10 ອັນດັບນ້ຳຫອມທີ່ມີລາຄາແພງທີ່ສຸດໃນໂລກ


ຖ້າຫາກເວົ້າເຖິງນ້ຳຫອມ ຫຼາຍຄົນໆອາດຈະນຶກເຖິງບັນດານ້ຳຫອມທີ່ຫາຊື້ໄດ້ທົ່ວໄປຫຼືນ້ຳຫອມຕາມສື່ ຕາມໂຄສະນາ ທີ່ເຮົາເຄີຍເຫັນຜ່ານຕາມາ ເຊິ່ງນ້ຳຫອມນັ້ນແມ່ນມີຫຼາຍແບບ ນັບຕັ້ງແຕ່ແບບທຳມະດາ ຈົນໄປຮອດແບບ high-end ທີ່ມີລາຄາແກ້ວລະລ້ານກີບຂຶ້ນໄປ. ແຕ່ເຊື່ອຫຼືບໍ່ ວ່ານ້ຳຫອມທີ່ລາຄາແພງທີ່ສຸດໃນໂລກນັ້ນແມ່ນມີລາຄາຫຼັກ 100 ລ້ານກີບ ຂຶ້ນໄປເລີຍ! ມື້ນີ້ເຮົາຈະມາແນະນຳ 10 ນ້ຳຫອມທີ່ແພງທີ່ສຸດໃນໂລກ ທີ່ເຫັນລາຄາແລ້ວອາດຈະເປັນລົມໄປກໍໄດ້ ເຊິ່ງຈະມີນ້ຳຫອມຊະນິດໃດແດ່ເຮົາມາເບິ່ງພ້ອມກັນເລີຍ.

1. Shumukh

อาจเป็นรูปภาพของ น้ำหอม และ ข้อความพูดว่า "SHUMUKH SHUMUKH"

ນ້ຳຫອມ Shumukh ຖືກຂຽນລົງບັນທຶກໃນ Guinness World Record ວ່າເປັນນໍ້າຫອມທີ່ແພງທີ່ສຸດໃນໂລກ ດ້ວຍມູນຄ່າທີ່ສູງເຖິງ 1.29 ລ້ານໂດລາສະຫະລັດ ເນື່ອງຈາກຕົວແກ້ວນ້ຳຫອມ Shumukh ແມ່ນຖືກປະດັບດ້ວຍເພັດ,ໄຂ່ມຸກ, ຄຳ, ເງິນ ແລະ ການອອກແບບທີ່ດຶງດູດສາຍຕາທີ່ມີຄວາມຫຼູຫຼາພາຍໃນຕົວ ໂດຍໄດ້ເປີດຕົວຄັ້ງທຳອິດທີ່ Armani Ballroom ໃນ ດູໄບ. ໄດ້ຮັບການອອກແບບໂດຍ Asghar Adam Ali ຜູ້ທີ່ເປັນປະທານຂອງກຸ່ມ Nabeel Perfumes (ກຸ່ມຜູ້ຊ່ຽວຊານກ່ຽວກັບນ້ຳຫອມ).
Shumukh ມາພ້ອມກັບຫຼາຍສ່ວນປະສົມທີ່ທາງບໍລິສັດບໍ່ໄດ້ເປີດເຜີຍອອກມາສູ່ສາທາລະນະ ຄາດວ່າເມື່ອສີດນ້ຳຫອມໃສ່ຕົວຄົນເຮົາ ກິ່ນຈະຕິດຢູ່ດົນເຖິງ 12 ຊົ່ວໂມງ ຖ້າສີດເຄື່ອງນຸ່ງແມ່ນຈະຢູ່ໄດ້ເຖິງ 30 ຊົ່ວໂມງ.

