ຄູ່ຮັກອິນເດຍ ວາງແຜນຈັດງານແຕ່ງໃນຮູບແບບ Metaverse ທີ່ Hogwarts ໃນເລື່ອງ Harry Potter


ເນື່ອງດ້ວຍສະຖານະການ ການແຜ່ລະບາດຂອງໂຄວິດ-19 ເຮັດໃຫ້ການຈັດງານຫຼືພິທີຕ່າງໆ ທີ່ມີຄົນເຂົ້າຮ່ວມຫຼາຍຄົນແມ່ນເປັນໄປໄດ້ຍາກ ເຊິ່ງງານແຕ່ງດອງກໍເປັນໜຶ່ງໃນນັ້ນ ເຮັດໃຫ້ຄູ່ຮັກຫຼາຍຄູ່ເລື່ອນງານດອງອອກໄປ ຫຼື ຈັດພິທີແບບຈຳກັດຄົນ ເພື່ອຄວາມປອດໄພຂອງແຂກຜູ້ມາຮ່ວມງານ.

ດັ່ງນັ້ນ ຫຼາຍຄົນຈຶ່ງຫັນມາເລືອກໃຊ້ວິທີທີ່ຈະຈັດງານແບບອອນລາຍ ຫຼື Virtual Wedding ຜ່ານທາງແພລັດຟອມອອນລາຍຕ່າງໆ ເຊັ່ນ: ໂປຣແກຣມ Zoom, Google Meet ຫຼື Facebook Live ທີ່ຜູ້ຮ່ວມງານສາມາດຮັບຊົມການຖ່າຍທອດສົດພິທີແຕ່ງງານໄດ້. ແຕ່ສຳລັບຄູ່ຮັກຄູ່ໜຶ່ງວິທີການນີ້ອາດຈະເບິ່ງທຳມະດາເກີນໄປ ເພາະເຂົາເຈົ້າຈະແຕ່ງງານກັນຜ່ານໂປຣແກຣມ Metaverse!

Dinesh Sivakumar Padmavath ແລະ Janaganandhini Ramaswamy ຄູ່ຮັກບ່າວສາວຈາກ ລັດ Tamil Nadu ປະເທດອິນເດຍ ເຊິ່ງພວກເຂົາມີໄອເດຍຈັດງານແຕ່ງໃນວັນທີ 6 ກຸມພາທີ່ຜ່ານມານີ້ ເພື່ອໃຫ້ແຂກທຸກຄົນສາມາດເຂົ້າຮ່ວມງານໄດ້ໂດຍບໍ່ຕ້ອງພົບໜ້າກັນ ແລະ ນີ້ກໍເປັນຄັ້ງທຳອິດຂອງປະເທດອິນເດຍທີ່ມີການຈັດງານແຕ່ງໃນ Metaverse ທີ່ໃຫ້ຜູ້ເຂົ້າຮ່ວມງານສາມາດທ່ຽວຊົມງານໄດ້ເທິງໂລກສະເໝືອນຈິງ.

ເນື່ອງຈາກປະເທດອິນເດຍມີມາດຕະການຈຳກັດຜູ້ເຂົ້າຮ່ວມງານແມ່ນບໍ່ເກີນ 100 ຄົນ ຈຶ່ງເຮັດໃຫ້ຄູ່ຮັກຄູ່ນີ້ຈັດງານແຕ່ງເທິງ Metaverse, ທຸກຄົນແມ່ນສາມາດເຂົ້າຮ່ວມຍິນດີກັບບ່າວສາວໄດ້ເທິງ Blockchain ຜ່ານທາງໂທລະສັບແລະຄອມພິວເຕີ.

