ຜູ້ນຳສະຫະລັດອາເມຣິກາ ແລະ ອັງກິດ ຢືນຢັນຈະຍັງຢືນຢູ່ຂ້າງ ຢູເຄຣນ ເພື່ອຕໍ່ຕ້ານກັບ ຣັດເຊຍ


ປະທານາທິບໍດີ ສະຫະລັດອາເມຣິກາ ໂຈ ໄບເດັນ ໄດ້ເປີດຫ້ອງໃນທຳນຽບຂາວຕ້ອນຮັບການມາຢາມຂອງ ນາຍົກລັດຖະມົນຕີ ອັງກິດ ຣິດຊີ ຊູນັກ ເພື່ອປຶກສາຫາລືການຮ່ວມມືຂອງທັງສອງປະເທດ ແລະ ຕ່າງປະເທດ ພ້ອມຢືນຢັນວ່າ ທັງ ສະຫະລັດ ອາເມຣິກາ ແລະ ອັງກິດ ຈະຍັງຢືນຢູ່ຂ້າງ ຢູເຄຣນ ເພື່ອຕໍ່ຕ້ານກັບ ຣັດເຊຍ.

ໂດຍປະເດັນສຳຄັນໃນການປຶກສາຫາລືກັນຄັ້ງນີ້ຂອງທັງ 2 ມະຫາອຳນາດໃນໂລກຕາເວັນຕົກ ກໍຄືເພື່ອຫາລືກັນ ເຖິງ ບົດບາດຂອງ 2 ປະເທດ ຜູ້ສະໜັບສະໜູນຫຼັກຂອງ ຢູເຄຣນ ເຊັ່ນການສົ່ງມອບອາວຸດ, ການເຝິກຝົນກຳລັງທະຫານ ແລະ ການໃຫ້ທຶນຊ່ວຍເຫຼືອດ້ານການທະຫານຕ່າງໆໃນໄລຍະຍາວ ລວມໄປຮອດການໃຫ້ຄວາມຊ່ວຍເຫຼືອໃນການເຝິກນັກບິນ ເພື່ອກຽມພ້ອມ ໃນການຂັບເຮືອບິນຂັບໄລ່ F-16.

ໂດຍປະທານາທິບໍດີ ໂຈໄບເດັນ ກ່າວກ່ອນການປະຊຸມວ່າ: ສະຫະລັດ ອາເມຣິກາ ແລະ ອັງກິດ ຢືນຢັນຈະຍັງຢືນຢູ່ຂ້າງ ຢູເຄຣນ ແລະ ໃນໄລຍະທີ່ຜ່ານມາ ທັງສອງປະເທດພວກເຮົາໄດ້ຮ່ວມກັນຕໍ່ສູ້ນຳກັນມາຕະຫຼອດ ໃນຫຼາຍໄລຍະເວລາສຳຄັນແຫ່ງປະຫວັດສາດທີ່ຜ່ານມາ.

ການພົບປະກັນຂອງທັງສອງ ມີຂຶ້ນທ່າມກາງສະຖານະການທີ່ກຳລັງຮຸນແຮງຂຶ້ນເລື້ອຍໆ ຈາກເຫດການເຂື່ອນ Nova Kakhovka ທີ່ກຳລັງສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃນພື້ນທີ່ທາງຕອນໃຕ້ຂອງ ຢູເຄຣນ. ໃນຂະນະທີ່ທາງສອງຝ່າຍຍັງກ່າວໂທດກັນໄປກັນມາ ແລະ ທັງລັດຖະບານ ສະຫະລັດ ອາເມຣິກາ ແລະ ອັງກິດ ຍັງບໍ່ໄດ້ລະບຸຢ່າງຊັດເຈນວ່າເປັນສີມືຂອງຝ່າຍໃດ.

ນາຍົກລັດຖະມົນຕີ ອັງກິດ ຣິດຊີ ຊູນັກ ກ່າວກ່ອນການປະຊຸມວ່າ: ຖ້າເຮົາພິສູດໄດ້ວ່າ ຣັດເຊຍມີສ່ວນຮ່ວມໃນການທຳລາຍເຂື່ອນດັ່ງກ່າວ ຈະຖືໄດ້ວ່າ ເປັນຍຸກ ແລະ ຈຸດທີ່ຕົກຕ່ຳທີ່ສຸດຂອງຣັດເຊຍ. ຣິດຊີ ຊູນັກ ກ່າວຕໍ່ວ່າ: “ຕະຫຼອດໄລຍະທີ່ຜ່ານມາ ຣັດເຊຍໃຊ້ວິທີໂຈມຕີທີ່ຮຸນແຮງໃສ່ລະບົບໂຄງສ້າງພື້ນຖານຂອງປະຊາຊົນຊາວຢູເຄຣນມາຕະຫຼອດ”.

ໃນການປະຊຸມດັ່ງກ່າວຂອງທັງສອງຄົນ ຍັງມີທ່າທີວ່າ ນາຍົກອັງກິດ ຈະປຶກສາຫາລື ຂໍໃຫ້ ປະທານາທິບໍດີ ໂຈໄບເດັນ ຂອງສະຫະລັດ ສະໜັບສະໜູນ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອັງກິດ ຄົນປັດຈຸບັນຢ່າງ ເບັນ ວໍເລສ (Ben Wallace) ໃນການຂຶ້ນຮັບຕໍາແໜ່ງເລຂາທິການອົງການ ນາໂຕ້ ແທນທີ່ຄົນເກົ່າທີ່ຈະໝົດວາລະໃນເດືອນກັນຍາ ປີນີ້.

ນອກຈາກນີ້ໃນການປະຊຸມຄັ້ງດັ່ງກ່າວ ທັງສອງຍັງໄດ້ປຶກສາຫາລື ໃນເລື່ອງຂອງ ເທັກໂນໂລຢີປັນຍາປະດິດ, ຄວາມຮ່ວມມືໃນການຫັນປ່ຽນໄປໃຊ້ພະລັງງານສະອາດ ແລະ ຄວາມໝັ້ນຄົງດ້ານເທັກໂນໂລຢີ.

ຂອບໃຈຂໍ້ມູນຈາກ: https://t.ly/6_tt8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/