ອາການປວດຫຼັງເປັນອາການທີ່ພົບໄດ້ທຸກເພດທຸກໄວ ໂດຍສະເພາະຄົນທີ່ນັ່ງເຮັດວຽກຢູ່ໜ້າຈໍຄອມເປັນເວລາດົນໆບໍ່ລຸກໄປໃສ ຫຼື ຄົນທີ່ເຮັດວຽກໜັກໆທີ່ຕ້ອງກົ້ມໆເງີຍໆໃນທ່າເກົ່າຢູ່ຊ້ຳໆ. ອາການປວດຫຼັງສ່ວນໃຫຍ່ຈະດີຂຶ້ນຫຼັງຈາກພັກຜ່ອນ ແລະ ບໍ່ມີຜົນກະທົບຕໍ່ຊີວິດປະຈໍາວັນ, ແຕ່ອາການເຈັບປວດຢ່າງຮຸນແຮງ ຫຼື ມີອາການເປັນເດືອນໆ ແລະ ສົ່ງຜົນກະທົບຕໍ່ຊີວິດປະຈຳວັນ ປົກກະຕິແລ້ວມັກຈະມາຈາກສາເຫດອັນຕະລາຍ ແລະ ຮ້າຍແຮງ. ອາການປວດຫຼັງທີ່ມີລັກສະນະນີ້ຄວນຈະຕ້ອງຮີບໄປພົບເເພດໂດຍໄວເພື່ອຊອກຫາສາເຫດ ແລະ ໄດ້ຮັບການປິ່ນປົວຢ່າງຖືກຕ້ອງ.
ເຮົາມາເບິ່ງກັນວ່າຈະມີອາການໃດເເດ່ທີ່ຄວນຈະຕ້ອງໄປພົບເເພດໂດຍໄວ ກ່ອນທີ່ຈະໄດ້ນອນປິ່ນປົວເປັນປີໆ.
- ກ້າມຊີ້ນ ເເລະ ເສັ້ນເອັນອັກເສບ
ສາເຫດມາຈາກການໃຊ້ກ້າມຊີ້ນສ່ວນເກົ່າຊໍ້າໆກັນເຊັ່ນ ນັ່ງຢູ່ທ່າດຽວກັນເປັນເວລາດົນໆ, ກົ້ມໆເງີຍໆຕະຫຼອດ, ເຮັດວຽກ ຫຼື ຫຼີ້ນກິລາທີ່ໃຊ້ທ່າຊ້ຳໆເປັນເວລາດົນ, ເມື່ອໃຊ້ກ້າມຊີ້ນບໍລິເວນນັ້ນຈະເຮັດຮູ້ສຶກເຈັບປວດ.
ອາການເຈັບປວດເເບບນີ້ ພຽງແຕ່ຢຸດການໃຊ້ກ້າມຊີ້ນສ່ວນນັ້ນຈົນກວ່າຈະດີຂຶ້ນ ເເລະ ເຊົາປວດໄປເອງ.
- ຂໍ້ຕໍ່ອັກເສບ
ສາເຫດມາຈາກການໃຊ້ຂໍ້ຕໍ່ບ່ອນເກົ່າຊ້ຳໆເຊັ່ນ ກົ້ມໆເງີຍໆ ແລະ ບິດໄປມາ ອາການຈະຄ້າຍກັບກ້າມຊີ້ນ ແລະ ເສັ້ນເອັນອັກເສບ ພຽງແຕ່ເກີດຂຶ້ນໃນບໍລິເວນຂໍ້ຕໍ່ເຊັ່ນ: ຂໍ້ຕີນ, ຫົວເຂົ່າ ແລະ ບ່າ.
ອາການເຈັບແບບນີ້ ພຽງແຕ່ຢຸດການໃຊ້ຂໍ້ຕໍ່ບ່ອນທີ່ເຈັບ ອາການກໍຈະດີຂຶ້ນໄປເອງ.

- ໝອນຮອງກະດູກທັບເສັ້ນປະສາດ
ອາການປວດຫຼັງເກີດຂຶ້ນທັນທີໃນຕອນທີ່ກົ້ມຍົກເຄື່ອງ ສາເຫດຍ້ອນການເເບກ ຫຼື ຍົກຂອງໜັກຜິດທ່າ, ຕໍ່ມາກໍຈະເລີ່ມປວດເເກ່ຍາວໄປຮອດຂາ ເຊິ່ງຈະປວດຫຼາຍຂຶ້ນເວລາຍ່າງ ເເລະ ຈະດີຂຶ້ນເມື່ອໄດ້ນອນພັກ.
