ວັນທີ 4 ກຸມພາ ວັນມະເຮັງໂລກ


ວັນມະເຮັງໂລກ ກົງກັັບວັນທີ 4 ກຸມພາ ຂອງທຸກໆປີ ເປັນວັນທີ່ອົງການອະນາໄມໂລກ ແລະ ສະມາຄົມຕໍ່ຕ້ານມະເຮັງສາກົນກຳນົດໃຫ້ເປັນວັນມະເຮັງໂລກ ຫຼື World Cancer Day ເພື່ອບັນເທົາອາຫານເຈັບປ່ວຍ ແລະ ເສຍຊີວິດຈາກໂຣກມະເຮັງ. ຈຶ່ງກຳນົດມື້ດັ່ງກ່າວນີ້ຂຶ້ນເພື່ອໃຫ້ທຸກຄົນຄຳນຶງເຖິງຄວາມເປັນຕາຢ້ານຂອງໂຣກຮ້າຍນີ້ ລວມເຖິງໃຫ້ຄົນຫັນມາໃສ່ໃຈດູແລສຸຂະພາບຂອງຕົນເອງອີກດ້ວຍ.

ໂຣກມະເຮັງເປັນໂຣກທີ່ພາກຊີວິດຜູ້ຄົນໄປເປັນອັນດັບ 1, ເຊິ່ງໃນແຕ່ລະປີມີຫຼາຍເຖິງ 7,600,000 ຄົນ ແລະ ຄາດວ່າອີກ 10 ກວ່າປີຂ້າງໜ້າ ຈະມີຜູ້ເສຍຊີວິດຈາກມັນເພີ່ມຂຶ້ນຫຼາຍເຖິງ 13 ລ້ານຄົນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/