ປະຕິບັດການ 8 ປີຂອງ Zuckerberg ທີ່ບໍ່ມີໃຜສັງເກດ, ກ່ອນທີ່ຈະມາເປັນໂລກ Metaverse


ວັນທີ 29 ຕຸລາ 2021 ທີ່ຜ່ານມາ, Mark Zuckerberg ຫຼື CEO ຂອງ Facebook ໄດ້​ປະ​ກາດ​ເປີດ​ຕົວ Metaverse ຜ່ານ​ທາງ​ສື່​ອອນ​ລາຍ​ຕ່າງໆ ພ້ອມ​ທັງ​ປ່ຽນ​ຊື່​ບໍ​ລິ​ສັດ​ຈາກ Facebook, Inc. ມາ​ເປັນ​ຊື່ໃໝ່​ໃນ​ນາມ Meta Platforms, Inc. ຫຼື ເອີ້ນ​ສັ້ນໆ​ວ່າ Meta (ເມ​ຕ້າ).

Metaverse ແມ່ນ​ສິ່ງ​ທີ່​ຜູ້​ບໍ​ລິ​ຫານ Facebook ເອງ ໄດ້​ໃຫ້​ນິ​ຍາມ​ມັນ​ວ່າເປັນ​ເໝືອນ​ກັບ​ໂລກ​ແຫ່ງ​ໃໝ່ ທີ່​ຈະ​ເຮັດ​ໃຫ້​ເຮົາສາ​ມາດ​ສ້າງ​ຈິນ​ຕະ​ນາ​ການ​ໄດ້​ຢ່າງ​ບໍ່​ສິ້ນ​ສຸດ. ຖ້າ​ໃຜ​ເຄີຍ​ເບິ່ງຮູບເງົາ​ເລື່ອງ Ready Player One ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່ Mark ກຳ​ລັງ​ສ້າງ​ນັ້ນ​ກໍ​ຄືກັບ​ສິ່ງ​ທີ່​ຢູ່​ໃນ​ເລື່ອງ​ນັ້ນ ເຊິ່ງເປັນໂລກ​ສະເໝືອນຈິງ​ທີ່​ຜູ້​ຄົນ​ຈາກ​ທຸກໆ​ບ່ອນ​ໃນ​ໂລກ ສາ​ມາດເຊື່ອມ​ຕໍ່​​ເຂົ້າຫາ​ກັນໄດ້ຢ່າງ​ໄຮ້​ພົມ​ແດນ, ຢາກ​ຈະຫຼິ້ນ, ຢາກ​ຈະ​ທ່ຽວ, ຢາກຈະ​ເຮັດ​ກິດ​ຈະ​ກຳ​ຕ່າງໆ ກໍ​ຈະ​ເຮັດ​ໄດ້​ໂດຍ​ທີ່​ເຮົາ​ບໍ່​ຕ້ອງ​ອອກ​ໄປ​ຂ້າງນອກ ໂດຍ​ຜ່ານ​ອຸ​ປະ​ກອນ VR (Virtual Reality).

