ເຄນຍາປະເຊີນໄພແຫ້ງແລ້ງຢ່າງຮຸນແຮງ ສົ່ງຜົນໃຫ້ສັດປ່າຕາຍເປັນຈໍານວນຫຼາຍຮ້ອຍໂຕ ແລະ ສັດບາງສາຍພັນກໍສ່ຽງສູນພັນ


ພາວະໂລກຮ້ອນເປັນໜຶ່ງໃນສາເຫດທີ່ເຮັດໃຫ້ເກີດໄພແຫ້ງແລ້ງ ເຊິ່ງນັ້ນມັນສົ່ງຜົນກະທົບຕໍ່ສິ່ງທີ່ມີຊີວິດຫຼາກຫຼາຍສາຍພັນເຊັ່ນ: ຄົນ, ສັດ, ພືດ ເປັນຕົ້ນ ແລະຖ້າໄພແຫ້ງແລ້ງຍັງຄົງດໍາເນີນຕໍ່ໄປ ອີກບໍ່ຈັກປີໃນອະນາຄົດກໍອາດເຮັດໃຫ້ສິ່ງທີ່ມີຊິວິດບາງຊະນິດສູນພັນໄປຈາກໂລກເຮົາ. ເຊັ່ນດຽວກັບສະພາບໃນປະເທດເຄນຍາໃນຂະນະນີ້ທີ່ກໍາລັງປະເຊີນກັບໄພແຫ້ງແລ້ງແບບຮຸນແຮງສຸດໆໃນຮອບຫຼາຍທົດສະວັດ ຈົນສົ່ງຜົນໃຫ້ສັດປ່າຕາຍເປັນຈໍານວນຫຼາຍຮ້ອຍໂຕ ແລະສັດບາງສາຍພັນກໍສ່ຽງສູນພັນ.

ເມື່ອວັນທີ 11 ພະຈິກ 2022 ສຳນັກງານສັດປ່າເຄນຍາແລະໜ່ວຍງານອື່ນໆ ໄດ້ອອກມາເປີດເຜີຍຕົວເລກຂອງຈໍານວນສັດປ່າທີ່ເສຍຊີວິດທັງໝົດໃນໄລຍະ 9 ເດືອນທີ່ຜ່ານມາ ເຊິ່ງໃນຈໍານວນດັ່ງກ່າວລວມມີ ຊ້າງ 205 ໂຕ, ວິລເດີບີສ 512 ໂຕ, ມ້າລາຍ 381 ໂຕ, ຄວາຍ 51 ໂຕ, ມ້າລາຍເກຣວີ່ 49 ໂຕ ແລະ ຢີຣາຟ 12 ໂຕ. ໃນຈໍານວນຂອງສັດປ່າທີ່ເສຍຊີວິດນີ້ ມ້າລາຍເກຣວີ່ ແມ່ນສ່ຽງເປັນສັດສູນພັນ ເພາະຈໍານວນຂອງປະຊາກອນທີ່ລົດລົງຢ່າງໜ້າຕົກໃຈ.

ໂດຍເຫດການສັດປ່າຕາຍຈໍານວນຫຼວງຫຼາຍນີ້ເກີດຂຶ້ນຫຼັງຈາກບາງພື້ນທີ່ຂອງເຄນຍາປະເຊີນໄພແຫ້ງແລ້ງຕິດຕໍ່ກັນ 4 ລະດູ ພ້ອມນັ້ນມັນຍັງສົ່ງຜົນກະທົບຕໍ່ຜູ້ຄົນແລະສັດຢ່າງຮຸນແຮງ.

ນອກຈາກນີ້ ໄພແຫ້ງແລ້ງຍັງສົ່ງຜົນຕໍ່ລະບົບນິເວດຢ່າງໜັກໃນອຸທິຍານແຫ່ງຊາດ, ເຂດອະນຸລັກ ແລະເຂດອະນຸລັກດ້ານການທ່ອງທ່ຽວຂອງເຄນຍາ ເຊັ່ນ Amboseli, Laikipia-Samburu ແລະ Tsavo ເຊິ່ງສະຖານທີ່ດັ່ງກ່າວນີ້ລ້ວນແຕ່ເປັນແຫຼ່ງນະບົບນິເວດສຳຄັນຂອງສັດປ່າ.

ພ້ອມນັ້ນທາງໜ່ວຍງານທີ່ກ່ຽວຂ້ອງຍັງມີການຮຽກຮ້ອງໃຫ້ມີການສໍາຫຼວດປະຊາກອນຂອງສັດປ່າຢ່າງເລັ່ງດ່ວນໃນອຸທິຍານແຫ່ງຊາດ Amboseli ເພື່ອໃຫ້ເຂົ້າໃຈເຖິງຜົນກະທົບຂອງໄພແຫ້ງແລ້ງຕໍ່ສັດປ່າໄດ້ດີຂຶ້ນ ຕະຫຼອດຈົນການຈັດຫານ້ຳໃຫ້ກັບພື້ນທີ່ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ 3 ແຫ່ງໂດຍທັນທີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/