ຍິງບຣາຊິວຖືກສານສັ່ງຈໍາຄຸກ 50 ປີ ຫຼັງວາງຢາຂ້າສາມີ 6 ຄັ້ງແຕ່ບໍ່ສຳເລັດ ສຸດທ້າຍສັ່ງໃຫ້ລູກຕົນເອງລົງມືສັງຫານ


ເມື່ອວັນອາທິດທີ 13 ພະຈິກ 2022 ສານໃນບຣາຊິວໄດ້ຕັດສິນລົງໂທດນາງ Flordelis dos Santos de Souza ຫຼືຮູ້ຈັກກັນດີໃນຊື່ Flordelis ໄວ 61 ປີ ອະດີດສະມາຊິກຜູ້ແທນລາສະດອນບຣາຊິວ ເປັນເວລາ 50 ປີ 28 ມື້ ເນື່ອງຈາກນາງ Flordelis ໄດ້ພະຍາຍາມໃຊ້ສານພິດໄຊຍາໄນດ໌ (Cyanide) ໃນການວາງຢາ ທ້າວ Anderson Do Carmo ສາມີຂອງຕົນເອງເຖິງ 6 ຄັ້ງແຕ່ບໍ່ສຳເລັດ ຈຶງໄດ້ຫັນໄປໃຊ້ວິທີສັ່ງໃຫ້ລູກເປັນຜູ້ລົງມືສັງຫານແທນໃນປີ 2019.

ໂດຍທ້າວ Anderson ຖືກສັງຫານດ້ວຍການຖືກອາວຸດປືນຍິງ 30 ລູກເມື່ອເດືອນມິຖຸນາ ປີ 2019 ໃນລະຫວ່າງທີ່ກໍາລັງເດີນທາງກັບເມືອເຮືອນ. ທັງນີ້ນາງ Flordelis ແມ່ນເຄີຍເປັນນັກຮ້ອງແນວສັນລະເສີນພະເຈົ້າ ແລະ Anderson ສາມີກໍເປັນສາສະດາຈານທີ່ເປັນທີ່ຮູ້ຈັກກັນດີໃນບຣາຊິວເນື່ອງຈາກທັງສອງມີລູກຮ່ວກັນເຖິງ 55 ຄົນ ໂດຍ 51 ຄົນໃນນີ້ແມ່ນຜູ້ຮັບມາລ້ຽງ ສ່ວນອີກ 4 ຄົນແມ່ນລູກທາງສາຍເລືອດ.

ຈາກການພິຈາລະນາຄະດີນີ້ສານລະບຸວ່າ ນາງ Flordelis ແມ່ນເປັນຄົນຢູ່ເບື້ອງຫຼັງການຂ້າສາມີຂອງຕົນເອງ ເນື່ອງຈາກທ້າວ Anderson ເປັນຄົນເຂັ້ມງວດໃນການຈັດເງິນ, ພ້ອມນັ້ນຍັງມີຄວາມຂັດແຍ້ງໃນຄອບຄົວ ເພາະວ່າຜູ້ຕາຍປະຕິເສດໃນການໃຫ້ສິດທິພິເສດແກ່ຄົນໃກ້ຊິດຂອງນາງ Flordelis ແລະ ຄົນອື່ນໆພາຍໃນຄອບຄົວ.

ໂດຍຜູ້ລົງມືສັງຫານ Anderson ບໍ່ແມ່ນຄົນອື່ນໄກແຕ່ເປັນທ້າວ Flávio ລູກຊາຍແທ້ໆຂອງທັງ 2 ຄົນ ແລະ ຖືກຕັດສິນໄປແລ້ວເມື່ອປີ 2021 ໂດຍໃຫ້ຈໍາຄຸກ 33 ປີ ສ່ວນທ້າວ Lucas Cezar ລູກຊາຍທີ່ຮັບມາລ້ຽງແມ່ນຖືກຈໍາຄຸກ 7 ປີເນື່ອງຈາກມີສ່ວນຮ່ວມໃນການສັງຫານໂດຍການຊ່ວຍຊື້ປືນທີ່ໃຊ້ສັງຫານ.

ນອກຈາກນີ້ຍັງມີນາງ Simone Rodrigues ລູກສາວແທ້ໆຂອງນາງ Flordelis ແລະ ທ້າວ Anderson ກໍຖືເປັນຈຳເລີຍຮ່ວມໃນຄະດີຄັ້ງນີ້ ເນື່ອງຈາກມີສ່ວນຮ່ວມໃນການພະຍາຍາມຂ້າພໍ່ຕົນເອງ ຖືກສານຈໍາຄຸກ 31 ປີ 4 ເດືອນ 20 ມື້. ພ້ອມນັ້ນຄະດີນີ້ຍັງມີຜູ້ກ່ຽວຂ້ອງອີກ 2 ຄົນຄືລູກຊາຍທາງສາຍເລືອດອີກ 1 ຄົນ ແລະລູກຊາຍທີ່ຮັບມາລ້ຽງອີກ 1 ຄົນ ທີ່ຖືກສານຕັດສິນຈຳຄຸກໄປເມື່ອໄລຍະທີ່ຜ່ານຂອງປີ 2022 ນີ້.

ແລະເມື່ອອາທິດທີີ່ຜ່ານມາ ທະນາຍຂອງນາງ Flordelis ໃຫ້ການວ່າ ນາງ Flordelis ບໍ່ຮັບຮູ້ກ່ຽວກັບການກໍ່ອາຊະຍາກໍາດັ່ງກ່າວແລະເຊື່ອວ່າເລື່ອງທີ່ເກີດຂຶ້ນກໍເປັນຍ້ອນລູກໆຂອງຕົນພຽງແຕ່ຢາກປົກປ້ອງຕົນເອງຈາກການທີ່ຖືກສາມີທຳຮ້າຍຮ່າງກາຍແລະລ່ວງລະເມີດທາງເພດ. ແຕ່ຢ່າງໃດກໍຕາມທາງສານບໍ່ຮັບຟັງແລະເຊື່ອວ່ານາງ Flordelis ຢູ່ເບື້ອງຫຼັງແຜນການສັງຫານດັ່ງກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/