ເດັກນ້ອຍທີ່ມີການໃກ້ຊິດກັບສັດລ້ຽງຕ່າງໆມີຄວາມສ່ຽງຕໍ່າທີ່ຈະເປັນພູມເເພ້ຈາກການກິນອາຫານ


ການມີສັດລ້ຽງຢູ່ໃນເຮືອນຊ່ວຍໃຫ້ເດັກນ້ອຍທີ່ໃກ້ຊິດກັບສັດເຫຼົ່ານີ້ມີທ່າອ່ຽງທີ່ຈະເກີດອາການເເພ້ອາຫານໄດ້ໜ້ອຍກວ່າ, ທີມນັກວິໄຈຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ Fukushima ຂອງ​ຍີ່​ປຸ່ນ ໄດ້ເປີດເຜີຍຜົນຂອງການສຶກສາຫຼ້າສຸດໃນວາລະສານ PLOS One ໂດຍລະບຸວ່າ ການລ້ຽງໝາ ເເລະ ເເມວໄວ້ໃນເຮືອນ ຈະຊ່ວຍເສີມສ້າງພູມຕ້ານທານຕໍ່ອາຫານທີ່ຄົນສ່ວນຫຼາຍກິນເເລ້ວເກີດອາການເເພ້ອາຫານ ໃຫ້ກັບເດັກນ້ອຍທີ່ເກີດມາໃນເຮືອນຫຼັງນັ້ນໄດ້ຕັ້ງເເຕ່ຢູ່ໃນທ້ອງເເມ່.

ໂດຍສັດລ້ຽງທີ່ທີມນັກວິໄຈເເນະນຳໃຫ້ລ້ຽງກໍຄື ເເມວ ເເລະ ໝານັ້ນເອງ, ເນື່ອງຈາກພວກມັນສາມາດລ້ຽງໄວ້ທັງໃນເຮືອນ ເເລະ ນອກເຮືອນໄດ້ເພື່ອການໃກ້ຊິດທີ່ຫຼາຍຂຶ້ນ, ການສຳຜັດກັບໝາ ຫຼື ເເມວໃນໄລຍະພັດທະນາການຂອງເເມ່ທີ່ກຳລັງຖືພາ ຫຼື ເດັກນ້ອຍໃນ 2 – 3 ເດືອນທໍາອິດຈະຊ່ວຍລົດການເເພ້ອາຫານໄດ້ເຖິງ 14%.

ທີມວິໄຈໄດ້ວິເຄາະຂໍ້ມູນສຸຂະພາບຂອງເດັກນ້ອຍຍີ່ປຸ່ນ 66.215 ຄົນທີ່ໄດ້ມາຈາກແບບສອບຖາມຂອງຜູ້ປົກຄອງ. ໂດຍໄດ້ພິຈາລະນາຂໍ້ມູນສຸຂະພາບເຫຼົ່ານີ້ຮ່ວມກັບຂໍ້ມູນການລ້ຽງສັດໃນຄອບຄົວ ບໍ່ວ່າຈະເປັນໝາ, ແມວ, ນົກ ຫຼື ເຕົ່າ.

ຜົນປາກົດວ່າເດັກນ້ອຍທີ່ມີການໃກ້ຊິດກັບສັດລ້ຽງຕັ້ງແຕ່ຍັງນ້ອຍ ແລະ ບໍ່ມີອາການແພ້ອາຫານເມື່ອໃຫຍ່ຂຶ້ນ ໂດຍພວກເຂົາສັນນິດຖານວ່າສານເຄມີທີ່ສັດລ້ຽງຜະລິດອອກມາຢູ່ໃນນ້ຳລາຍ, ເສັ້ນຂົນ ຫຼື ຜິວໜັງອາດຈະເປັນສາເຫດທີ່ເຮັດໃຫ້ເດັກນ້ອຍພັດທະນາພູມຕ້ານທານທີ່ຈຳເປັນຕໍ່ຮ່າງກາຍຂຶ້ນມາ. ນອກຈາກນີ້ຈຸລິນຊີທີ່ດີຈາກສັດລ້ຽງສາມາດເສີມຂະຫຍາຍຄວາມຫຼາກຫຼາຍຂອງລະບົບ gut microbiome ຂອງເດັກນ້ອຍໃຫ້ດີຂຶ້ນໄດ້ ເຊິ່ງເປັນປະໂຫຍດຕໍ່ການເສີມສ້າງພູມຕ້ານທານຂອງຮ່າງກາຍໃນໄລຍະຍາວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/