Metaverse ໃນມື້​ເປີດ​ຕົວນັ້ນ ຖືວ່າສ້າງຄວາມຮືຮາບໍ່ໜ້ອຍໄປທົ່ວໂລກ, ຜູ້ຄົນທັງໂລກ ລວມທັງຜູ້ໃຊ້ງານ Facebook ເອງຕ່າງ​ກໍ​ພາ​ກັນ​ຕື່ນ​ເຕັ້ນ​ກັບ​ວິ​ດີ​ໂອ​ນຳ​ສະ​ເໜີ​ຂອງ Mark ກ່ຽວ​ກັບ​ໂລກ​ແຫ່ງ​ໃໝ່​ທີ່​ຊື່​ວ່າ Metaverse ຕະຫຼອດ​ຄວາມ​ຍາວ​ວິ​ດີ​ໂອ 1 ຊົ່ວ​ໂມງກວ່າ. ເມື່ອ​ທັງ​ໂລກ​ກຳ​ລັງ​ຕະ​ລຶງ​ໃນ​ສິ່ງ​ທີ່ Metaverse ສາ​ມາດ​ເຮັດ​ໄດ້ ແລະ ​ຜູ້​ຄົນຕ່າງ​ກໍ​ພາ​ກັນ​ຄິດ​ວ່າ Mark Zuckerberg ນັ້ນ​ສາ​ມາດ​ເຮັດ​ໃຫ້​ທັງ​ໂລກ​ຫັນມາ​ໃຫ້​ຄວາມ​ສົນ​ໃຈ​ລາວ​ໄດ້ ຫຼັງ​ຈາກ​ເປີດ​ຕົວ​ໄປ​ບໍ່​ດົນເທົ່າ​ນັ້ນ. ແຕ່​ຈະ​ໃຜ​ຮູ້​ບໍ່​ວ່າ ກວ່າ​ຈະ​ມາ​ເປັນ Metaverse ທີ່​ເຮົາ​ເຫັນ​ໃນ​ທຸກ​ມື້​ນີ້, ນັ້ນ​ເປັນ​ສິ່ງ​ທີ່ Mark ເອງ​ໄດ້​ວາງ​ແຜນ​ໄວ້​ເປັນ​ເວ​ລາ​ 8 ປີ​ມາ​ແລ້ວ ໂດຍ​ທີ່​ຄົນໃນໂລກສ່ວນໃຫຍ່ບໍ່ທັນໄດ້​ສັງ​ເກດຊ້ຳ.

ທຸ​ກ​ຄົນ​ຮູ້​ດີ​ວ່າທີ່​ຜ່ານ​ມາ, Facebook ໄດ້​ເຂົ້າ​ຊື້​ກິດ​ຈະ​ການ​ລະ​ດັບ​ໂລກ​ເຊັ່ນ: WhatsApp ແລະ Instagram ລວ​ມ​ມູນ​ຄ່າ​ປະ​ມານ 20 ພັນ​ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ທັງ​ສອງ​ບໍ​ລິ​ສັດຕ່າງ​ກໍ​ເປັນ​ຜູ້​ໃຫ້​ບໍ​ລິ​ການ​ກ່ຽວ​ກັບ Social Media ຢູ່​ແລ້ວ. ແຕ່​ເມື່ອ​​ກັບ​ໄປ​ປີ 2014, Facebook ໄດ້​ສ້າງ​ຄວາມ​ສົນ​ໃຈ​ໃນ​ວົງ​ການ​ໄອ​ທີ​ອີກ​ຄັ້ງໜຶ່ງ ເມື່ອ​ໄດ້​ປະ​ກາດ​ເຂົ້າ​ຊື້​ກິດ​ຈະ​ການ Oculus VR, ບໍ​ລິ​ສັດ​ຜູ້​ໃຫ້​ບໍ​ລິ​ການ​ອຸ​ປະ​ກອນແວ່ນ​ຕາ VR ຫຼິ້ນເກມ​ສະ​ເໝື​ອນ​ຈິງ ທີ່​ຕີ​ເປັນມູນ​ຄ່າກວ່າ 2 ພັນລ້ານໂດລາສະຫະລັດໃນ​ການ​ຊື້​ຄັ້ງ​ນັ້ນ (ແພງກວ່າມູນ​ຄ່າ​ທີ່​ຊື້ Instagram ເຖິງ​ສອງ​ເທົ່າ). ການ​ຊື້​ກິດ​ຈະ​ການ​ຄັ້ງ​ນັ້ນ ເຮັດ​ໃຫ້​ຜູ້​ຄົນ​ຕ່າງ​ກໍ​ພາ​ກັນຄິດ​​ວ່າ Mark ລາວ​ຄົງ​ສົນ​ໃຈ​ໃນ​ວົງ​ການ​ເກມ​ ເລີຍ​ຢາກ​ລອງ​ເຮັດ​ທຸ​ລະ​ກິດ​ໄປ​ແຂ່ງຂັນ​ໃນອຸດ​ສາ​ຫະ​ກຳ​ວົງ​ການ​ເກມ​ເບິ່ງ ເພາະ​ເປັນ​ວົງ​ການ​ທີ່​ມີ​ມູນ​ຄ່າ​ເມັດ​ເງິນ​ມະ​ຫາ​ສານ​. ແຕ່​ຄວາມ​ຈິງ​ແລ້ວມັນ​ມີ​ຫຍັງຫຼາຍກວ່າ​ນັ້ນ​ແນ່ນອນ​ ໃນ​ການ​ລົງ​ທຶນ​ຈົກ​ເງິນ​ຕັ້ງ 2 ພັ​ນ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ຊື້​ກິດ​ຈະ​ການ​ນັ້ນ ແລະ ນີ້​ເອງ​ທີ່​ຖື​ເປັນ​ຈຸດ​ເລີ່ມ​ການ​ເຄື່ອນ​ໄຫວ​ແຜນ​ການ​ຂອງ Mark Zuckerberg.

