ເປັນອີກຂ່າວດີຂອງແຟນໆ ເມື່ອທາງຄ້າຍ YG Entertainment ໄດ້ຢືນຢັນຢ່າງເປັນທາງການແລ້ວວ່າ BIGBANG ອອກຜົນງານເພງໃໝ່.
ເມື່ອວັນທີ 7 ກຸມພາ 2022 ທີ່ຜ່ານມາ ກໍມີຂ່າວດີໃຫ້ຕື່ນຕາຕື່ນໃຈ ເພາະ BIGBANG ຈະ Comeback ໃນປີນີ້ ເຊິ່ງຕອນນີ້ກໍກຳລັງມີການອັດສຽງ ແລະ ກຳລັງກຽມການຖ່າຍ MV, ລະດູໃບໄມ້ປົ່ງປີນີ້ ໄດ້ຮັບຊົມການກັບມາໃນຮອບ 4 ປີ ແບບຖືກໃຈກັນຢ່າງແນ່ນອນ.
ສ່ວນ T.O.P ໄດ້ໝົດສັນຍາກັບຄ້າຍ YG Entertainment ແລ້ວ ແລະ ກໍຈະເດີນໜ້າກັບເສັ້ນທາງໃໝ່ໆ ກໍຄືການເປັນສິລະປິນ ແລະ ເຮັດທຸລະກິດຕໍ່ໄປ, ແຕ່ໃນສ່ວນຂອງງານເພງ ກໍຍັງຄົງເຮັດກິດຈະກຳໃນຖານະສະມາຊິກວົງ BIGBANG ຕາມທີ່ຕົກລົງກັບສະມາຊິກຄົນອື່ນໄວ້.

ການ Comeback ຄັ້ງນີ້ ເຮັດໃຫ້ແຟນໆຕ່າງກໍດີໃຈໄປຕາມໆກັນ ເພາະບໍ່ໄດ້ອອກຜົນງານເພງໃໝ່ລວມກັນເປັນເວລາຫຼາຍປີ ແຟນໆກໍຄິດຮອດຢູ່ສະເໝີ ຟັງເພງເກົ່າຊ້ຳໄປມາ ແລະ ໃນມື້ນີ້ ກໍເປັນຂ່າວທີ່ດີທີ່ສຸດຂອງແຟນເພງ BIGBANG ເລີຍກໍວ່າໄດ້.
ຈະເປັນແນວໃດນັ້ນ ເຮົາມາຕິດຕາມການເຄື່ອນໄຫວຂອງພວກເຂົາໄປພ້ອມໆກັນ ແລະ ມາລຸ້ນນຳກັນວ່າຜົນງານການກັບມາຄັ້ງນີ້ຈະອອກມາແບບໃດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/