ຖ້າເສັ້ນປະສາດຖືກທັບ ຫຼື ອັກເສບເປັນເວລາດົນ ອາດຈະເຮັດໃຫ້ກ້າມຂາອ່ອນເເຮງ ຫຼື ຊາ ອາການເເບບນີ້ຕ້ອງໄປພົບແພດທັນທີ.
- ກະດູກສັນຫຼັງເສື່ອມ
ອາການປວດເເບບນີ້ມັກເກີດຂຶ້ນນຳຜູ້ທີ່ມີອາຍຸຫຼາຍ ເມື່ອອາຍຸຫຼາຍຂຶ້ນຂໍ້ຕໍ່ກະດູກເສື່ອມ ໝອນຮອງກະດູກເສື່ອມລົງເຮັດໃຫ້ກະດູກຜິດຮູບ ຫຼື ເຄື່ອນໄວຜິດປົກກະຕິ, ກະດູກອາດທັບເສັ້ນປະສາດເຮັດໃຫ້ເຈັບຫຼັງເເກ່ຍາວໄປຮອດຂາໄດ້.
ໂດຍອາການເເບບນີ້ມັກຈະເຈັບຫຼາຍຂຶ້ນເວລາຍ່າງດົນໆ ເວລາຍ່າງອາດຈະກົ້ມຕົວເລັກນ້ອຍເພື່ອບັນເທົາອາການປວດໃຫ້ໜ້ອຍລົງ, ສາມາດບັນເທົາອາການປວດໄດ້ຈາກການນັ່ງພັກ ຫຼື ນອນພັກ. ຖ້າຫາກນັ່ງພັກ ຫຼື ນອນພັກຍັງມີອາການປວດຫຼາຍຢູ່ ຄວນໄປພົບເເພດທັນທີ.

- ເນື້ອງອກກະດູກສັນຫຼັງ
ການທີ່ມີເນື້ອງອກຢູ່ກະດູກສັນຫຼັງນັ້ນ ຖືວ່າບໍ່ເເມ່ນອາການເຈັບປວດເເບບປົກກະຕິເເລ້ວ. ທ່ານອາດຈະມີເນື້ອງອກທີ່ອາດຈະກິນກະດູກສັນຫຼັງ ເຮັດໃຫ້ເຈັບປວດກະດູກ ຫຼື ມັນອາດຈະກົດທັບເສັ້ນປະສາດທີ່ເຮັດໃຫ້ເກີດອາການເຈັບປວດເເກ່ຍາວໄປຮອດຂາ ເຮັດໃຫ້ຂາຊາ ຫຼື ອ່ອນເເຮງ
ເຊິ່ງອາການເຫຼົ່ານີ້ມັກຈະປວດໃນເວລານອນ, ໃນເວລາທີ່ຢືນ ແລະ ຍ່າງອາການກໍຈະດີຂຶ້ນ ເເຕ່ຄວນຢູ່ພາຍໃຕ້ການດູເເລຂອງແພດໝໍ ສໍາລັບການກວດສອບ ແລະ ໄດ້ຮັບການປິ່ນປົວເປັນໄລຍະ.
- ການຕິດເຊື້ອກະດູກສັນຫຼັງ
ຈະມີອາການເຈັບຫຼັງ ທີ່ອາດຈະແກ່ຍາວໄປເຖິງຂາ, ກະດູກສັນຫຼັງອາດຈະໂຄ້ງງໍ ຖ້າເຄາະກະດູກຈະຮູ້ສຶກເຈັບປວດ. ຫາກມີອາການແບບນີ້ຄວນໄປພົບແພດທັນທີ.
- ປວດຫຼັງ ເເລະ ມີອາການອື່ນໆຮ່ວມນຳ
ຖ້າຫາກມີອາການເຈັບຫຼັງ ເເລະ ຍັງມີອາການເຈັບປວດອື່ນໆຮ່ວມນຳເຊັ່ນ: ມີອາການຊາຕາມບໍລິເວນນິ້ວມື້ ແລະ ນິ້ວຕີນ, ມີໄຂ້ສູງ, ໜາວສັ່ນ, ນ້ຳໜັກລົດ, ອ່ອນເພຍ, ເບື່ອອາຫານ ເເລະອື່ນໆ, ຄວນໄປພົບແພດໃຫ້ໄວເທົ່າທີ່ຈະໄວໄດ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/