Binance ປະກາດຕັ້ງກອງທຶນຟື້ນຟູ ອຸດສາຫະກຳ ຄຣິບໂຕ ເພື່ອຊ່ວຍເຫຼືອ ໂຄງການທີ່ຂາດສະພາບຄ່ອງ


ການລົ້ມລະລາຍຂອງ FTX ທີ່ເຄີຍເປັນຕະຫຼາດ Cryptocurrency ອັນດັບ 2 ຂອງໂລກ ໄດ້ສ້າງຄວາມປັ່ນປ່ວນຢ່າງຕໍ່ເນື່ອງໃຫ້ກັບວົງການ Cryptocurrency ທັງລາຄາທີ່ຕໍ່າລົງ ແລະ ນັກລົງທຶນທີ່ກັງວົນວ່າຈະມີບໍລິສັດ ຫຼື ໂຄງການອື່ນໆ ຈະເກີດເຫດການແແບບນີ້ຂຶ້ນອີກ.

ຫຼ້າສຸດ Changpeng Zhao ຫຼື Cz ເຈົ້າຂອງ Binance ຕະຫຼາດຊື້ຂາຍ Crypto currency ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ອອກມາປະກາດທາງບັນຊີ Twitter ສ່ວນຕົວວ່າ ທາງ Binance ກຳລັງກຽມກໍ່ຕັ້ງກອງທຶນຟື້ນຟູອຸດສາຫະກຳຄຣິບໂຕ ເພື່ອຊ່ວຍໃຫ້ ແພລັດຟອມຊື້ຂາຍຄຣິບໂຕ ທີ່ຍັງມີພື້ນຖານດີ ແຕ່ໄດ້ຮັບຜົນກະທົບຈາກການລົ້ມລະລາຍຂອງ FTX ຈົນຂາດສະພາບຄ່ອງ ສາມາດມາກູ້ເງິນເພື່ອນຳໄປບໍລິຫານ ເສີມສະພາບຄ່ອງໃຫ້ກັບທາງບໍລິສັດຂອງຕົນເອງໄດ້.

ພ້ອມນີ້ Changpeng Zhao ຍັງໂພສຂໍ້ຄວາມຕໍ່ອີກວ່າ: “ຄຣິບໂຕຈະບໍ່ຫາຍໄປໃສ ເພາະເຮົາຍັງຢູ່ບ່ອນນີ້ ເຮົາມາສ້າງມັນຂຶ້ນໃໝ່ກັນເທາະ”

ຢ່າງໃດກໍຕາມ ການປະກາດສ້າງກອງທຶນຄັ້ງນີ້ຂອງ Changpeng Zhao ນັ້ນຍັງບໍ່ໄດ້ລະບຸເຖິງລາຍລະອຽດຕ່າງໆຂອງກອງທຶນ ເຊັ່ນມູນຄ່າຂອງກອງທຶນ ຫຼື ມາດຕະຖານໃນການຄັດເລືອກ. ພຽງແຕ່ບອກວ່າ ໃຫ້ຕິດຕໍ່ໄປຫາ Binance Labs ຖ້າຄິດວ່າບໍລິສັດຂອງທ່ານຜ່ານມາດຕະຖານ.

ໂດຍການລົ້ມລະລາຍຄັ້ງນີ້ຂອງ FTX ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກຳຄຣິບໂຕ ເປັນວົງກວ້າງ ນັບຕັ້ງແຕ່ຜູ້ລົງທຶນລາຍຍ່ອຍ ໄປຈົນເຖິງນັກລົງທຶນສະຖາບັນການເງິນລະດັບປະເທດເຊັ່ນ: Softbank ຈາກຍີ່ປຸ່ນ, Temasek Holdings ຈາກສິງກະໂປ, Sequoia Capital  ບໍລິສັດລົງທຶນຈາກ ສິລິຄອນວັລເລ ສະຫະລັດອາເມລິກາ, Paradigm ບໍລິສັດລົງທຶນຈາກ ຊານຟຣານຊິສໂກ ສະຫະລັດອາເມຣິກາ ລວມໄປເຖິງ ກອງທຶນບຳເໜັດບຳນານຈາກແຄນາດາ ແລະ ອີກຫຼາຍບໍລິສັດທາງດ້ານການເງິນທີ່ມີຮຸ້ນກັບ FTX.

ແຕ່ສິ່ງທີ່ສຳຄັນໄປກວ່າຈຳນວນເງິນທີ່ເສຍໄປນັ້ນ ກໍຄົງຈະແມ່ນ ຄວາມເຊື່ອໝັ້ນ ທີ່ຖືກທ້າທາຍຄັ້ງຍິ່ງໃຫຍ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/