Binance.US ປະກາດໃຫ້ຢຸດຖອນເງິນໂດລາທັງໝົດຊົ່ວຄາວ ໂດຍມີຜົນໄວສຸດໃນວັນທີ 13 ມິຖຸນານີ້


ໃນວັນທີ 8 ເດືອນມິຖຸນາ, Crypto exchange Binance.US ກໍໄດ້ອອກມາຖະເເຫຼງການວ່າ ທາງເເພລັດຟອມຈະລະງັບການຝາກ USD ເນື່ອງຈາກທະນາຄານທີ່ຮ່ວມທຸລະກິດນຳກັນນັ້ນຈະຍຸຕິການໃຫ້ບໍລິການຖອນເງິນ USD ຊົ່ວຄາວ ເເລະ ຈະມີຜົນບັງຄັບໃຊ້ໄວສຸດໃນວັນທີ 13 ເດືອນມິຖຸນານີ້.

ໂດຍໃນຖະເເຫຼງການຂອງ Binance.US ຍັງໄດ້ລະບຸອີກວ່າ ທາງບໍລິສັດຍັງຄົງຮັກສາເງິນທຶນສຳຮອງຂອງຜູ້ໃຊ້ບໍລິການທັງໝົດເອົາໄວ້ໃນອັດຕາ 1:1 ເເລະ ການດຳເນີນການທັງໝົດຍັງຄົງເປັນຄືເກົ່າ. ນອກຈາກນີ້ Binance.US ຍັງໄດ້ຂໍໃຫ້ຜູ້ໃຊ້ບໍລິການຖອນ USD ຜ່ານການເຮັດທຸລະກຳພາຍໃນວັນທີ 13 ເດືອນມິຖຸນາອີກດ້ວຍ.

Binance.US ໄດ້ລະບຸອີກວ່າ ຄູ່ເທຣດ USD ທັງໝົດຈະຖືກລະງັບໃນອາທິດໜ້າ ເເລະ ຍອດຄົງເຫຼືອຂອງຜູ້ໃຊ້ບໍລິການສະກຸນເງິນ USD ຈະຖືກປ່ຽນເປັນ Stablecoins ຫຼັງຈາກວັນທີ 15 ເດືອນມິຖຸນາເປັນຕົ້ນໄປ. ໂດຍການໂອນ ACH ໃນສະກຸນເງິນ USD ອາດຈະຊັກຊ້າ ເນື່ອງຈາກທະນາຄານປິດເຮັດວຽກໃນທ້າຍອາທິດ ເເລະ ປະລິມານການຊື້ຂາຍທີ່ເພີ່ມຂຶ້ນ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/