ລວມເທັກໂນໂລຢີທັນສະໄໝ ທີ່ຈີນໃຊ້ໃນ Olympics ລະດູໜາວ


ເປີດຂຶ້ນຢ່າງເປັນທາງການແລ້ວ ສຳລັບ Olympics ລະດູໜາວ ທີ່ປັກກິ່ງ ເຊິ່ງໄດ້ເປີດຂຶ້ນໃນຄືນວັນທີ 4 ກຸມພາ 2022 ທີ່ຜ່ານມາ. ພິທີການເປີດສວຍງາມ ແລະ ໄດ້ໃສ່ເອກະລັກຂອງປະເທດຈີນເຂົ້າໄປໃນການສະແດງຕ່າງໆ. ນອກຈາກພິທີເປີດຈະອະລັງການແລ້ວ ຂຶ້ນຊື່ວ່າປະເທດຈີນແລ້ວກໍຈະມີສິ່ງແປກໃໝ່ ແລະ ທັນສະໄໝຢູ່ສະເໝີ. ການເປັນເຈົ້າພາບໃນຄັ້ງນີ້ ຈີນກໍໄດ້ລົງທຶນເປັນຈຳນວນມະຫາສານ ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ຜູ້ຄົນໃນງານ ລວມໄປເຖິງເທັກໂນໂລຢີທີ່ທັນສະໄໝ ເຊິ່ງມີດັ່ງນີ້:

1.ຜູ້ສື່ຂ່າວດິຈິຕອນ “ຕົງຕົງ” ເຮັດໜ້າທີ່ເປັນຜູ້ສື່ຂ່າວທີ່ມີຄວາມສາມາດດ້ານກິລາ ສາມາດສື່ຂ່າວໄດ້ຕະຫຼອດ 24 ຊົ່ວໂມງ ແລະ ເຮັດວຽກຈາກຫຼາຍສະຖານທີ່ໃນເວລາດຽວກັນ “ຕົງຕົງ” ໄດ້ເອົາຊະນະໃຈກຳມະການຈາກລາຍການ Show Me China ເຊິ່ງເປັນລາຍການຄັດເລືອກຜູ້ປະກາດຂ່າວປະຈຳງານມະຫະກຳ Olympics.

2.ໂຮງອາຫານອັດສະລິຍະ: ສູນອາຫານອັດສະລິຍະທີ່ໃຊ້ “ພໍ່ຄົວເຄື່ອງຈັກ” ເຮັດໜ້າທີ່ໃນການປຸງ ແລະ ເສີບອາຫານ. ຫຸ່ນຍົນເຫຼົ່ານີ້ ປຸງອາຫານໄດ້ໂດຍອັດຕະໂນມັດ ພ້ອມທັງຍັງເຮັດເຄື່ອງດື່ມໄດ້ອີກພ້ອມ. ນອກຈາກນີ້ ຍັງມີຖັງຂີ້ເຫຍື້ອທີ່ແລ່ນໄດ້ ຖືກອອກແບບມາເພື່ອລົດການສຳຜັດທີ່ເປັນຈຸດຖິ້ມຂີ້ເຫຍື້ອ ແລະ ຊ່ວຍຮັກສາຄວາມສະອາດ. ຖັງຂີ້ເຫຍື້ອຈະແລ່ນໄປຕາມເສັ້ນທາງຢ່າງໄວ ແລະ ຢຸດເມື່ອເຫັນສິ່ງກີດຂວາງ ພ້ອມໝຸນຫາບ່ອນສາກແບັດໄດ້ໂດຍອັດຕະໂນມັດໄດ້ນຳອີກ.

3.ບ້ານກິລາ: ເປັນບ້ານແຫ່ງໜຶ່ງ ທີ່ອາດມີອຸນຫະພູມຕ່ຳເຖິງ -20 ອົງສາ ລະຫວ່າງການແຂ່ງຂັນ, ດັ່ງນັ້ນຈຶ່ງໄດ້ມີການສ້າງ “ທາງຍ່າງອົບອຸ່ນ”  ໂດຍເຊື່ອມໂຍງກັບແຕ່ລະອາຄານ ເພື່ອສ້າງຄວາມອົບອຸ່ນໃຫ້ແກ່ນັກກິລາ ແລະ ຜູ້ທີ່ພັກອາໄສໃນພື້ນທີ່ນັ້ນໆ.

4.Alpine Ski Track:

ເມື່ອຕ້ອງຂຶ້ນໄປແຂ່ງກິລາ Alpine Skiing ນັກກິລາຈະໄດ້ຂຶ້ນບ່ອນສູງດ້ວຍກະຕ່າລອຍຟ້າ. ຄວາມພິເສດຂອງກະຕ່າລອຍຟ້ານີ້ ຈະເຮັດໜ້າທີ່ປັບອຸນຫະພູມພາຍໃນໃຫ້ອົບອຸ່ນໂດຍອັດຕະໂນມັດ ເມື່ອອຸນຫະພູມດ້ານນອກຕ່ຳກວ່າ 10 ອົງສາ.

ສ່ວນຫິມະທີ່ໃຊ້ໃນການແຂ່ງຂັນກິລາດັ່ງກ່າວເປັນຫິມະທຽມທັງໝົດ ເພາະຫິມະທຳມະຊາດນັ້ນມັນອ່ອນ ແລະ ຄວາມໜາແໜ້ນບໍ່ດີເທົ່າຫິມະທຽມ ເຊິ່ງຫິມະທຽມນີ້ ແມ່ນຣີໄຊເຄິນຈາກຊັບພະຍາກອນນ້ຳ ເຊັ່ນ: ໃຊ້ນ້ຳຝົນ ແລະ ນ້ຳທີ່ລະລາຍຈາກຫິມະທຳມະຊາດ.

