າງ 1997-2002.

ນອກຈາກນີ້ ຂໍ້ມູນການລາຍງານຂອງສະຫະປະຊາຊາດ ເມື່ອປີ 2019 ໄດ້ລະບຸວ່າສິງກະໂປ ໃນຂະນະນັ້ນ ເປັນຜູ້ນຳເຂົ້າຊາຍທະເລລາຍໃຫຍ່ທີ່ສຸດໃນໂລກ ແລະ ໃນໄລຍະ 20 ປີກ່ອນໜ້ານີ້ ມີການນຳເຂົ້າຊາຍຈາກບັນດາປະເທດເພື່ອນບ້ານໄປແລ້ວເຖິງ 517 ລ້ານໂຕ. ກະຊວງກິດຈະການທະເລ ແລະ ການປະມົງຂອງອິນໂດເນເຊຍລະບຸວ່າ ຈຸກປະສົງຂອງຂໍ້ບັງຄັບ ແມ່ນເພື່ອໃຫ້ແນ່ໃຈວ່າການເຮັດຊາຍເປັນໄປຕາມມາດຕະຖານດ້ານສິ່ງແວດລ້ອມ ແລະ ຈະອະນຸຍາດໃຫ້ສົ່ງອອກໄດ້ກໍຕໍ່ເມື່ອມີປະລິມານພຽງພໍ ສຳລັບຄວາມຕ້ອງການພາຍໃນປະເທດແລ້ວເທົ່ານັ້ນ.

ເຖິງຢ່າງໃດກໍຕາມ ບັນດາສິ່ງແວດລ້ອມຂອງອິນໂດເນເຊຍຕ່າງເຫັນກັນວ່າ ຍົກເລີກມາດຕະການດັ່ງກ່າວຂັດແຍ້ງກັບຄວາມມຸ່ງໝັ້ນຂອງລັດຖະບານທີ່ຈະດູແລຮັກສາລະບົບນິເວດທາງທະເລ. ນອກຈາກນີ້ ການເຮັດຊາຍໃນທະເລຈະເປັນຕົວເລັ່ງໃຫ້ເກີດວິກິດສະພາບພູມອາກາດ ແລະ ການກັດເຊາະຊາຍຝັ່ງໄວຂຶ້ນ ລວມເຖິງເກາະນ້ອຍໆກໍຈະຫາຍໄປ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/