ຜູ້ຍິງຂ້າມເພດຄົນທຳອິດໃນໂລກ! ຈາກ Einar Wegener ສູ່ Lili Elbe ເຈົ້າຄົນນັ້ນຄືຂ້ອຍອີກຄົນ


ໄອນາ ເວເກເນີ (Einar Wegener) ຈາກຜູ້ຊາຍກາຍມາເປັນຜູ້ຍິງຂ້າມເພດຄົນທຳອິດຂອງໂລກ. ເລື່ອງລາວຂອງ ໄອນາ ເວເກເນີ ໄດ້ກາຍມາເປັນຮູບເງົາ The Danish Girl ທີ່ອ້າງອີງມາຈາກເລື່ອງລາວຂອງ ໄອນາ ເວເກເນີ ເນື້ອເລື່ອງເລົ່າເຖິງຈິດຕະກອນຊາຍທີ່ມີຄວາມຝັນ ແຕ່ກັບມີຈຸດຈົບທີ່ໜ້າໂສກເສົ້າ.

ມື້ນີ້ LaoX ຈະພາມາຮູ້ຈັກກັບ ໄອນາ ເວເກເນີ ຊາຍທີ່ກ້າວຂ້າມຜ່ານເພດສະພາບຈາກຊາຍກາຍເປັນຍິງ ພ້ອມກັບຊື່ໃໝ່ຈາກ ໄອນາ ເວເກເນີ ກາຍມາເປັນ ລິລີ່ ເອລບີ (Lili Elbe) ທີ່ຖືກເວົ້າເຖິງໃນຖານະ ຜູ້ທີ່ຖືກຈາລຶກວ່າເປັນຜູ້ຍິງຂ້າມເພດຄົນທຳອິດຂອງໂລກ.

ລິລີ່ ເອລບີ ເປັນນາມປາກກາຂອງ ໄອນາ ເວເກເນີ ຈິດຕະກອນໜຸ່ມຊາວເດນມາກ ເກີດເມື່ອວັນທີ 28 ​ທັນວາ ປີ 1882 ໃນເມືອງນ້ອຍໆທີ່ອ່າວ Vejle ປະເທດ ເດນມາກ. ໄອນາ ເວເກເນີ ເປັນເດັກນ້ອຍທີ່ສະຫຼາດເກີນໄວ ແລະ ມັກງານສິລະປະເປັນພິເສດ ເມື່ອເປັນໄວໜຸ່ມໄດ້ຍ້າຍໄປທີ່ Copenhagen ເພື່ອເຂົ້າສຶກສາວິຊາສິລະປະ ຈົນໄດ້ພົບຮັກກັບ ເກີດ້າ ກັອດລີບ (Gerda Gottlieb). ຕໍ່ມາທັງສອງໄດ້ແຕ່ງກັນໃນປີ 1904 ແລະ ໄດ້ໃຊ້ຊີວິດຮ່ວມກັນ ໂດຍທີ່ ໄອນາ ເວເກເນີ ມັກແຕ້ມຮູບພາບວິວ ແລະ ທັດສະນີຍະພາບທາງທຳມະຊາດ, ສ່ວນທາງ ເກີດ້າ ກັອດລີບ ເປັນນັກແຕ້ມຮູບໃຫ້ກັບປຶ້ມ ແລະ ວາລະສານແຟຊັນ ໂດຍນາງມັກຂໍໃຫ້ຜູ້ເປັນສາມີແຕ່ງຕົວເປັນຜູ້ຍິງເພື່ອເປັນແບບໃນການແຕ້ມຮູບ. ແນ່ນອນວ່າ ໄອນາ ເວເກເນີ ໄດ້ປະຕິເສດ ແຕ່ມາມື້ໜຶ່ງທາງນາງແບບຂາປະຈຳຂອງ ເກີດ້າ ກັອດລີບ ບໍ່ສາມາດມາເປັນແບບ ແລະ ນີ້ຄືການຄົ້ນພົບຕົນເອງຄັ້ງທຳອິດຂອງ ໄອນາ ເວເກເນີ.

