“ກິນປາຫຼາຍໆແດ່ຈຶ່ງສະຫຼາດ” ການກິນປາເຮັດໃຫ້ເຮົາສະຫຼາດຂຶ້ນແທ້ ຫຼື ບໍ?


“ກິນປາຫຼາຍໆແດ່ຈຶ່ງສະຫຼາດ” ປະໂຫຍກແນະນຳ ແຕ່ແຖມມາດ້ວຍຄວາມຫ່ວງໃຍ ທີ່ໃຜຫຼາຍຄົນອາດຈະເຄີຍໄດ້ຍິນມາ, ແຕ່ເຄີຍສົງໄສບໍ່ວ່າຄຳເຫຼົ່ານີ້ມັນມາຈາກໃສ ແລ້ວມັນຈະຊ່ວຍໃຫ້ເຮົາສະຫຼາດຂຶ້ນແທ້ຫຼືບໍ່?

ໂດຍຄວາມເຊື່ອໃນການກິນປາແລ້ວສະຫຼາດຂຶ້ນນີ້ມີໃນທຸກໆປະເທດ ແຕ່ສ່ວນຫຼາຍຈະເປັນຄຳແນະນຳຈາກແພດໝໍ ຫຼາຍກວ່າຄຳປະຊົດທີ່ເຮົາມັກເວົ້າໃສ່ກັນ. ໃນມື້ນີ້ເຮົາຈະມາພິສູດວ່າການກິນປານັ້ນຊ່ວຍໃຫ້ເຮົາສະຫຼາດຂຶ້ນແທ້ບໍ່ ແລະ ປາຊະນິດໃດແດ່ທີ່ດີຕໍ່ສະໝອງຂອງພວກເຮົາ.

ຜົນຈາກການສຶກສາໃນປີ 2017 ​ໄດ້​ພົບ​ເຫັນ​ວ່າ ການ​ກິນ​ປາ​ຫຼາຍ​ແມ່ນ​ກ່ຽວ​ຂ້ອງ​ກັບ​ສະຕິ​ປັນຍາ​ທີ່​ດີ​ຂຶ້ນ​ໃນ​ເດັກນ້ອຍ. ທີມ​ຄົ້ນ​ຄວ້າ​ໄດ້​ເກັບ​ກໍາ​ຂໍ້​ມູນ​ຄຸນ​ະ​ພາບ​ການ​ນອນ​ຂອງ​ເດັກ​ນ້ອຍ​ຈີນ 541 ຄົນ​ທີ່​ມີ​ອາ​ຍຸ 9-11 ປີ ແລະ ​​ວັດ​ຄະ​ແນນ IQ ຂອງ​ເຂົາ​ເຈົ້າ (Intelligence quotient) ເມື່ອເດັກນ້ອຍມີອາຍຸ 12 ປີ.

ໂດຍໄດ້ແບ່ງພຶດຕິກຳການກິນປາອອກເປັນ 3 ແບບຄື:

  • ກິນປາຢ່າງໜ້ອຍ 1 ເທື່ອ/ອາທິດ
  • ກິນປາ 2-3 ເທື່ອ/ເດືອນ
  • ກິນປາໜ້ອຍກວ່າ 2 ເທື່ອ/ເດືອນ

ເຊິ່ງຜົນທີ່ໄດ້ຮັບຈາກການວັດຄະແນນໄອຄິວໃນຫຼາຍໆຮູບແບບຄື: Total IQ, Performance IQ  ແລະ Verbal IQ. ພົບວ່າ IQ ທີ່ລົດລົງຂອງເດັກນ້ອຍແມ່ນມີຄວາມຖີ່ມາຈາກການກິນປາ. ແຕ່ກໍຍັງມີປັດໄຈອື່ນໆອີກທີ່ນັກຄົ້ນຄວ້າຄາດການວ່າມີສ່ວນກ່ຽວຂ້ອງກໍຄືຄຸນະພາບໃນການນອນຫຼັບ, ກຸ່ມເດັກນ້ອຍທີ່ກິນປາເປັນປະຈຳມີບັນຫາໃນການນອນຫຼັບໜ້ອຍກວ່າ.

