ເດັກຍິງອິນເດຍ ອາຍຸ 14 ປີ ຖີບລົດປະດິດບໍລິການລີດເຄື່ອງດ້ວຍພະລັງງານແສງອາທິດ!


ເຕົາລີດທີ່ຢູ່ເຮືອນເຈົ້າເປັນແບບໃດ? ໃນປັດຈຸບັນເຕົາລີດເຄື່ອງມີຫຼາຍປະເພດ ບໍ່ວ່າຈະເປັນອາຍນ້ຳ, ເຕົາລີດໄຟຟ້າ ຫຼື ແມ່ນແຕ່ເຕົາລີດໃຊ້ຖ່ານແບບເກົ່າ ທີ່ຄົນຍັງໃຊ້ກັນຢູ່ ໂດຍສະເພາະໃນບາງເຂດຂອງປະເທດອິນເດຍ.

Vinisha Umashankar ເດັກຍິງອາຍຸ 14 ປີ ຈາກເມືອງ Tiruvannamalai ລັດ Tamil Nadu ປະເທດອິນເດຍ ໄດ້ສຶກສາກ່ຽວກັບກັບຜົນກະທົບຂອງການເຜົາຖ່ານຈາກເຕົາລີດຖ່ານ ລາວຕົກໃຈທີ່ຄວັນຈາກການເຜົາຖ່ານເຮັດໃຫ້ຜູ້ລີດມີບັນຫາດ້ານສຸຂະພາບ ແຖມຍັງທຳລາຍສະພາບອາກາດ ແລະ ກໍ່ໃຫ້ເກີດມົນລະພິດ, ນອກຈາກນັ້ນ ການເຜົາຖ່ານຍັງກ່ຽວຂ້ອງກັບບັນຫາການຕັດໄມ້ທຳລາຍປ່າອີກດ້ວຍ.

Vinisha ເລີຍລົງມືອອກແບບລໍ້ລີດເຄື່ອງທີ່ຊື່ວ່າ IRON-MAX ເປັນລໍ້ປະດິດທີ່ຂັບເຄື່ອນດ້ວຍແຮງຖີບ ແລະ ຕິດຕັ້ງແຜງພະລັງງານແສງອາທິດໄວ້ຢູ່ເທິງ ເປັນພະລັງງານທີ່ໃຊ້ລີດເຄື່ອງ, ທາງລຸ່ມຈະເປັນບ່ອນເກັບພະລັງງານສຳຮອງ.

ນະວັດຕະກຳຂອງເດັກຍິງ ອາຍຸ 14 ປີຄົນນີ້ ໄດ້ເຂົ້າຮອບຊິງຊະນະເລີດໂຄງການປະກວດນະວັດຕະກຳເພື່ອສິ່ງແວດລ້ອມ Earthshot Prize ໃນສາຂາ Clean Our Air. Vinisha ຍັງໄດ້ມີແຜນຈະຜະລິດ ລໍ້ປະດິດດັ່ງກ່າວໃຫ້ກັບຫຼາຍປະເທດໃນລາຄາທີ່ຈັບຕ້ອງໄດ້.

“ຂ້ອຍຫວັງວ່າ ນະວັດຕະກຳຂອງຂ້ອຍ ຈະຊ່ວຍປົກປ້ອງຕົ້ນໄມ້, ລົດມົນລະພິດ ແລະ ເປັນສ່ວນໜຶ່ງໃນການຊ່ວຍແກ້ບັນຫາການປ່ຽນແປງຂອງສະພາບອາກາດ” Vinisha Umashankar ໄດ້ກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/