ບໍ່ກ້າລາອອກແມ່ນບໍ່? ໃຊ້ບໍລິການ ບໍລິສັດຮັບຈ້າງລາອອກ ຊ່ວຍບອກແທນໄດ້!


ມາຮູ້ຈັກກັບທຸລະກິດສຸດແປກກັບ ບໍລິສັດຮັບຈ້າງລາອອກ ທີ່ກຳລັງເປັນທີ່ນິຍົມໃນປະເທດຍີ່ປຸ່ນ ເປັນສິ່ງສະທ້ອນໃຫ້ເຫັນສັງຄົມການເຮັດວຽກໃນປະເທດຍີ່ປຸ່ນທີ່ສ່ວນໃຫຍ່ບໍ່ກ້າບອກຫົວໜ້າວ່າຢາກລາອອກ.

ສຳລັບການເຮັດວຽກແລ້ວນັ້ນ ມີພົບກໍຕ້ອງມີຈາກ ເລື່ອງຂອງການລາອອກ ເປັນສິ່ງທີ່ໜ້າລຳບາກໃຈຢູ່ສະເໝີວ່າຈະເວົ້າກັບຫົວໜ້າແບບໃດດີ? ຖ້າຫົວໜ້າບໍ່ຢາກໃຫ້ອອກຈະເຮັດແນວໃດຕໍ່? ແນ່ນອນວ່າບັນຫາບໍ່ເກີດສະເພາະຄົນລາວເຮົາ ແຕ່ຕ່າງປະເທດກໍເປັນເຊັ່ນກັນ ໂດຍສະເພາະປະເທດຍີ່ປຸ່ນ.

ປະເທດຍີ່ປຸ່ນ ເປັນປະເທດທີ່ມີວັດທະນະທຳການເຮັດວຽກທີ່ເຂັ້ມງວດ, ເກງໃຈກັນຫຼາຍ ກວ່າຈະລາອອກໄດ້ກໍຖືວ່າເປັນຄວາມລຳບາກໃຈຂັ້ນສຸດ ໂດຍຜູ້ເລີ່ມຕັ້ງບໍລິສັດນີ້ ແມ່ນ ນິອິໂນະ ໂທຊິຍູກິ ທີ່ເຈົ້າຕົວພົບພໍ້ກັບບັນຫາໂດຍກົງ ສາເຫດມາຈາກການພະຍາຍາມລາອອກ ແຕ່ກັບຮູ້ສຶກຜິດ ເນື່ອງຈາກປະສົບການຂອງ ນິອິໂນະ ໂທຊິຍູກິ ແລະ ໂອຄາຊາກິ ຍູອິຈິໂຣ ໝູ່ໃນໄວເດັກ ຈຶ່ງມີຄວາມຄິດຂຶ້ນມາວ່າ ຈະດີກວ່າບໍ່ຫາກມີຄົນມາລາອອກແທນ ຈົນກາຍເປັນຈຸດເລີ່ມຕົ້ນຂອງ EXIT ສະຕາດອັບເພື່ອຄົນທີ່ຢາກລາອອກ ທີ່ຈະເຮັດໜ້າທີ່ແທນໃນການຍື່ນໃບລາອອກໃນນາມຂອງພະນັກງານ.

ບໍລິສັດຮັບຈ້າງລາອອກ ຄິດຄ່າທຳນຽມ 20.000 ເຢນ ຈາກນັ້ນກໍຈະຕິດຕໍ່ຫານາຍຈ້າງຂອງລູກຄ້າເພື່ອແຈ້ງໃຫ້ຮູ້ເຖິງການຕັດສິນໃຈລາອອກ ຊ່ວຍໃຫ້ພະນັກງານຫຼີກອອກຈາກການທີ່ຕົນເອງຕ້ອງພົບໜ້າກັບຫົວໜ້າງານທີ່ຈະກໍ່ໃຫ້ເກີດຄວາມວິຕົກກັງວົນໄດ້. ນັບຕັ້ງແຕ່ເປີດຕົວໃນປີ 2017​ ໂມເດວທຸລະກິດຂອງ EXIT ໄດ້ມີບໍລິສັດອື່ນໆນຳໄປໃຊ້ຈົນເກີດບໍລິສັດຮັບຈ້າງລາອອກຫຼາຍກວ່າ 20 ແຫ່ງ ກາຍເປັນອຸດສາຫະກຳສະເພາະໃນປະເທດຍີ່ປຸ່ນທີ່ໜ້າສົນໃຈ.

ໂດຍລູກຄ້າຂອງສ່ວນໃຫຍ່ເປັນຜູ້ຊາຍອາຍຸ 20 ປີ ແລະ ທຸລະກິດຂອງພວກເຂົາມີຄົນຕິດຕໍ່ເຂົ້າມາປະມານ 10.000 ຄັ້ງໃນແຕ່ລະປິ ເຫດຜົນຫຼັກມີຢູ່ 2 ປະການຄື: ພວກເຂົາຢ້ານເຈົ້ານາຍຂອງພວກ ຈຶ່ງບໍ່ສາມາດເວົ້າກົງໆໄດ້ ແລະ ອີກໜຶ່ງປະການຄືຄວາມຮູ້ສຶກຜິດຈາກການທີ່ພວກເຂົາຕ້ອງລາອອກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/