ວັນທີ 6 ກຸມພາ ວັນຊາຂຽວ


ຫາກເວົ້າເຖິງຊາຂຽວແລ້ວ ປະເທດທຳອິດທີ່ເຮົາຈະນຶກເຖິງ ຄົງຈະໜີບໍ່ພົ້ນປະເທດຍີ່ປຸ່ນແນ່ນອນ ເພາະຍີ່ປຸ່ນນັ້ນມີວັດທະນະທຳ ແລະ ສິລະປະການຊົງຊາມາແຕ່ບູຮານ, ແຖມຄົນຍີ່ປຸ່ນຍັງມັກດື່ມຊາຂຽວຫຼາຍ ແລະ ຍັງສະໜັບສະໜູນໃຫ້ຄົນດື່ມຊາຂຽວອີກດ້ວຍ. ດັ່ງນັ້ນວັນທີ 6 ກຸມພາ ຂອງທຸກໆປີ ຈະເປັນວັນຊາຂຽວ ຂອງປະເທດຍີ່ປຸ່ນ ຫຼາຍໆບ່ອນຈະຈັດພິທີຊົງຊາແບບດັ້ງເດີມ ແລະ ພິທີການດື່ມຊາໃນຮູບແບບ ມັດຊະ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/