ອາເມຣິກາອອກພາສປອດເຫຼັ້ມທຳອິດທີ່ອະນຸຍາດບອກເພດ X ໄດ້ ເພື່ອຊຸກຍູ້ຄວາມຫຼາກຫຼາຍທາງເພດໃນສັງຄົມ


ວັນທີ 27 ຕຸລາ ທີ່ຜ່ານມາ ທາງການອາເມລິກາໄດ້ອອກ Passport (ໜັງສືເດີນທາງ) ເຫຼັ້ມທຳອິດທີ່ອະນຸຍາດໃຫ້ບອກເພດ X ໄດ້ ເພີ່ມຈາກອັນເກົ່າທີ່ມີແຕ່ ເພດຊາຍ (M) ແລະ ເພດຍິງ (F) ເພື່ອເປີດຮັບຄວາມຫຼາກຫຼາຍທາງເພດໃນສັງຄົມ ລວມເຖິງເປີດພື້ນທີ່ໃຫ້ກັບພົນລະເມືອງອາເມຣິກາທີ່ເປັນກຸ່ມ LGBTQ+ ໂດຍສະເພາະຄົນທີ່ເປັນ Non-Binary, Intersex ລວມເຖິງ Gender Non-Conforming ເພດອື່ນໆ ທີ່ບໍ່ໄດ້ຢູ່ໃນຂອບເຂດຂອງເພດຊາຍແລະເພດຍິງ ໃຫ້ສາມາດລະບຸຕົວຕົນທີ່ສອດຄ່ອງກັບຄວາມເປັນຈິງໄດ້ຫຼາຍກວ່າເກົ່າໃນເອກະສານສຳຄັນ.

ທາງດ້ານ ທ່ານ ເນັດ ໄພຊ໌ (Ned Price) ໂຄສົກກະຊວງການຕ່າງປະເທດໄດ້ທະວີດຂໍ້ຄວາມໃນ twitter ວ່າ ກະຊວງການຕ່າງປະເທດຂອງອາເມຣິກາ ຈະຍັງເດີນໜ້າເຮັດຕາມຄຳໝັ້ນສັນຍາທີ່ເຄີຍໃຫ້ໄວ້ວ່າຈະສະໜັບສະໜູນສິດທິເສລີພາບ, ຄວາມມີສັກສີ ແລະ ຄວາມເທົ່າທຽມກັນຂອງຄົນທຸກຄົນ ລວມເຖິງພົນລະເມືອງອາເມຣິກາທີ່ເປັນ LGBTQ+.

ທ່ານ ແອນໂທນີ ບລິງເຄນ (Antony Blinken) ລັດຖະມົນຕີການຕ່າງປະເທດຂອງອາເມຣິກາ ໄດ້ເຜີຍເຖິງທ່າອ່ຽງທີ່ຈະອະນຸຍາດໃຫ້ພົນລະເມືອງອາເມຣິກາສາມາດລະບຸເພດ X ໃນພາສປອດໄດ້ ຕັ້ງແຕ່ໄລຍະເດືອນມິຖຸນາທີ່ຜ່ານມາ ແລະຄາດວ່າຈະເລີ່ມອະນຸຍາດໃຫ້ນຳໃຊ້ໄດ້ໃນໄລຍະຕົ້ນປີໜ້າ ໂດຍຫຼາຍໆລັດ ເຊັ່ນ: ນິວຢອກ ກໍເລີ່ມອະນຸຍາດໃຫ້ພົນລະເມືອງພາຍໃນລັດລະບຸເພດ X ໄດ້ໃນໃບຂັບຂີ່ ແລະ ບັດປະຈຳຕົວ ລວມເຖິງເອກະສານທາງການອື່ນໆ ໄດ້ແລ້ວ.

ຂະນະທີ່ ທ່ານນາງ ເຈສສິກ້າ ສະເຕີນ (Jessica Stern) ຜູ້ແທນພິເສດດ້ານສິດທິ LGBTQ+ ພາຍໃຕ້ລັດຖະບານຂອງປະທານາທິບໍດີ ໂຈ ໄບເດນ ກ່າວວ່າ ນີ້ເປັນບາດກ້າວສຳຄັນຂອງປະຫວັດສາດທີ່ເອກະສານສຳຄັນຕ່າງໆ ຈະເຊື່ອມໂຍງ ແລະ ສອດຄ່ອງກັບຄວາມເປັນຈິງ ແລະສະທ້ອນ Spectrum ຂອງອັດຕະລັກທາງເພດ ແລະ ຕົວຕົນຂອງມະນຸດທີ່ແຕກຕ່າງກັນ.

“ເມື່ອໃດກໍຕາມທີ່ໄດ້ຮັບເອກະສານສຳຄັນ ພ້ອມລະບຸອັດຕະລັກທີ່ແທ້ຈິງຂອງພວກເຂົາ ນັ້ນຈະເຮັດໃຫ້ພວກເຂົາໃຊ້ຊີວິດແບບມີສັກສີ ຮູ້ສຶກໄດ້ເຖິງກຽດ ແລະ ເຄົາລົບສິດຂອງກັນແລະກັນຫຼາຍຍິ່ງຂຶ້ນ” ທ່ານ ນາງ ເຈສສິກ້າ ສະເຕີນ ໄດ້ກ່າວກັບສຳນັກຂ່າວ.

ໂດຍອາເມລິກາ ເປັນອີກໜຶ່ງປະເທດທີ່ອະນຸຍາດໃຫ້ລະບຸເພດທີ່ກວ້າງຂຶ້ນໄດ້ ນອກຈາກເມື່ອກ່ອນທີ່ມີພຽງແຕ່ເພດຊາຍແລະເພດຍິງ ເຊິ່ງກ່ອນໜ້ານີ້ຫຼາຍປະເທດກໍເລີ່ມອະນຸຍາດໃຫ້ລະບຸເພດ X ໃນພາສປອດໄດ້ແລ້ວ ແຕ່ອາດຈະມີເງື່ອນໄຂທີ່ແຕກຕ່າງກັນ ເຊັ່ນ: ແຄນນາດາ, ອອສເຕເລຍ, ນິວຊີແລນ, ເຢຍລະມັນ, ອິນເດຍ ແລະ ເນປານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/