ປີ 1908 ນາງແບບຄູ່ບຸນບໍ່ສາມາດມາໄດ້ ນາງແບບຄົນນັ້ນຄື ແອນນາ ລາສເຊນ (Anna Larssen) ໄດ້ສະເໜີໃຫ້ຊາຍໜຸ່ມຮ່າງຈ່ອຍບາງຢ່າງ ໄອນາ ເວເກເນີ ມາເປັນແບບແທນ ເມື່ອໄດ້ຍິນແບບນັ້ນຜູ້ເປັນສາມີຈຶ່ງບໍ່ສາມາດທົນຕໍ່ການຮ້ອງຂໍໄດ້ຈຶ່ງຍອມຈຳນົນ. ເມື່ອໄດ້ສວມໃສ່ຊຸດຂອງຜູ້ຍິງ ຄວາມຮູ້ສຶກຂອງ ໄອນາ ເວເກເນີ ກໍຕ່າງອອກໄປ “ມັນອາດຈະແປກໆ ແຕ່ຂ້ອຍຮູ້ສຶກວ່າ ຂ້ອຍມັກການແຕ່ງຕົວແບບນີ້ ຄວາມຮູ້ສຶກຂອງເສື້ອຜ້າຜູ້ຍິງມັນອ່ອນນຸ້ມ ຂ້ອຍຮູ້ສຶກຄືດັ່ງຢູ່ເຮືອນຫຼັງທີ່ຄຸ້ນເຄີຍ” ນັບແຕ່ນັ້ນມາ ໄອນາ ເວເກເນີ ກໍເປັນແບບມາໃຫ້ເລື້ອຍໆຈົນ ແອນນາ ລາສເຊນ ນາງແບບສາວເຂົ້າມາເຫັນໂດຍບັງເອີນ ແລະ ຕັ້ງຊື່ໃໝ່ໃຫ້ວ່າ ລິລີ່.

ຕົວຕົນໃໝ່ໄດ້ກຳເນີດຂຶ້ນມາ ໄອນາ ເວເກເນີ ເລີ່ມຢາກຈະເປັນຜູ້ຍິງໃນແບບທີ່ຕົນເອງຢາກເປັນ ແລະ ຢາກອອກໄປສູ່ສາທາລະນະ ຈົນທັງສອງ ໄດ້ຍ້າຍໄປຢູ່ ຝຣັ່ງ ເນື່ອງຈາກຂ່າວທີ່ ໄອນາ ເວເກເນີ ແຕ່ງຕົວເປັນຍິງ. ໃນທີ່ສຸດ ໄອນາ ເວເກເນີ ໄດ້ຕັດສິນລະຖິ້ມຕົວຕົນເກົ່າ ແລະ ເລີ່ມຕົ້ນກັບການເປັນ ລິລີ່ ເອລບີ ໃນຖານະຜູ້ຍິງຢ່າງເປີດເຜີຍເປັນເວລາ 20 ປີ.

ຈົນມາປີ 1920 ລິລີ່ ເອລບີ ຫຼື ໄອນາ ເວເກເນີ ໄດ້ເດີນທາງໄປປະເທດ ເຢຍລະມັນ ເພື່ອເດີນທາງໄປຜ່າຕັດແປງເພດ ແລະ ໄດ້ພົບກັບ ດຣ.ແມັກນັສ ເຮີດເຟລ (Magnus Hirschfeld) ຜູ້ທີ່ຈຸດປະກາຍຄວາມຫວັງທີ່ຈະເຮັດໃຫ້ ລິລີ່ ເອລບີ ກາຍເປັນຜູ້ຍິງທີ່ສົມບູນ ແລະ ໃນທີ່ສຸດ ລາວກໍກາຍເປັນຜູ້ຍິງທີ່ສົມດັ່ງທີ່ໃຈຕ້ອງການໃນປີ 1930. ຄວາມຕ້ອງການຂອງ ລິລີ່ ເອລບີ ນັ້ນຍິ່ງໃຫຍ່ກວ່ານັ້ນ ລາວ ຕ້ອງການມີຮັງໄຂ່ ແລະ ມົດລູກຢ່າງແຮງກ້າ ແຕ່ຫຼັງຈາກການຜ່າຕັດປູກຖ່າຍມົດລູກໄດ້ 3 ເດືອນ ລິລີ່ ເອລບີ ກໍໄດ້ເສຍຊີວິດລົງ ໃນວັນທີ 13 ກັນຍາ 1921 ດ້ວຍພາວະຫົວໃຈວາຍຈາກການທີ່ຮ່າງກາຍປະຕິເສດມົດລູກນັ້ນເອງ.

ເຖິງແມ່ນວ່າການຈະເປັນຜູ້ຍິງຂອງ ລິລີ່ ເອລບີ ຈະບໍ່ໄດ້ດົນ ແຕ່ນັ້ນກໍບໍ່ສາມາດຕັດສິນຄວາມເປັນຜູ້ຍິງຂອງລາວໄດ້ແມ່ນແຕ່ໜ້ອຍດຽວ. ເພາະສຸດທ້າຍແລ້ວບໍ່ວ່າຮ່າງກາຍຈະກຳເນີດມາເປັນຢ່າງໃດ ແຕ່ຈິດວິນຍານ ແລະ ຕົວຕົນຂອງ ລິລີ່ ເອລບີ ກໍຄືຜູ້ຍິງຢ່າງແທ້ຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/