ເລັ່ງພັດທະນາເຂດເສດຖະກິດພິເສດສີທັນດອນ ທີ່ມີມູນຄ່າລົງທຶນ 16 ກວ່າລ້ານໂດລາສະຫະລັດ


ໂຄງການພັດທະນາເຂດເສດຖະກິດພິເສດສີທັນດອນ ເປັນໜຶ່ງໂຄງການທີ່ປະຊາຊົນໃຫ້ຄວາມສົນໃຈ ແລະຢາກເຫັນການພັດທະນາ.

ຕາມລາຍງານໃນໂອກາດລົງເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ, ໃນວັນທີ 1 ມິຖຸນາ 2023 ທີ່ຜ່ານມາ, ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຕິດຕາມ-ຊຸກຍູ້ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ໃຫ້ຮູ້ວ່າ ໂຄງການນີ້ມາຮອດປັດຈຸບັນຫຼາຍໜ້າວຽກແມ່ນມີຄວາມຄືບໜ້າດີ ໂດຍສະເພາະແມ່ນພື້ນຖານໂຄງລ່າງທີ່ຈຳເປັນ.

ທ່ານ ອຸໄທ ແກ້ວໃຈຍົມ ຮອງອຳນວຍການໃຫຍ່ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ລາຍງານ ສະພາບລວມຂອງໂຄງການ ໂດຍໃຫ້ຮູ້ວ່າ: ເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໜຶ່ງເຂດພັດທະນາ ທີ່ໄດ້ຮັບອະນຸຍາດລົງທຶນຈາກລັດຖະບານແຫ່ງ ສປປ ລາວ ດ້ວຍມູນຄ່າການລົງທຶນ 1.330 ລ້ານໂດລາ, ມີອາຍຸສໍາປະທານ 50 ປີ ແລະ ໄດ້ເລີ່ມລົງມື້ຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2018 ເປັນຕົ້ນມາ.

ການຈັດຕັ້ງປະຕິບັດແມ່ນມີຜົນສຳເລັດອັນສຳຄັນຫຼາຍດ້ານ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງ ປະກອບສ່ວນທຶນເຂົ້າໃນການປັບປຸງພັດທະນາພື້ນຖານໂຄງລ່າງສຳຄັນຈຳເປັນ ບໍ່ສະເພາະເພື່ອນໍາໃຊ້ເຂົ້າໃນວຽກງານຂອງໂຄງການ ແຕ່ຍັງຊ່ວຍເຫຼືອສັງຄົມ, ຊຸມຊົນ, ປະຊາຊົນໄດ້ນໍາໃຊ້ ໂດຍສະເພາະການກໍ່ສ້າງເສັ້ນທາງອ້ອມດອນໂຂງ ມີຄວາມຍາວ 43,5 ກິໂລແມັດ, ໂຄງການກໍ່ສ້າງກັນເຈື່ອນແມ່ນໍ້າຂອງ 4,8 ກິໂລແມັດ ໄດ້ກໍ່ສ້າງກັນເຈື່ອນສໍາເລັດແລ້ວ 2,4 ກິໂລແມັດ ມູນຄ່າການລົງທຶນທັງໝົດ 16.480.000 ໂດລາສະຫະລັດ ແລະ ການຊ່ວຍເຫຼືອກໍ່ສ້າງໂຮງຮຽນປະຖົມບ້ານຂີ້ນາກ ລວມເປັນມູນຄ່າ ຫຼາຍກວ່າ 34,5 ລ້ານໂດລາສະຫາລັດ. ການກໍ່ສ້າງໂຮງແຮມ, ສະໜາມກ໊ອບ, ຕຶກອາຄານຕ່າງໆ ລວມທັງໂຄງການກໍ່ສ້າງຕຶກແຄນຄູ່ ເຊິ່ງໄດ້ເປັນສັນຍະລັກຂີດໝາຍອັນສຳຄັນຂອງການພັດທະນາໂຄງການໃຫ້ກ້າວສູ່ຜົນສຳເລັດຢ່າງສົມບູນໃນຕໍ່ໜ້າ.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີປະຈຳສຳນັກງານນາຍົກ ພ້ອມດ້ວຍຄະນະນໍາຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ກໍໄດ້ມີຄຳເຫັນປະກອບເຂົ້າໃສ່ ແຜນການພັດທະນາ ຂອງບໍລິສັດຜູ້ພັດທະນາ, ພ້ອມນັ້ນ ກໍຈະໄດ້ໂຮມເອົາບັນດາຂໍ້ສະເໜີ, ຂໍ້ຫຍຸ້ງຍາກຕ່າງໆ ກັບໄປຄົ້ນຄວ້າເພື່ອສະເໜີລາຍງານຕໍ່ລັດຖະບານ ເພື່ອຊຸກຍູ້ເລັ່ງທວງໃຫ້ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບປະສິດທິຜົນຕາມແຜນທີ່ວາງໄວ້.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/