Janaganandhini ຜູ້ທີ່ເປັນເຈົ້າບ່າວແມ່ນຄົນໃນວົງການໄອທີແລະສົນໃຈເລື່ອງ blockchain, Cryptocurrency ມາແຕ່ກ່ອນຢູ່ແລ້ວ ລາວຈຶ່ງໄດ້ຕິດຕໍ່ TardiWorld ແພລັດຟອມສະເໝືອນຈິງເທິງ Blockchain ໃຫ້ອອກແບບແລະເນລະມິດງານແຕ່ງຂອງທັງສອງຂຶ້ນມາໃນຕຣີມໂຮງຮຽນ Hogwarts ເພາະວ່າທັງສອງແມ່ນແຟນຄລັບຂອງວັນນະກຳເຍົາວະຊົນຊື່ດັງຂອງໂລກຄື “Harry Potter”.

ເຊິ່ງແພລັດຟອມຂອງ TardiWorld ນັ້ນແມ່ນເຮັດວຽກເທິງ Polygon Blockchain ເຊິ່ງໄດ້ຮັບຄຳນິຍາມຈາກຜູ້ຊ່ຽວຊານວ່າງ່າຍຕໍ່ການໃຊ້ງານ ເພື່ອຮອງຮັບການປັບຂະຫຍາຍ (Scaling) ແລະ ການສ້າງແອັບພິເຄຊັ່ນຫຼາກຫຼາຍປະເພດ ໂດຍຜູ້ໃຊ້ງານສາມາດສ້າງອະວາຕາ, ຊື້ດິນ, ປ່ຽນແປງສິ່ງແວດລ້ອມໃນ Metaverse ຫຼື ຕັ້ງຮ້ານຄ້າໃນ TardiWorld ໄດ້. ດັ່ງນັ້ນ ການສ້າງ Hogwarts ຈຶ່ງບໍ່ແມ່ນເລື່ອງເໜືອຈິນຕະນາການໃນໂລກສະເໝືອນຈິງ.

ນອກຈາກນີ້ ງານແຕ່ງໃນ Metaverse ຍັງໄດ້ເຮັດໃຫ້ຄວາມຝັນຂອງ Padmavath ເປັນຈິງ ນັ້ນກໍຄືການໄດ້ພົບກັບພໍ່ອີກຄັ້ງໜຶ່ງ ເນື່ອງຈາກພໍ່ຂອງລາວໄດ້ເສຍຊີວິດເມື່ອເດືອນເມສາໃນປີທີ່ຜ່ານມາ, ທັງສອງຄົນຈຶ່ງໃຫ້ທາງ TardiWorld ສ້າງອະວາຕາທີ່ມີໜ້າຕາຄ້າຍຄືກັບພໍ່ເຈົ້າສາວໃຫ້ມາຮ່ວມງານອີກພ້ອມ. ດັ່ງນັ້ນ ງານແຕ່ງເທິງ Metaverse ຈຶ່ງມີຄວາມໝາຍຕໍ່ທັງສອງຄົນ.

ຢ່າງໃດກໍຕາມ ພິທີແຕ່ງງານຕາມປະເພນີກໍຍັງຈະຈັດຂຶ້ນແບບນ້ອຍໆ ພາຍໃນຄອບຄົວທີ່ເຮືອນຂອງ Padmavath ຜູ້ທີ່ເປັນເຈົ້າສາວໃນ ລັດ Tamil Nadu. ຫຼັງຈາກນັ້ນບ່າວສາວຈະເຂົ້າໄປຢູ່ໃນໂລກສະເໝືອນຈິງ ທີ່ທັງສອງໄດ້ເຊີນແຂກ 2,000 ຄົນມາຮ່ວມງານແຕ່ງໃນໂລກເວດມົນແຫ່ງນີ້ ໂດຍພິທີແມ່ນໄດ້ຈັດຂຶ້ນເປັນເວລາ 1 ຊົ່ວໂມງ ແລະ ແຂກໃນງານສາມາດປັບແຕ່ງອະວາຕາຂອງຕົນເອງ ແລະ ທ່ຽວຊົມບັນຍາກາດທີ່ຄືກັນກັບຢູ່ໂລກເວດມົນແທ້ໆ. ສ່ວນຄ່າໃຊ້ຈ່າຍທັງໝົດຂອງການຈັດງານໃນຄັ້ງນີ້ແມ່ນຢູ່ທີ່ 150,000 ຣູປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/