ນັບ​ຕັ້ງ​ແຕ່​ນັ້ນ​ມາຫຼັງ​ຈາກ​ປີ 2014, Facebook ໄດ້​ເຂົ້າ​ໄປ​ຊື້​ກິດ​ຈະ​ການ​ຕ່າງໆຫຼາຍກວ່າ 20 ບໍ​ລິ​ສັດ​ທີ່​ມີ​ບໍ​ລິ​ການ ແລະ ສິນ​ຄ້​າ​ແຕກ​ຕ່າງ​ກັນ​ໄປ. ສື່​ຂ່າວ​ຕ່າງໆ​ໄດ້​ພະ​ຍາ​ຍາມ​ເວົ້າ​ວ່າ ການ​ທີ່ Mark ຊື້ຫຼາຍ​ຂະ​ໜາດ​ນັ້ນ ເປັນ​ການ​ໃຊ້​ຈ່າຍ​ເງິນ​ທີ່​ຟຸມ​ເຟືອຍຫຼາຍ ເພາະ​ບໍ່​ຮູ້​ວ່າ​ຊື້​ແລ້ວ​ຈະ​ເອົາ​ມາ​ເຮັດ​ຫຍັງ​ໄດ້​ແດ່. ລອງ​ມາເບິ່ງວ່າ​ບໍ​ລິ​ສັດ​ທີ່ Facebook ນັ້ນ​ຊື້ ມີ​ບ່ອນ​ໃດ​ທີ່ໜ້າ​ສົນ​ໃຈ​:

  • ProtoGeo Oy, ບໍ​ລິ​ສັດ​ທີ່​ເຮັດ​ແອັບ​ໃນ​ການກວດ​ຈັບ​ການ​ເຄື່ອນ​ໄຫວ​ຂອງ​ເຮົາ​ເວ​ລາ​ອອກ​ກຳ​ລັງ​ກາຍ ວ່າ​ມີ​ລາຍ​ລະ​ອຽດ​ຫຍັງ​? (ໄລ​ຍະ​ການ​ແລ່ນ, ຈຳ​ນວນ​ກ້າວ​ໃນ​ການ​ຍ່າງ…)
  • Pebbles Interfaces, ບໍ​ລິ​ສັດ​ທີ່​ສ້າງພາບ​ໃນ​ໂລກສະ​ເໝືອນ​ຈິງ​ຕ່າງໆ ເຊິ່ງ​ພາຍຫຼັງ​ໄດ້​ມາ​ລວມ​ກິດ​ຈະ​ການ​ກັບ Oculus VR.
  • Two Big Ears, ບໍ​ລິ​ສັດ​ທີ່​ເຮັດ​ລະ​ບົບ​ສຽງ​ຮອບ​ທິ​ດ ຫຼື ສຽງ​ສະ​ເໝືອນ​ຈິງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້​ສຶກຄືວ່າ​ໄດ້​ຢູ່​ສະ​ຖານ​ທີ່​ນັ້ນ​ແທ້ໆ.