2. DKNY Golden Delicious

ไม่มีคำอธิบายรูปภาพ

DKNY Golden Delicious ນັ້ນ ເມື່ອກ່ອນໄດ້ຮັບສາຍານາມວ່າເປັນ “ນ້ຳຫອມທີ່ແພງທີ່ສຸດໃນໂລກ” ແຕ່ຮອດປັດຈຸບັນນີ້ແມ່ນຕົກຢູ່ໃນອັນດັບທີ 2. DKNY Golden Delicious ແມ່ນມີພຽງແກ້ວດຽວທີ່ຖືກຜະລິດຂຶ້ນມາ ແທ້ຈິງແລ້ວນ້ຳຫອມນີ້ຖືກສ້າງຂຶ້ນມາເພື່ອຫາລາຍໄດ້ເພື່ອເຮັດການກຸສົນ ເຊິ່ງທີມຊ່າງຜູ້ຊ່ຽວຊານອັນຍະມະນີ ໃຊ້ເວລາຫຼາຍກວ່າ 1,500 ຊົ່ວໂມງໃນການສ້າງນ້ຳຫອມ ເພາະວ່າມັນຖືກປະດັບດ້ວຍອັນຍະມະນີລ້ຳຄ່າ 2,909 ເມັດ ໃນນັ້ນມີເພັດສີຂາວ 2,700 ເມັດ, ໄພລິນສີເຫຼືອງ 183, ໄພລິນ Srilankan Cabochon 7.18 ກະຣັດ, Brazilian turquoise Paraiba tourmaline 1.65 ກະຣັດ, ເພັດເຈຍລະໄນອີກ 4 ເມັດ ແລະ ເພັດສີບົວອອສເຕຣເລຍອີກ 15 ເມັດ ໂດຍນ້ຳຫອມນີ້ແມ່ນມີລາຄາ 1 ລ້ານໂດລາສະຫະລັດ. 

3. Clive Christian No. 1 Imperial Majesty

FIVE (5) MOST EXPENSIVE FRAGRANCE IN THE WORLD

ມາເຖິງອັນດັບ 3 ຂອງນ້ຳຫອມທີ່ແພງທີ່ສຸດໃນໂລກ Clive Christian No. 1 Imperial Majesty ແມ່ນຖືກອອກແບບໂດຍ Roja Dove ນັກປຸງນ້ຳຫອມຊື່ດັງຊາວອັງກິດ ໂດຍມີລາຄາຢູ່ທີ່ 12,722 ໂດລາສະຫະລັດ ຕໍ່ 1 ounce (ອອນຊ໌), ຖືກຕົບແຕ່ງດ້ວຍເພັດສີຂາວ 5 ກະຣັດ, ຄຳ 18 ກະຣັດ. ເຊິ່ງຈົນຮອດປັດຈຸບັນຖືກຜະລິດພຽງ 10 ແກ້ວເທົ່ານັ້ນ. ນ້ຳຫອມສຸດຫຼູຫຼານີ້ ມີສ່ວນປະສົມຂອງກິ່ນດອກໄມ້ທີ່ເປັນເອກະລັກເຊິ່ງມາພ້ອມກັບນ້ຳມັນດອກກຸຫຼາບ ດອກມະລິ ແລະ ວານິລາຮິຕິ.

4. Baccarat Les Larmes Sacree de Thebes

ไม่มีคำอธิบายรูปภาพ

ບໍລິສັດ Baccarat ຖືກກໍ່ຕັ້ງຂຶ້ນໃນປີ 2307 ເປັນບໍລິສັດທີ່ມີຊື່ໂດ່ງດັງໃນດ້ານການຜະລິດອັນຍະມະນີທີ່ມີຄຸນະພາບ ເມື່ອເຂົ້າມາສູ່ໂລກນ້ຳຫອມໃນຍຸກ 90 Baccarat ກໍໄດ້ນໍາອັນຍະມະນີມາເປັນສ່ວນໜຶ່ງໃນການຜະລິດນ້ຳຫອມເລີຍເຮັດໃຫ້ເກີດ Baccarat Les Larmes Sacree de Thebes ນໍ້າຫອມທີ່ແພງທີ່ສຸດໃນໂລກໃນຍຸກນັ້ນ ເຊິ່ງມີພຽງ 3 ແກ້ວເທົ່ານັ້ນທີ່ຖືກຜະອອກຈຳໜ່າຍຈົນຮອດປັດຈຸບັນ. ໂດຍຈະມີແກ້ວຮູບຊົງພີຣາມິດ ທີ່ສ້າງຂຶ້ນຈາກສີມືຫັດຖະກຳອັນຍະມະນີ ຖືກຂາຍດ້ວຍລາຄາ 6,800 ໂດລາສະຫະລັດ ຕໍ່ ounce.

