ຮູ້ຈັກກັບ Situationships ຄວາມສຳພັນທີ່ຫຼາຍກວ່າໝູ່ ແຕ່ບໍ່ແມ່ນແຟນ


ໃຜເຄີຍຢູ່ໃນຄວາມສຳພັນທີ່ຫຼາຍກວ່າໝູ່ ແຕ່ບໍ່ແມ່ນແຟນ ເຊື່ອວ່າຫຼາຍຄົນເຄີຍຕົກຢູ່ໃນສະຖານະແບບນີ້ ແຕ່ຮູ້ກັນຫຼືບໍ່ວ່າ ສະຖານະນີ້ມັນມີຊື່ເອີ້ນວ່າ Situationships.

Situationships ກາຍເປັນຊື່ທີ່ໃຊ້ເອີ້ນຄວາມສຳພັນທີ່ບໍ່ມີຊື່ເອີ້ນ ເປັນຄວາມສຳພັນທີ່ຢູ່ລະຫວ່າງຄວາມສະໜິດສະໜົມແບບໝູ່ ແຕ່ກໍຍັງມອບຄວາມຮັກແບບແຟນໃຫ້ກັນ ຫຼືທີ່ເຮົາມັກເວົ້າກັບໝູ່ວ່າ “ຫຼາຍກວ່າໝູ່ແຕ່ກໍບໍ່ແມ່ນແຟນ” ແຕ່ຄວາມສຳພັນນີ້ມີຫຼາຍກວ່ານັ້ນ ເຖິງແມ່ນວ່າຈະເບິ່ງຄືຈະຊັດເຈນ ຫຼື ບໍ່ຊັດເຈນ ແຕ່ນີ້ຄືຈຸດແຂງຂອງຄວາມສຳພັນນີ້.

ຫຼາຍຄົນອາດຈະບອກວ່າ Situationships ມັນຄືກັບ friends with benefits ຄຳຕອບຄືບໍ່ຄືກັນເລີຍ ເພາະວ່າ Situationships ຄືຄວາມສຳພັນທີ່ຕົກລົງທີ່ຊັດເຈນວ່າບໍ່ຊັດເຈນ ໂດຍທັງສອງພໍໃຈທີ່ຈະຢູ່ແບບນີ້ບໍ່ຢາກກ້າວເຂົ້າໄປສູ່ຄວາມສຳພັນທີ່ຈິງຈັງ ບໍ່ມີການເວົ້າຫາອະນາຄົດ ແຕ່ກໍບໍ່ໄດ້ຢາກຢູ່ໃນສະຖານະໝູ່. ນອກຈາກນີ້ຍັງມີງານວິໄຈບາງຕົວພົບຂໍ້ສັງເກດທີ່ໜ້າສົນໃຈກ່ຽວກັບຄວາມສຳພັນນີ້ວ່າ ເປັນຫຍັງຄົນຮຸ່ນໃໝ່ ໂດຍສະເພາະກຸ່ມຄົນ Millennials (ເກີດລະຫວ່າງປີ 1981-1996) ລວມໄປຮອດຄົນທີ່ເກີດຫຼັງຈາກນີ້ ຈະມີທ່າອ່ຽງພໍໃຈກັບຄວາມສຳພັນແບບ Situationships ເພາະເມື່ອໄດ້ສຶກສາລົງໄປແລ້ວຈະພົບກັບເຫດຜົນພໍທີ່ຈະເປັນໄປໄດ້ ຄືປັດໄຈການດຳລົງທາງສັງຄົມຕ່າງໆ ລວມໄປຮອດການໃຊ້ຊີວິດແບບອິດສະຫຼະ ຈຶ່ງບໍ່ຟ້າວຕົກລົງປົງໃຈກັບໃຜ ການລອງຄົບໄປເລື້ອຍຈຶ່ງເປັນການຕອບໂຈດ ແລ້ວກໍບໍ່ໄດ້ເສຍຫາຍ.

ຫາກໃຜຄິດວ່າຄວາມສຳພັນຕົນເອງ ອາດຈະເປັນ Situationships ມາລອງສັງເກດກັນກ່ອນ ຢ່າຟ້າວສັບສົນ ເຮົາມີວິທິສັງເກດຄື ຫາກຄວາມສຳພັນທີ່ເລີ່ມຕົ້ນເຮັດຄືແຟນ ແຕ່ກັກຄວາມສຳພັນເອົາໄວ້ ໄປນຳກັນທຸກບ່ອນແຕ່ກໍບໍ່ພັດທະນາຄວາມສຳພັນ, ບໍ່ມີຫຍັງຊັດເຈນ ບໍ່ມີຄຳວ່າແຟນໃດໆ, ບໍ່ມີອະນາຄົດ ເພາະວ່າມີແຕ່ສົນໃຈແຕ່ຄວາມຮູ້ສຶກຕໍ່ກັນ ຫາກຄວາມສຳພັນຂອງທ່ານຢູ່ໃນແບບທີ່ກ່າວມາ ອາດຈະເປັນຄວາມສຳພັນ ແບບ Situationships.

ຢ່າງໃດກໍຕາມ ຄວາມສຳພັນໃດໆ ກໍຕ້ອງຂຶ້ນຢູ່ກັບຄວາມພໍໃຈຂອງທັງສອງຝ່າຍ ສູດທ້າຍບໍ່ວ່າຈະຢູ່ໃນຄວາມສຳພັນໃດກໍຂໍໃຫ້ມີຄວາມສຸກກໍພໍແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/