ສິງກະໂປເປີດເຜີຍ ຄ່າແຮງປີ 2022 ເພີ່ມຂຶ້ນ 0,4% ແຕ່ບໍ່ສູ້ປີ 2021


ກະຊວງແຮງງານສິງກະໂປ ເປີດເຜີຍວ່າຄ່າຈ້າງທີ່ແທ້ຈິງໃນສິງກະໂປ ເພີ່ມຂຶ້ນ 0,4% ໃນປີ 2022 ຕໍ່າກວ່າ 1,6% ໃນປີ 2021 ໂດຍອັດຕາການເຕີບໂຕຂອງຄ່າຈ້າງເມື່ອປີທີ່ຜ່ານມາ ລົດລົງຈໍານວນຫຼາຍເພາະເງິນເຟີ້ ເຊິ່ງເງິນເຟີ້ໃນປີ 2022 ຢູ່ທີ່ 6,1% ສູງກວ່າໃນປີ 2020.

ໃນຂະນະທີ່ຄ່າຈ້າງລວມ ທີ່ເປັນຕົວເງິນຮອດ 6,5% ໃນປີ 2022 ເຊິ່ງຄ່າຈ້າງດັ່ງກ່າວບໍ່ໄດ້ຄິດຄຳນຶງເຖິງເງິນເຟີ້ ແລະ ການເພີ່ມຂຶ້ນຄັ້ງນີ້ນັບວ່າສູງຂຶ້ນຈຳນວນຫຼາຍ ແລະ ຫຼາຍກວ່າ 3,9% ໃນປີ 2020 ເຊິ່ງຖືວ່າສູງທີ່ສຸດໃນຮອບ 10 ປີ.

ຄວາມເຄື່ອນໄຫວດັ່ງກ່າວ ເປັນການສະທ້ອນຄວາມພະຍາຍາມຂອງບໍລິສັດຕ່າງໆ ທີ່ຈະຟື້ນຟູຄ່າຈ້າງຂອງເຫຼົ່າພະນັກງານທີ່ພົບກັບການລົດຂອງເງິນຄ່າຈ້າງໃນວິກິດໂຄວິດ-19 ລວມເຖິງການເພີ່ມຄ່າຈ້າງທີ່ສູງຂຶ້ນໃຫ້ກັບພະນັກງານ ເພື່ອຮັກສາພະນັກງານໄວ້ໃນການແຂ່ງຂັນສັນຫາພະນັກງານໃໝ່. ໃນຂະນະທີ່ ເກືອບ 3 ໃນ 4 ຂອງສະຖານປະກອບການຕ່າງໆ ໃນສິງກະໂປໄດ້ມີການປັບຂຶ້ນຄ່າແຮງ ເນື່ອງຈາກກິດຈະກຳດ້ານທຸລະກິດຟື້ນກັບມາໃນປີ 2022.

ກະຊວງແຮງງານໄດ້ສະແດງຄຳຄິດເຫັນ ເນື່ອງຈາກເສດຖະກິດຂອງສິງກະໂປຍັງຄົງເຕີບໂຕຕໍ່ເນື່ອງໃນປີ 2022 ເຮັດໃຫ້ສັດສ່ວນຂອງບໍລິສັດທີ່ມີກຳໄລ ເພີ່ມຂຶ້ນສົ່ງຜົນໃຫ້ຫຼາຍບໍລິສັດສາມາດປັບຂຶ້ນເງິນເດືອນໃຫ້ກັບພະນັກງານໄດ້ຫຼາຍຂຶ້ນໃນປີ 2022 ເມື່ອທຽບກັບ 2019.

ຜົນສຳຫຼວດຄວາມຄາດຫວັງກ່ຽວກັບຄ່າຈ້າງ ທີ່ຈັດເຮັດໄຕມາດທຳອິດຂອງປີ 2023 ລະບຸວ່າ ຫຼາຍບໍລິສັດສະແດງຄວາມຕັ້ງໃຈ ທີ່ຈະປັບເພີ່ມຄ່າຈ້າງໃຫ້ກັບພະນັກງານໃນເດືອນມີນາ ປີ 2023 ເມື່ອປຽບທຽບກັບເດືອນທັນວາປີ 2021. ເຖິງຢ່າງໃດກໍຕາມ ເມື່ອພິຈາລະນາປຽບທຽບກັບສະຖານະການປັດຈຸບັນທີ່ເສດຖະກິດໂລກຊ້າລົງ ແລະ ສະພາບແວດລ້ອມທາງທຸລະກິດ ທີ່ບໍ່ແນ່ນອນຫຼາຍຂຶ້ນ ບໍລິສັດຕ່າງໆມີທ່າອ່ຽງທີ່ຈະໃຊ້ວິທີການທີ່ລະມັດລະວັງ ໃນການປັບຂຶ້ນເງິນເດືອນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/