ໂດຍສະຫຼຸບໄດ້ວ່າການກິນປານັ້ນມີສ່ວນກ່ຽວຂ້ອງກັບການນອນຫຼັບທີ່ດີຂຶ້ນ ແລະ ອາດສົ່ງຜົນຕໍ່ການພັດທະນາການຮຽນຮູ້ຂອງເດັກນ້ອຍໃນໄລຍະຍາວ

ສານອາຫານໃນປາທີ່ມີປະໂຫຍດຕໍ່ການພັດທະນາສະໝອງ

  • Docosahexaenoic Acid: ແມ່ນອາຊິດໄຂມັນໃນກຸ່ມ omega-3 ທີ່ພົບເຫັນສ່ວນໃຫຍ່ໃນປາທະເລ ແລະ ເປັນອາຊິດໄຂມັນຊະນິດດີທີ່ຊ່ວຍໃນການພັດທະນາສະໝອງ. ໂດຍສະເພາະໃນສ່ວນຂອງຄວາມຈໍາ ແລະ ການຮຽນຮູ້
  • Eicosapentaenoic Acid: ເປັນອາຊິດໄຂມັນໃນກຸ່ມ omega-3 ເຊັ່ນດຽວກັນ, ຊ່ວຍສົ່ງເສີມການເຮັດວຽກຂອງລະບົບປະສາດ ແລະ ສະໝອງ ແລະຍັງຊ່ວຍລົດຜ່ອນການອັກເສບຕ່າງໆໃນຮ່າງກາຍ.
  • ເປັນແຫຼ່ງຂອງທາດໄອໂອດີນ: ໃນປາບາງຊະນິດ ມີສ່ວນຊ່ວຍສົ່ງເສີມການເຮັດວຽກຂອງຕ່ອມ Thyroid ແລະ ຊ່ວຍລົດຜ່ອນຄວາມສ່ຽງຂອງການເກີດໂຣກຄໍໜຽງ
  • ປາປະກອບດ້ວຍວິຕາມິນ ແລະ ແຮ່ທາດທີ່ສໍາຄັນ: ວິຕາມິນ A, D, B, ແຄລຊຽມ, ຟອສຟໍຣັສ ແລະ ທາດເຫຼັກ, ເຊິ່ງຊ່ວຍໃນການເຮັດວຽກຂອງອະໄວຍະວະຕ່າງໆໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບເຊັ່ນ: ລະບົບກະເພາະອາຫານ, ລະບົບປະສາດ ແລະ ຫົວໃຈ
  • ປາເປັນແຫຼ່ງຂອງໂປຣຕີນຊັ້ນດີ ຮອງລົງມາຈາກຊີ້ນສັດ ແລະ ໄຂ່

ປາຊະນິດໃດທີ່ກິນແລ້ວດີຕໍ່ສະໝອງ

ປາທີ່ອຸດົມດ້ວຍ omega-3 ເປັນສ່ວນປະກອບ ເຊິ່ງເປັນປາທະເລມີກົດໄຂມັນ omega-3  ສູງ ເຊັ່ນ: ແຊລມອນ, ທູນ່າ, ປາຊາດີນ, ປາເທຣົາ ແລະ ປາແມັກເຄີເຣລ.

ໃນສ່ວນຂອງປານ້ຳຈືດມີ: ປາດຸກ, ປ່າຄໍ່ ແລະ ປາສະຫວາຍກໍມີ omega-3 ເຊັ່ນດຽວກັນແຕ່ອາດມີປະລິມານໜ້ອຍກວ່າປາທະເລນ້ຳເລິກ.

ເຖິງແມ່ນວ່າຂໍ້ມູນໃນປັດຈຸບັນອາດຈະຍັງບໍ່ໄດ້ຮັບການຢືນຢັນວ່າການກິນປາຈະຊ່ວຍເພີ່ມຄວາມສະຫຼາດຢ່າງຊັດເຈນ ລວມເຖິງກົນໄກທີ່ຈະເຮັດໃຫ້ສະຫຼາດຂຶ້ນ ແຕ່ປາກໍມີປະໂຫຍດຫຼາຍຢ່າງທີ່ສຳຄັນຕໍ່ສະໝອງທີ່ຈະຊ່ວຍໃນການເຮັດວຽກໄດ້ດີຂຶ້ນ.

ແຕ່ນອກຈາກການກິນປາ, ອາຫານທີ່ມີປະໂຫຍດ ແລະ ການພັກຜ່ອນຄາຍແລ້ວ ຄວາມສະຫຼາດຂອງເຮົາຍັງຂຶ້ນຢູ່ກັບປັດໄຈອື່ນໆເຊັ່ນ: ກຳມະພັນ, ການຮຽນ, ສະພາບແວດລ້ອມ ແລະ ການເຝິກຝົນຕົນເອງ. ສະນັ້ນ ການ​ເວົ້າ​ວ່າ​ການ​ກິນ​ປາແລ້ວ​ຈະ​ສະຫຼາດ​ຂຶ້ນນັ້ນ ອາດ​ບໍ່​ແມ່ນ​ຄຳ​ຕອບ​ຂອງ​ການ​ພັດທະນາ​ຄວາມ​ສະຫຼາດ​ທັງ​ໝົດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/