ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກ່າວຕະຫຼອດໄລຍະ 35 ປີ ລັດຖືກໃສ່ຮ້າຍປ້າຍສີຈາກກຸ່ມຄົນບໍ່ຫວັງດີ ຫວັງທຳລາຍມ້າງເພລະບອບໃໝ່


ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຈະຈັດຂຶ້ນໃນມໍ່ໆນີ້ ເພື່ອທົບທວນຄືນບາງບັນຫາສຳຄັນ ເປັນຕົ້ນສະຫຼຸບຕີລາຄາການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນໄລຍະ ແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ IV ປີ 2003 ເປັນຕົ້ນມາ, ພ້ອມທັງກໍານົດທິດທາງ, ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ; ປະກອບຄວາມຄິດຄວາມເຫັນກ່ຽວກັບວິທີການ, ມາດຕະການຂອງການດຳເນີນວຽກງານການເມືອງ-ແນວຄິດ ໃນສະເພາະໜ້າ ແລະ ຊຸມປີຕໍ່ໆໄປ ແນໃສ່ເຮັດໃຫ້ວຽກງານແນວຄິດຕິດພັນ ແລະ ຊຸກຍູ້ຂະບວນການວຽກງານຕົວຈິງ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະຄວາມສະຫງົບທີ່ໜັກແໜ້ນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການແຂ່ງຂັນຮັກຊາດພັດທະນາ.

ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແຈ້ງໃຫ້ຮູ້ໃນວັນທີ 11 ພະຈິກ 2022 ນີ້ວ່າ: ວຽກງານການເມືອງ-ແນວຄິດເປັນວຽກງານສຳຄັນຂອງພັກ, ເປັນວຽກກົກ ແລະ ສອດຫ້ອຍໃນທຸກຂົງເຂດວຽກງານ, ຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນອາວຸດອັນແຫຼມຄົມ ແລະ ເປັນປັດໄຈສໍາຄັນ ຕັດສິນໄຊຊະນະຂອງການປະຕິວັດ; ມາໃນຍຸກສະໄໝແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກຍິ່ງຖືສໍາຄັນຕໍ່ວຽກງານການເມືອງ-ແນວຄິດ ແລະໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງການດຳເນີນພາລະກິດປ່ຽນແປງໃໝ່ຂອງພັກ.

ຕະຫຼອດໄລຍະ 35 ປີ ແຫ່ງການດຳເນີນພາລະກິດປ່ຽນແປງໃໝ່, ພັກເຮົາໄດ້ປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການ ເປັນຕົ້ນການໂຄສະນາໂຈມຕີບິດເບືອນ, ໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ຫວັງດີ ທີ່ຫວັງທຳລາຍມ້າງເພລະບອບໃໝ່ ເຊິ່ງມັນໄດ້ສົ່ງຜົນກະທົບບໍ່ໜ້ອຍ ຕໍ່ແນວຄິດຈິດໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຊັ້ນຄົນຕ່າງໆ, ກໍ່ໃຫ້ເກີດສະພາບແນວຄິດງໍ້ງ່ຽງ, ຄອນແຄນ, ລະແວງສົງໄສຕໍ່ການນຳພາຂອງພັກ ເຮັດໃຫ້ເກີດມີບັນຫາຫຍໍ້ທໍ້ຕ່າງໆ. ຕໍ່ກັບສະພາບດັ່ງກ່າວ ວຽກງານການເມືອງ-ແນວຄິດ ໄດ້ມີບົດບາດສຳຄັນໃນການແກ້ໄຂທຸກໆບັນຫາທີ່ເກີດຂຶ້ນ ເພື່ອປົກປ້ອງແນວທາງ-ແຜນນະໂຍບາຍຂອງພັກ ທັງສຶກສາອົບຮົມແນວຄິດ, ທັງຊຸກຍູ້ສົ່ງເສີມ ໃຫ້ທົ່ວສັງຄົມຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງຂອງພັກ-ລັດ ໃຫ້ປາກົດຜົນເປັນຈິງ. ນອກນີ້ວຽກງານການເມືອງ-ແນວຄິດ ຍັງໄດ້ປະກອບສ່ວນສຳຄັນເຂົ້າໃນການໂຄສະນາສຶກສາອົບຮົມ, ຊີ້ແຈງອະທິບາຍ, ສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ຕໍ່ແນວທາງ-ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ສ້າງຄວາມຮັບຮູ້ໃໝ່ ທາງດ້ານແນວຄິດທິດສະດີ, ແນວຄິດ ປະທານ ໄກສອນ ພົມວິຫານ ແລະ ຮັບຮູ້ຈິນຕະນາການໃໝ່ ຈາກການປະກອບສ່ວນຂອງວຽກງານການເມືອງ-ແນວຄິດ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຂອງພັກ ທີ່ມີຜົນສຳເລັດອັນໃຫຍ່ຫຼວງນັ້ນ ພັກໄດ້ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ຕໍ່ອຸດົມການສັງຄົມນິຍົມ, ປ່ຽນແປງໃໝ່ບໍ່ແມ່ນປະຖິ້ມຈຸດໝາຍສັງຄົມນິຍົມ, ແຕ່ເປັນການກຳນົດຮູບການ, ວິທີການ ແລະ ບາດກ້າວເດີນທີ່ສອດຄ່ອງກັບເປົ້າໝາຍທີ່ກຳນົດໄວ້.

ຂອບໃຈຂໍ້ມູນຈາກ: https://cutt.ly/WMzuP24

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/