ນອກ​ຈາກ​ການ​ຊື້​ກິດ​ຈະ​ການ​ຕ່າງໆ​ແລ້ວ, ໃນ​ຕ​ະຫຼອດ 8 ປີ​ທີ່​ຜ່ານ​ມາ Facebook ກໍ​ເລີ່ມ​ຄ່ອຍໆ​ເປີດ​ຕົວ​ບໍ​ລິ​ການ​ໃໝ່ໆ ບໍ່​ວ່າ​ຈະ​ເປັນ: Facebook Messenger (ບໍ​ລິ​ການ​ສົ່ງ​ຂໍ້​ຄວາມ​ລະ​ຫວ່າງ​ຜູ້​ໃຊ້​ ລວມ​ທັງ​ການ​ໂທ​ ແລະ VDO Call), Facebook Pay (ບໍ​ລິ​ການ​ຈ່າຍ​ເງິນ​ຊື້​ເຄື່ອງ​ເທິງ Facebook ໂດຍ​ບໍ່​ຕ້ອງ​ອອກ​ໄປຈ່າຍ​ເງິນ​ຢູ່​ແອັບ​ອື່ນ), Facebook Marketplace (ຕະຫຼາດ​ອອນ​ລາຍ ທີ່​ໃຫ້​ຄົນ​ເຂົ້າ​ມາຊື້-ຂາຍ​ເຄື່ອງນຳ​ກັນ​ໄດ້) ແລະ ບໍ​ລິ​ການ​ຍ່ອຍ​ອື່ນໆ​ອີກ ເຊິ່ງອີກ​ອັນ​ທີ່​ຂາດ​ບໍ່​ໄດ້ໃນ​ໄລຍະ​ເວ​ລາ​ທີ່​ຜ່ານ​ມານັ້ນ​ກໍ​ຄືຫຼຽນ​ Cryptocurrency ຂອງ​ທາງ Facebook ເອງ​ທີ່​ມີ​ຊື່​ວ່າ Diem ທີ່​ຈະ​ມາ​ເປັນ​ສະ​ກຸນ​ເງິນ​ໃນ​ອະ​ນາ​ຄົດ​ສຳລັບ Facebook. ໃນສ່ວນຂອງ  Facebook Glasses ເອງທີ່ເປັນແວ່ນຕາອັດສະລິຍະທີ່ຫາກໍເປີດຂາຍໄປ ກໍເປັນອີກໜຶ່ງຢ່າງທີ່ Facebook ກໍໝັ້ນໝາຍໃຫ້ເປັນອຸປະກອນສຳລັບອະນາຄົດອັນໃກ້ນີ້ອີກດ້ວຍ.

