ນິວຢອກຈະຕິດຕັ້ງ ຕູ້ກົດຢາແກ້ພິດໄວ້ທົ່ວເມືອງ ຟຣີ!!! ເພື່ອຊ່ວຍເຫຼືອປະຊາຊົນທີ່ເສບຢາເກີນຂະໜາດ


ທີ່ສະຫະລັດອາເມຣິກາ, ຫ້ອງການເມືອງນິວຢອກໄດ້ປະກາດແຜນວ່າພວກເຂົາຈະຕິດຕັ້ງຕູ້ກົດອັດຕະໂນມັດທີ່ມີຢາແກ້ພິດຕ່າງໆ ຈຳນວນ 10 ຕູ້ ໃຫ້ກະຈາຍໃນພື້ນທີ່ບັນດາເມືອງນ້ອຍໆ ສາມາດຄອບຄຸມໄດ້ 5 ຕົວເມືອງ ແລະ ທີ່ສຳຄັນສິນຄ້າໃນຕູ້ນັ້ນຈະຟຣີ! ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ ເພື່ອທີ່ພວກເຂົາຈະສາມາດຊ່ວຍຊຸມຊົນໄດ້ເພີ່ມຂຶ້ນ.

ໃນຕູ້ນັ້ນຈະບໍ່ໄດ້ມີພຽງແຕ່ຢາແກ້ພິດສຳລັບຜູ້ທີ່ເສບຢາເກີນຂະໜາດເທົ່ານັ້ນ, ມັນຍັງມີເຄື່ອງອາບນ້ຳ ໄປຈົນຮອດອຸປະກອນຄວາມປອດໄພໃນການມີເພດສຳພັນພ້ອມ. ການຕິດຕັ້ງຕູ້ດັ່ງກ່າວກໍເພື່ອຈະຊ່ວຍຊຸມຊົນທີ່ຖືກຜົນກະທົບຈາກການເສບຢາເກີນຂະໜາດ ເຊິ່ງຫົວໜ້າບັນຊາການກົມສຸຂະພາບເມືອງນິວຢອກ, Michael McRae ໄດ້ກ່າວວ່າ ນີ້ຈະເປັນການຂະຫຍາຍການເຂົ້າເຖິງໃນເລື່ອງຂອງສຸຂະພາບ ແລະ ສະຫວັດດີການໃຫ້ແກ່ຊຸມຊົນ ໂດຍພວກເຂົາຄາດເອົາໄວ້ວ່າຈະຕິດຕັ້ງໃຫ້ໃຊ້ງານພາຍໃນປີນີ້.

ຜ່ານການສຳຫຼວດທົ່ວສະຫະລັດອາເມຣິກາ ການເສບຕິດ Opioid ຫຼື ຝິ່ນເກີນຂະໜາດຈົນເສຍຊີວິດໃນເມືອງນິວຢອກນັ້ນເພີ່ມສູງຂຶ້ນຫຼາຍນັບແຕ່ມີການລະບາດຂອງໂຄວິດ-19 ມາ, ຄິດໄລ່ເປັນ 2,062 ຄົນ ທີ່ເສຍຊີວິດຍ້ອນສານເສບຕິດດັ່ງກ່າວພາຍໃນປີ 2020 ເທົ່ານັ້ນ, ສະເລ່ຍແມ່ນມີຄົນເສຍຊີວິດຈາກການເສບຢາເກີນຂະໜາດທຸກໆ 4 ຊົ່ວໂມງ. ຈຸດປະສົງຫຼັກຂອງການຕິດຕັ້ງຕູ້ກໍເພື່ອຫຼຸດຜ່ອນອັດຕາການເສຍຊີວິດຈາກການເສບຢາເກີນຂະໜາດຂອງຝິ່ນ ໂດຍນຳໃຊ້ຢາ naloxone ທີ່ຈະມີຜົນແກ້ພິດຈາກສານ Opioid ທັນທີ ແລະ ຊ່ວຍບໍ່ໃຫ້ຄົນເສບຢາເກີນຂະໜາດນັ້ນເສຍຊີວິດລົງໄປ.

ການເສບຢາເກີນຂະໜາດໃນຕົວເມືອງນິວຢອກນັ້ນບໍ່ໄດ້ກະຈາຍເປັນຕົວເລກສະເໝີກັນ, ໝາຍຄວາມວ່າຈະມີບາງກຸ່ມຊຸມຊົນໝູ່ບ້ານທີ່ເພີ່ມຈຳນວນຂຶ້ນສູງກວ່າໝູ່. ອ້າງອີງຈາກ ກົມຂໍ້ມູນເມືອງນິວຢອກ 2020, ການເສຍຊີວິດຈາກເສບຕິດຢາເກີນຂະໜາດຂອງຊາວນິວຢອກຜິວຂາວແມ່ນໄດ້ລົດລົງໃນໄລຍະ 3 ປີມານີ້, ຂະນະທີ່ຈຳນວນຜູ້ເສຍຊີວິດຂອງຊາວນິວຢອກຜິວດຳແມ່ນເພີ່ມຂຶ້ນເມື່ອປີທີ່ຜ່ານມາ ແລະ ຈຳນວນຊາວລະຕິນອາເມຣິກາແມ່ນໄດ້ເພີ່ມຂຶ້ນຕິດຕໍ່ກັນມາ 5 ປີ ເຊິ່ງວ່າສະຖານທີ່ພັກອາໄສຂອງຄົນຜິວດຳ ແລະ ລະຕິນອາເມຣິກາຈະມີ Mott Haven ໃນ South Bronx ແລະ East Harlem ໃນເມືອງແມນຮັດຕັນ ກ່າວວ່າເປັນເຂດທີ່ໄດ້ມີອັດຕາເສຍຊີວິດຈາກການເສບຢາເກີນຂະໜາດໂດຍບໍ່ຕັ້ງໃຈສູງທີ່ສຸດໃນປີ 2020.

ມີນັກວິຈານອອກມາໃຫ້ຄຳເຫັນວ່າ ການຕິດຕັ້ງຕູ້ກົດອັດຕະໂນມັດນັ້ນ ແມ່ນການແກ້ບັນຫາທີ່ປາຍເຫດ ເຊິ່ງມັນບໍ່ໄດ້ແນໃສ່ບັນຫາທີ່ສຳຄັນທີ່ສຸດຂອງການເສບຕິດຢາ. ເນື່ອງຈາກວ່າໃນຕູ້ບໍ່ໄດ້ມີພຽງຢາແກ້ ແຕ່ມັນຍັງມີເຂັມສີດຢາ ເທົ່າກັບວ່າອຸປະກອນດັ່ງກ່າວ ມັນສາມາດໃຫ້ນັກເສບໄດ້ໃຊ້ເສບຢາຄືກັນ. ແຕ່ຢ່າງໃດກໍຕາມ ການຕິດເຊື້ອຈາກເຂັມທີ່ນຳໃຊ້ນັ້ນກໍຍິ່ງຈະຮ້າຍແຮງຕື່ມໄປອີກເຊິ່ງມັນຈະຍິ່ງກະຈາຍຄວາມສ່ຽງໄປເປັນວົງກວ້າງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/