Kristen Stewart ນາງເອກດັງຈາກເລື່ອງ Twilight ໄດ້ປະກາດວ່າຕົນເອງໝັ້ນແລ້ວກັບແຟນສາວ Dylan Meyer ນອກຈາກນີ້ຍັງວາງແຜນທີ່ຈະແຕ່ງງານໃນໄວໆນີ້!
ປັດຈຸບັນ Kristen ເປັນນັກສະແດງ ຄູ່ກັບເປັນຜູ້ກຳກັບ ຫຼັງຈາກບົດບາດການເປັນນັກສະແດງຈາກຮູບເງົາດັງ Twilight ແລະ ກາຍເປັນນັກສະແດງຍິງທີ່ໄດ້ຮັບລາຍໄດ້ສູງທີ່ສຸດໃນປີ 2012.

ຕໍ່ມາໃນປີ 2019 ນັກຂ່າວກໍໄດ້ເຫັນວ່າ Kristen ນັ້ນໄດ້ມີການສະແດງຄວາມຊັດເຈນວ່າກຳລັງຄົບຫາເບິ່ງໃຈກັບ Dylan Meyer ຜູ້ເປັນນັກຂຽນບົດ. ກວ່າທີ່ແຟນຄລັບຈະໄດ້ຮັບຮູ້ວ່າພວກເຂົາມີຄວາມສຳພັນທາງໂຣແມນຕິກກັນກໍເປັນເວລາດົນເຕີບ ເນື່ອງຈາກພວກເຂົາທັງສອງຕັ້ງໃຈເກັບຄວາມສຳພັນນີ້ໄວ້ເປັນສ່ວນຕົວ. ຮູບຄູ່ທຳອິດຂອງພວກເຂົາທີ່ Dylan ເປັນຄົນໂພສລົງ Instagram ກໍແມ່ນເດືອນຕຸລາທີ່ຜ່ານມາ. ສ່ວນ Kristen ນັ້ນບໍ່ມີບັນຊີ Instagram ສ່ວນຕົວເລີຍ, ລາວຈະມັກໃຫ້ທຸກຢ່າງບໍ່ອອກໄປຮອດສາທາລະນະຊົນ. ມາຮູ້ຕົວອີກຮອບໜຶ່ງກໍວັນທີ 2 ເດືອນພະຈິກ ທີ່ເປັນມື້ພວກເຂົາປະກາດໝັ້ນກັນຮຽບຮ້ອຍແລ້ວ.

Kristen ບອກວ່າຕົນເອງໄດ້ພົບກັບ Dylan ທີ່ກອງຖ່າຍເມື່ອ 6 ປີ ກ່ອນ ແຕ່ກໍບໍ່ໄດ້ລະບຸລະອຽດວ່າແມ່ນກອງຖ່າຍຈາກຮູບເງົາເລື່ອງໃດ. ທັງສອງຕັດສິນໃຈຄົບກັນຫຼັງຈາກທີ່ Kristen ໄດ້ຈົບຄວາມສຳພັນທຸກຢ່າງລົງກັບນາງແບບສາວ Stella Maxwell. Kristen ຍັງເສີມວ່າລາວມີຄວາມຮັກຢ່າງໄວວາ ເຊິ່ງຄວາມສຳພັນໃໝ່ນີ້ ຫຼັງຈາກການເປີດຕົວ ທຸກຄົນລວມໄປເຖິງແຟນຄລັບກໍໄດ້ເຫັນດີກັນວ່າເປັນຄວາມສຳພັນທີ່ໝັ້ນຄົງ, Kristen ມັກຈະເວົ້າເຖິງຄູ່ໝັ້ນຕົນເອງທຸກຄັ້ງເວລາສຳພາດ ແລະ ມັນຈະຍ້ອງຍໍບອກຮັກສະເໝີ ພ້ອມກັນນັ້ນພວກເຂົາກໍຢືນຢັນວ່າກະກຽມຈະແຕ່ງງານແລ້ວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/