5. Chanel Grand Extrait

อาจเป็นรูปภาพของ น้ำหอม และ ข้อความพูดว่า "N°5 CHANEL PERFUME N°5 N° CHANEL PARIS"

ຖືກສ້າງຂຶ້ນເມື່ອປີ 1921 ດ້ວຍການຮ່ວມມືກັນລະຫວ່າງ CoCo Chanel ແລະ ນັກປຸງນ້ຳຫອມ Ernest Beaux ເພື່ອຜະລິດນ້ຳຫອມ Chanel Grand Extrait ຊັ້ນສູງນີ້, ມີລາຄາຂາຍຢູ່ທີ່ 4,200 ຕໍ່ ounce ໂດຍ N°5 Chanel Grand Extrait ເປັນນໍ້າຫອມຮຸ່ນ Limited Editoin ທີ່ມອບກິ່ນຫອມໃນຮູບແບບທີ່ຫາຍາກທີ່ສຸດ. ນ້ຳຫອມຊະນິດນີ້ກໍປຽບເໝືອນຄວາມເປັນຜູ້ຍິງ ດ້ວຍກິ່ນຫອມທີ່ເປັນຈຸດເດັ່ນ ຄືກັບຄວາມຫອມຂອງຊໍ່ດອກໄມ້ທີ່ຖືກກະຈາຍອອກມາ, ຖືກບັນຈຸໃນແກ້ວຮູບຊົງຫຼ່ຽມ ທີ່ປະດິດຂຶ້ນຄ້າຍຄືເພັດເມັດງາມ ແລະ ມີການປິດແກ້ວແບບ baudruchage ເພື່ອຮັກສາຄວາມບໍລິສຸດຂອງກິ່ນໃນຕຳນານບໍ່ໃຫ້ເສຍຫາຍ. 

6. Clive Christian No.1

อาจเป็นรูปภาพของ น้ำหอม และ ขวด

ໃນປີ 2001 Clive Christian ດີໄຊເນີຊາວອັງກິດຜູ້ມີຊື່ສຽງລະດັບໂລກ ເປັນທີ່ຮູ້ຈັກໃນດ້ານຄວາມງາມ ແລະ designer stylish kitchens ໄດ້ເປີດຕົວນໍ້າຫອມ Clive Christian No.1 ເຊິ່ງມີໃຫ້ເລືອກສອງກິ່ນທີ່ອອກແບບມາເພື່ອສຳລັບຜູ້ຊາຍແລະຜູ້ຍິງໂດຍສະເພາະ. ໂດຍ Clive Christian No.1 ມີລາຄາຢູ່ທີ່ 2,150 ຕໍ່ ounce ຖືກອອກແບບມາໃນຮູບແບບອັນຍະມະນີສວຍງາມທີ່ເຮັດດ້ວຍມື, ຄໍແກ້ວສີເງິນທີ່ເຄືອບດ້ວຍຄຳ 24 ກະຣັດ. ອັດແໜ້ນດ້ວຍຄວາມເຂັ້ມຂຸ້ນຂອງນ້ຳຫອມເຖິງ 20%.

7. Hermes 24 Faubourg

อาจเป็นรูปภาพของ น้ำหอม และ เครื่องสำอาง

ນ້ຳຫອມ Hermes 24 Faubourg ຖືກຜະລິດໂດຍບໍລິສັດຜະລິດຊິນຄ້າຫຼູຫຼາຊັ້ນນຳຂອງໂລກຄື Hermès International S.A. ເຊິ່ງທາງບໍລິສັດບໍ່ພຽງແຕ່ຊ່ຽວຊານໃນການຜະລິດນໍ້າຫອມທີ່ມີຊື່ສຽງເທົ່ານັ້ນ ແຕ່ຍັງລວມໄປຮອດກະເປົາໜັງທີ່ມິສະໄຕລ໌, ໂມງແລະເຄື່ອງປະດັບຫຼູຫຼາອື່ນໆ. Hermes 24 Faubourg ນີ້ເປີດຕົວທໍາອິດໃນປີ 1995 ແລະ ໄດ້ຊື່ມາຈາກເຮືອທຸງໃນປາຣີ ນ້ຳຫອມຮຸ່ນນີ້ແມ່ນຮຸນຈຳກັດ ໂດຍມີລາຄາຢູ່ທີ່ 1,500 ໂດລາສະຫະລັດ ຕໍ່ ounce ແລະ ຕົວນ້ຳຫອມແມ່ນມິສ່ວນປະສົມຂອງດອກສົ້ມ, ອັນຍະມະນີ St. Louis ຜະລິດພຽງ 1,000 ແກ້ວເທົ່ານັ້ນ.

