ຍີ່ປຸ່ນສົ່ງເສີມປະຊາຊົນກິນເຂົ້າເຊົ້າ ດ້ວຍຄລິບ ‘ສາວນ້ອຍແລ່ນຄາບເຂົ້າປັ້ນ’ ໄປໂຮງຮຽນ


ສໍາລັບຄົນທີ່ມັກເບິ່ງອະນິເມະເປັນເວລາດົນກໍຈະເຄີຍເຫັນຫຼາຍໆເລື່ອງທີ່ມີນາງເອກ ຫຼື ຕົວລະຄອນແລ່ນໄປໂຮງຮຽນເພາະຕື່ນສວາຍ ແລ້ວຈະຄາບເຂົ້າໜົມປັງແຜ່ນໜຶ່ງໄວ້ໃນປາກສະເໝີ.

ຍ້ອນຈື່ຈໍາກັບເລື່ອງດັ່ງກ່າວ ແຂວງນິງາຕະ ຂອງຍີ່ປຸ່ນ ຈຶ່ງໄດ້ນໍາມາສ້າງເປັນຄລິບໂຄສະນາສົ່ງເສີມວັດທະນະທໍາການກິນເຂົ້າເຊົ້າຂອງຄົນຍີ່ປຸ່ນ ດ້ວຍຄລິບສາວນ້ອຍຄົນໜຶ່ງທີ່ກຽມເສັງເຂົ້າມະຫາວິທະຍາໄລ ເຊິ່ງຕັ້ງໃຈຮຽນຈົນເດິກ ເຮັດໃຫ້ນອນບໍ່ພໍແລ້ວຕື່ນສວາຍ ແລ້ວຕ້ອງຮີບແລ່ນໄປໂຮງຮຽນ ແລະ ໄດ້ຄາບເຂົ້າປັ້ນໃນປາກແລ່ນໄປນໍາ. ທີ່ເຮັດແບບນີ້ ກໍຍ້ອນວ່າແຂວງນິງາຕະ ເປັນອູ່ເຂົ້າອູ່ນໍ້າຂອງຍີ່ປຸ່ນ ແຕ່ປັດຈຸບັນປະສົບກັບບັນຫາການບໍລິໂພກເຂົ້າສານຂອງຄົນຍີ່ປຸ່ນ ລົດລົງສະເລ່ຍປີລະ 10 ໂຕນ ແລະ ຄ່ອຍໆລົດລົງໄປເລື້ອຍໆ, ແຖມຍັງປະສົບກັບວິກິດຈາກການລະບາດຂອງພະຍາດໂຄວິດ-19 ອີກ.

ญี่ปุ่นคาบข้าวปั้น

ດັ່ງນັ້ນ ຈຶ່ງເຮັດໃຫ້ເຂົາເຈົ້າເລີ່ມສໍາຫຼວດ ແລ້ວພົບວ່າ ໃນຄາບເຂົ້າແລງ ຄົນຍີ່ປຸ່ນ 80% ຍັງກິນເຂົ້າຢູ່ ເຊິ່ງຕ່າງຈາກຄາບເຂົ້າເຊົ້າ ທີ່ກິນເຂົ້າພຽງ 50% ເທົ່ານັ້ນ. ດັ່ງນັ້ນຜູ້ອາວຸໂສໃນແຂວງນິງາຕະ ຈຶ່ງລະດົມຫາສາເຫດ ແລະ ຄິດຫາວິທີກອບກູ້ການບໍລິໂພກເຂົ້າ ແລ້ວໄດ້ພົບວ່າ ອະນິເມະ ແລະ ການກະທໍາຂອງຕົວລະຄອນ ທີ່ມັກຈະຄາບເຂົ້າໜົມປັງແຜ່ນໜຶ່ງແລ່ນໄປໂຮງຮຽນ ພ້ອມທັງເວົ້າວ່າ ‘ສວາຍແລ້ວ! ສວາຍແລ້ວ!’ ນັ້ນ ສົ່ງຜົນຕໍ່ການບໍລິໂພກເຂົ້າ. ດັ່ງນັ້ນ ຈຶ່ງໄດ້ມີການແກ້ບັນຫາ ໂດຍການເຮັດຄລິບ ‘ສາວນ້ອຍແລ່ນຄາບເຂົ້າປັ້ນ’ ໄປໂຮງຮຽນ ເພື່ອໃຫ້ຄົນຈື່ພາບນັ້ນແທ່ນເຂົ້າໜົມປັງແຜ່ນ. ຄລິບດັ່ງກ່າວ ເຮັດໃຫ້ໄດ້ຜົນຕອບຮັບ ແລະ ຄໍາເຫັນຈາກປະຊາຊົນພໍສົມຄວນ ບໍ່ວ່າຈະເປັນ ຄວາມຫ່ວງໃຍທີ່ຢ້ານເຂົ້າຕົກເຮ່ຍ ຖ້າປັ້ນບໍ່ແໜ້ນ, ບາງຄົນກໍບອກໃຫ້ຂີ່ລົດຖີບໄປແທນການແລ່ນຄາບ ຫຼື ບາງຄົນກໍບອກວ່າປັ້ນກ້ອນໃຫຍ່ຢ້ານຄາບແລ່ນບໍ່ໄຫວ ແລະ ອື່ນໆ.

ທັງໝົດເຫຼົ່ານັ້ນ ກໍເພື່ອສົ່ງເສີມໃຫ້ເສດຖະກິດຂອງທ້ອງຖິ່ນ ທີ່ໃກ້ຈະມອດດັບ ໄດ້ກັບມາສ້າງຄວາມຊົງຈໍາໃໝ່ໆໃຫ້ປະຊາຊົນຫັນກັບມາຊົມໃຊ້ໃໝ່, ກໍຫວັງວ່າການສົ່ງເສີມໃນຄັ້ງນີ້ຈະມີການປ່ຽນແປງໃນທາງທີ່ດີຂຶ້ນໃນອະນາຄົດ, ແຕ່ຖ້າບ້ານເຮົາຈະເຮັດແບບນີ້ນໍາ ກໍອາດຈະປ່ຽນຄໍາເວົ້າເລັກໜ້ອຍ ເຊັ່ນວ່າ: ‘ນ້ອງນ້ອຍແລ່ນຄາບປັ້ນເຂົ້າ’ ທີ່ອາດຈະບ່າຍປາທູ, ບ່າຍເກືອ, ບ່າຍໝາກຂາມ, ໝາກຄໍ້ ກໍອາດຈະໄດ້ເຊັ່ນກັນ.

ທີ່ມາ: https://bit.ly/3gtyTei

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/