ຫຼັງ​ຈາກ​ທີ່​ທຸກ​ຢ່າງ​ມັນ​ເລີ່ມ​ເຂົ້າ​ທີ່​ເຂົ້າ​ທາງ ແລະ ບົ່ມ​​ມາ​ໄດ້​ທີ່​ແລ້ວ ມັນກໍ​ເປັນ​ສັນ​ຍານ​ໃຫ້ທາງ Mark ເອງ​ໄດ້​ຮວບ​ຮວມ​ເອົາ​ທຸກ​ສິ່ງ​ທີ່​ລາວ​ສ້າງ​ມາ​ນັ້ນ ລວ​ມ​ຕົວ​ກັນ​ເກີດ​ເປັນ​ໂລກ​ແຫ່ງ​ໃໝ່​ທີ່​ຊື່​ວ່າ “Metaverse” ນີ້​ເອງ. ເຮົາ​ຈະ​ເຫັນ​ໄດ້​ວ່າ ສິ່ງ​ທີ່ Metaverse ມີ ບໍ່ວ່າຈະເປັນການພົບກັນກັບຄົນອື່ນໃນໂລກສະເໝືອນຈິງ, ການທີ່​ເຮົາສາມາດພົບ​ປະກັບໝູ່ເພື່ອນໄດ້ທາງ​ໄກ, ການທີ່ເຮົາສາມາດອອກກຳລັງກາຍໄດ້ໂດຍບໍ່ຕ້ອງໄປ Fitness, ການ​ທີ່​ເຮົາ​ສາ​ມາດ​ໄປ​ສ​ະ​ຖານ​ທີ່​ຕ່າງໆ​ທີ່​ສົມ​ຈິງ​ໄດ້ ແລະ ອີກຫຼາຍ​ຢ່າງ​ທີ່​ໂລກ​ແຫ່ງ​ນີ້​ເຮັດ​ໄດ້ນັ້ນ ມັນ​ກໍ​ເປັນ​ຜົນ​ມາ​ຈາກ​ບໍ​ລິ​ສັດ​ຕ່າງໆ​ທີ່ Mark ນັ້ນ​ຊື້​ເຂົ້າ​ມາ​ເພື່ອ​ພັດ​ທະ​ນາ​ໃນ​ແຕ່​ລະ​ສ່ວນ​ຂອງ Metaverse ໃຫ້​ສົມ​ບູນ​ແບບ​ຍິ່ງ​ຂຶ້ນ. ບໍ​ລິ​ການ​ຕ່າງໆຂອງ Facebook ກໍ​ຈະ​ຖືກ​ເຂົ້າ​ມາ​ໃຊ້​ໃນ​ໂລກ​ນີ້​ເຊັ່ນ​ກັນ ​ບໍ່​ວ່າ​ຈະ​ເປັນ Facebook Marketplace ທີ່​ຈະ​ເຮັດ​ໃຫ້​ເຮົາເຂົ້າ​ມາ​ຊື້-ຂາຍ​ເຄື່ອງ​ໃນ​ໂລກ Metaverse ໂດຍ​ທີ່​ສາ​ມາດ​ໃສ່​ລອງ​ເຄື່ອງ​ໄດ້ເອງເລີຍ, ການ​ມີ Facebook Pay ທີ່​ເຮັດ​ໃຫ້​ເຮົາ​ສ​າ​ມາດ​ຊື້​ເຄື່ອງ​ໃນ​ໂລກ Metaverse ໄດ້​ຢ່າ​ງງ່າຍ​ດາຍ, ຫຼຽນ Diem currency ນັ້ນກໍ​ອາດ​ຈະ​ກາຍ​ມາ​ເປັນ​ສະ​ກຸນ​ເງິນໃນການໃຊ້ຈ່າຍ​ໃນ​ໂລກ​ສະ​ເໝືອນ​ຈິງ​ແຫ່ງ​ນີ້​ກໍ​ເປັນ​ໄດ້ ແລະ ແນ່ນອນວ່າ Facebook Glasses ກໍຈະເປັນອີກຈິກຊໍສ່ວນສຳຄັນໃຫ້ກັບໂລກ Metaverse ຢ່າງແນ່ນອນ.

ເມື່ອ​ເຮົາ​ມາ​ພິ​ຈາລະ​ນາ​ເບິ່ງ​ແລ້ວ, ການ​ເຂົ້າ​ຊື້​ບໍ​ລິ​ສັດ​ຕ່າງໆ ແລະ ບໍ​ລິ​ການ​ຕ່າງໆ​ໃນ Facebook ທີ່​ເປີດ​ຕົວ​ມາ ເປັນ​ການ​ບົ່ງ​ບອກ​ເຖິງ​ພາ​ລະ​ກິດ​ທີ່​ຍິ່ງ​ໃຫຍ່​ຂອງ Mark Zuckerberg ເອງທີ່​ໄດ້​ວາງ​ແຜນມາ​​ຕະຫຼອດ ເປັນ​ເວ​ລາ 8 ປີ​ນັບ​ແຕ່​ຕັ້ງ​ການ​ເຂົ້າ​ຊື້ບໍ​ລິ​ສັດ Oculus VR ຄັ້ງ​ນັ້ນ. ໃນຕອນ​ນີ້, ຮາກ​ຖານ​ທີ່ Mark ວາງ​ໄວ້ ໄດ້​ສ້າງ​ຄວາ​ມ​ຝັນ​ຂອງ​ລາວ​ໃຫ້​ກາຍ​ເປັນ​ຈິງ​ແລ້ວ​ ແລະ ຫຼັງ​ຈາກ​ນີ້, ​ຜູ້​ຄົນ​ທົ່ວ​ໂລກລວມ​ທັງ​ເຮົາ​ເອງ ກໍ​ຄົງ​ຕ້ອງ​ພາ​ກັນ​ຈັບ​ຕາ​ເບິ່ງ​ຕື່ມ​ອີກວ່າ ປະຕິບັດການຄັ້ງຕໍ່ໄປ​ຂອງ Mark Zuckerberg ນັ້ນຈະອອກມາເປັນແນວໃດ?

ຂໍ້​ມູນ​ອ້າງ​ອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/