8. Caron Poivre

อาจเป็นรูปภาพของ เครื่องสำอาง และ น้ำหอม

Caron Poivre ແມ່ນມີລາຄາຂາຍຢູ່ທີ່ 1,000 ໂດລາສະຫະລັດ ຕໍ່ ounce ຜະລິດໂດຍ Parfums Caron ບໍລິສັດຊື່ດັງໃນຝຣັ່ງ ທີ່ມີອາຍຸມາດົນນານກວ່າ 1 ສະຕະວັດ ແລະ ຍັງເປັນໜຶ່ງໃນບໍລິສັດນ້ຳຫອມທີ່ເກົ່າແກ່ທີ່ສຸດຂອງຝຣັ່ງ. Caron Poivre ເປີດຕົວຫຼັງສົງຄາມໂລກຄັ້ງທີ 2 ໂດຍ Félicie Wanpouille ຫຸ້ນສ່ວນທຸລະກິດຂອງຜູ້ກໍ່ຕັ້ງ Ernest Daltroff.
Caron Poivre ເປັນນ້ຳຫອມ Unisex ເໝາະສຳລັບຍິງແລະຊາຍ ມີຮ້ານຄ້າພຽງບໍ່ເທົ່າໃດແຫ່ງໃນໂລກທີ່ຈຳໜ່າຍນ້ຳຫອມຊະນິດນີ້ ເພາະວ່າບໍລິສັດ Caron ຜູ້ທີ່ເປັນເຈົ້າຂອງແມ່ນບໍ່ໄດ້ກະຈາຍນ້ຳຫອມໄປສູ່ສາຂາອື່ນ ແລະ ຕັດສິນໃຈສຸມໃສ່ການຜະລິດນ້ຳຫອມລະດັບໂລກແລະຊຸກຍູ້ນ້ຳຫອມ Caron Poivre ໃຫ້ເປັນແບຣນທີ່ມີເອກະລັກໂດຍສະເພາະ.

9. Joy by Jean Patou

อาจเป็นรูปภาพของ น้ำหอม และ เครื่องสำอาง

ນ້ຳຫອມ Joy ອອກແບບໂດຍ Jean Patou ດີໄຊເນີຊາວຝຣັ່ງທີ່ມີຊື່ສຽງໂດ່ງດັງ. ໃນປີ 2000 ນ້ຳຫອມ Joy ຖືກໂຫວດໃຫ້ເປັນ “ກິ່ນແຫ່ງສະຕະວັດ” ຈາກຮາງວັນ Fragrance Foundation FiFi Awards ເຊິ່ງ ນ້ຳຫອມ Joy ນີ້ ເຮັດມາຈາກສ່ວນປະສົມທີ່ມີຄຸນະພາບດີສຸດໆ ລວມມີ ກຸຫຼາບປະເພດຕ່າງໆ ແລະ ດອກຊ້ອນກວ່າ 10,000 ດອກ ໂດຍລາຄາຂອງ Joy ແມ່ນ 850 ໂດລາສະຫະລັດ ຕໍ່ ounce.

10. JAR Bolt of Lightning

อาจเป็นรูปภาพของ น้ำหอม

Joseph Arthur Rosenthal ນັກອັນຍະມະນີຊາວອາເມຣິກາຈາກປາຣີ ເຊິ່ງເປັນຜູ້ກໍ່ຕັ້ງບໍລິສັດ JAR JAR ເປັນຊື່ທີ່ໄດ້ມາຈາກການປະສົມອັກສອນທີ່ຂຶ້ນຕົ້ນທຳອິດໃນຊື່ແລະນາມສະກຸນຂອງລາວ ໂດຍ JAR JAR ເປັນແບຣນນ້ຳຫອມທີ່ໄດ້ຮັບຄວາມນິຍົມແລະມີຊື່ສຽງຫຼາຍ ແລະ ນ້ຳຫອມທີ່ແພງທີ່ສຸດຂອງແບຣນນີມີຊື່ວ່າ “Bolt of Lightning” ເຊິ່ງມີລາຄາຢູ່ທີ່ 765 ໂດລາສະຫະລັດ ຕໍ່ ounce. ກິ່ນຫອມຂອງ Bolt of Lightning ແມ່ນປະກອບດ້ວຍດອກ tuberose, ດອກໄມ້ທາງຕາເວັນຕົກ ແລະ ກິ່ນທໍາມະຊາດ green notes.

ທີ່ມາ: https://cutt.ly/wOATWW4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/