ເກີດເຫດລະເບີດໃຈກາງເມືອງອິສຕັນບູລ ປະເທດຕຸຣເຄຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ບາດເຈັບອີກ 81 ຄົນ


ສຳນັກຂ່າວຕ່າງປະເທດຫຼາຍສຳນັກລາຍງານວ່າ ເມື່ອເວລາ 16:20 ຂອງວັນທີ 13 ພະຈິກ ທີ່ Taksim Square ເຊິ່ງເປັນເຂດການຄ້າໃຈກາງເມືອງອິສຕັນບູລ ປະເທດຕຸຣເຄຍ ໄດ້ເກີດເຫດລະເບີດຂຶ້ນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ບາດເຈັບອີກ 81 ຄົນ.

ໃນຕອນທີ່ເກີດເຫດມີຜູ້ທີ່ສາມາດບັນທຶກວິດີໂອໄວ້ໄດ້ ໂດຍຈາກພາບວິດີໂອແມ່ນສະແດງໃຫ້ເຫັນວ່າມີສຽງດັງສະໜັ່ນເກີດຂຶ້ນພ້ອມກັບປະກາຍໄຟທີ່ຮຸ່ງຂຶ້ນມາ ຫຼັງຈາກນັ້ນຜູ້ຄົນກໍພາກັນແລ່ນໜີເອົາຊີວິດລອດຢ່າງວຸ້ນວາຍ ໂດຍເບື້ອງຕົ້ນທາງເຈົ້າໜ້າທີ່ຕໍາຫຼວດສັນນິຖານວ່າອາດແມ່ນກຸ່ມກໍ່ການຮ້າຍທີ່ມີຜູ້ລົງມືເປັນຜູ້ຍິງ.

ທາງດ້ານ Bekir Bozdag ລັດຖະມົນຕີກະຊວງຍຸຕິທໍາຂອງຕຸຣເຄຍໄດ້ກ່າວກັບສື່ວ່າ ຈາກການກວດສອບແມ່ນພົບຜູ້ຕ້ອງສົງໄສຄົນໜຶ່ງ ເຊິ່ງເປັນຜູ້ຍິງທີ່ນັ່ງຢູ່ເທິງຕັ່ງໃນພື້ນທີ່ທີ່ເກີດເຫດດັ່ງກ່າວເປັນເວລາດົນກວ່າ 40 ນາທີ ແລະເມື່ອຍິງຄົນນັ້ນລຸກອອກຈາກບ່ອນນັ່ງບໍ່ດົນເຫດລະເບີດກໍໄດ້ເກີດຂຶ້ນ ແຕ່ວ່າຈົນເຖິງຂະນະນີ້ຍັງບໍ່ມີກຸ່ມກໍ່ການຮ້າຍໃດອອກມາອ້າງຕົນວ່າເປັນຜູ້ຢູ່ເບື້ອງຫຼັງ ຫຼັງຈາກລົງມືກໍ່ເຫດ.

ຢ່າງໃດກໍຕາມ ເມື່ອຕອນເຊົ້ນຂອງວັນທີ 14 ພະຈິກ ລັດຖະມົນຕີກະຊວງພາຍໃນຂອງຕຸຣເຄຍກໍໄດ້ອອກມາເປີດເຜີຍກັບສື່ມວນສົນວ່າ ທາງການສາມາດຈັບກຸມຕົວຄົນຮ້າຍໄດ້ແລ້ວ ແຕ່ຍັງບໍ່ມີລາຍງານຢືນຢັນຊັດເຈນວ່າເປັນຍິງຄົນດັ່ງກ່າວຫຼືບໍ່.

ຂະນະທີ່ Recep Tayyip Erdogan ປະທານາທິບໍດີຕຸຣເຄຍໄດ້ປະກາດວ່າ ຄົນຮ້າຍຈະຕ້ອງໄດ້ຮັບບົດລົງໂທດ ພ້ອມປະນາມການກະທຳດັງກ່າວວ່າເປັນການໂຈມຕີທີ່ຊົ່ວຮ້າຍ ແລະກ່າວວ່າ “ກິ່ນຂອງຄວາມຊົ່ວຮ້າຍ” ກໍາລັງລອຍຢູ່ໃນອາກາດ.

ນັກຂ່າວຂອງ BBC ທີ່ຢູ່ໃນພື້ນທີ່ເລົ່າວ່າ ພາຍຫຼັງເກີດເຫດ ເຈົ້າໜ້າທີ່ຕໍາຫຼວດໄດ້ລະດົມກໍາລັງອອກມາຮັກສາຄວາມປອດໄພເຕັມຖະໜົນ ເຊິ່ງຖືກປິດລ້ອມໄວ້ບໍ່ໃຫ້ບຸກຄົນພາບນອກເຂົ້າ ລວມເຖິງມີເຮືອບິນເຮລິຄອບເຕີ້ແລະລົດພະຍາບານເຂົ້າ-ອອກໃນພື້ນທີ່ຢູ່ຕະຫຼອດ.

ພາຍຫຼັງເກີດເຫດ ຄົນທົ່ວໂລກຕ່າງພາກັນສົ່ງສານສະແດງຄວາມເສຍໃຈແລະມອບກໍາລັງໃຈໃຫ້ກັບຕຸຣເຄຍ. ພ້ອມນັ້ນໃນໂລກໂຊຊ່ຽວຢ່າງ Twitter ກໍໄດ້ມີການຕິດແຮສແທັກ #Taksim ເພື່ອເປັນການໄວ້ອາໄລແລະສະແດງຄວາມເສຍໃຈໃຫ້ກັບຜູ້ເຄາະຮ້າຍໃນເຫດການຄັ້ງນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/