5.ການຄວບຄຸມອຸນຫະພູມ: ສະໜາມກິລາໃນຮົ່ມແຫ່ງຊາດຖືກແບ່ງອອກເປັນສອງສ່ວນຫຼັກ ໄດ້ແກ່: ພື້ນທີ່ເດີ່ນນ້ຳແຂງ ແລະ ພື້ນທີ່ສຳລັບຜູ້ຊົມ ໂດຍຈະໃຊ້ລະບົບທີ່ແຕກຕ່າງກັນ ເພື່ອຄວບຄຸມອຸນຫະພູມ.

ພື້ນທີ່ການແຂ່ງຂັນ: ປົກກະແລ້ວອຸນຫະພູມພື້ນຜິວນ້ຳແຂງໃນສະໜາມກິລາຄຸນະພາບສູງ ສຳລັບນັກກິລາ Olympics ລະດູໜາວນັ້ນຈະຢູ່ທີ່ -6 ອົງສາ ໂດຍຈະໃຊ້ເຄື່ອງເຮັດຄວາມເຢັນໃຫ້ອຸນຫະພູມພື້ນຜິວນ້ຳແຂງລະຫວ່າງການແຂ່ງຂັນຢູ່ທີ່ປະມານ -5 ອົງສາ ເຖິງ -7 ອົງສາ.

ພື້ນທີ່ສຳລັບຜູ້ຊົມ: ຖືກຄວບຄຸມໃຫ້ອຸນຫະພູມຢູ່ທີ່ 16 ອົງສາ ເຊິ່ງພື້ນທີ່ນີ້ຖືກແບ່ງອອກເປັນສ່ວນນ້ອຍໆຫຼາຍສ່ວນ ແຕ່ລະສ່ວນຕິດຕັ້ງເຄື່ອງປັບອາກາດ ທີ່ແຍກຈາກກັນ ເພື່ອຄວບຄຸມອຸນຫະພູມ ແລະ ຄວາມຊື້ນ.

ມີການເຝ້າຕິດຕາມອຸນຫະພູມຮ່າງກາຍຂອງຜູ້ຮັບຊົມ ແລະ ເຈົ້າໜ້າທີ່ໂດຍລະຫວ່າງການແຂ່ງຂັນ ຈະມີການແຈກ band-aid thermometerອຸປະກອນກວດອຸນຫະພູມແບບສວມໃສ່ ທີ່ວັດແທກໄດ້ໃກ້ຄຽງທີ່ສຸດຮຸ່ນໜຶ່ງຂອງໂລກ ເຊິ່ງສະດວກ ແລະ ສາມາດກວດວັດອຸນຫະພູມຮ່າງກາຍ ໄດ້ແບບຣຽວທາມດ້ວຍຊິບວັດແທກອຸນຫະພູມ. ອຸປະກອນນີ້ ສາມາດຕິດໄວ້ກ້ອງຂີ້ແຮ້ໄດ້ ເພາະມີຂະໜາດນ້ອຍ ແລະ ບໍ່ສົ່ງຜົນກະທົບຕໍ່ການເຄື່ອນໄຫວປົກກະຕິຂອງຜູ້ໃຊ້.

6.ລົດພະລັງງານໄຮໄດຣເຈນ: ເປັນຍານພາຫະນະຈຳນວນ 655 ຄັນ ເພື່ອຮອງຮັບການຂົນສົ່ງ ແລະ ລະບົບໂລຈິສຕິກ ໃນພື້ນທີ່ຈັດການແຂ່ງຂັນ ເຊິ່ງລົດເຫຼົ່ານີ້ ສາມາດຫຼຸດຜ່ອນການປ່ອຍຄາບອນໄດອອກໄຊ ໄດ້ເຖິງ 11.8 ໂຕນ ຕະຫຼອດໄລຍະທາງ 10,000 ກິໂລແມັດ ແລ່ນໃນ ອຸນຫະພູມ -20 ອົງສາ ໄດ້ຢ່າງສະບາຍ ພ້ອມທັງໄດ້ຖືກຮັບຮອງຄວາມປອດໄພ ແລະ ຄວາມໜ້າເຊື່ອຖືເປັນທີ່ຮຽບຮ້ອຍ.

7.ຖໍ້າຫິມະບົກ Land Snow Cave: ເປັນເດີ່ນຫິມະໄວ້ຝຶກກິລາປະເພດ ສະກີ ມີໂຄງສ້າງທີ່ເປັນເຫຼັກກ້າ ພ້ອມຕິດຕັ້ງລະບົບເຮັດຄວາມເຢັນ ແລະ ລະບົບລະບາຍອາກາດ. ເຖິງວ່າອຸນຫະພູມພາຍນອກຈະຮ້ອນ ແຕ່ອຸນຫະພູມພາຍໃນຈະຢູ່ປະມານ -8 ອົງສາ ແລະ ຊັ້ນຫິມະພາຍໃນ ຍັງຄົງຢູ່ໃນສະພາບດີ.

ຖ້ຳຫິມະບົກນີ້ ອຳນວຍຄວາມສະດວກສະບາຍໃຫ້ແກ່ນັກກິລາ ທີ່ກຽມຕົວແຂ່ງຂັນກິລາໂອລິມປິກລະດູໜາວໃນການຝຶກຊ້ອມສະກີໄດ້ຢ່າງເຕັມທີ່ ແລະ ເສັ້ນທາງສະກີນີ້ຖືກເອີ້ນວ່າ ຖ້ຳຫິມະບົກ ເນື່ອງຈາກມີຮູບຮ່າງຄ້າຍຖ້ຳ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/