ອິນເດຍຕັດພາສີນ້ຳມັນອອກ ຫຼັງຈາກລາຄາເພີ່ມຂຶ້ນສູງທີ່ສຸດເທົ່າທີ່ເຄີຍບັນທຶກມາ


ອິນເດຍຕັດພາສີນ້ຳມັນທີ່ລູກຄ້າຕ້ອງຈ່າຍອອກໄປ ເນື່ອງຈາກລາຄາຂອງນ້ຳມັນດິບໃນປັດຈຸບັນທະລຸຂຶ້ນສູງສຸດເທົ່າທີ່ເຄີຍໄດ້ບັນທຶກມາ.

ເສດຖະກິດນານາຊາດກໍພາກັນໄດ້ຮັບຜົນກະທົບຈາກການລະບາດຂອງ COVID–19 ສົ່ງຜົນໃຫ້ລາຄາສິນຄ້າທົ່ວໂລກຕ່າງກໍເພີ່ມຂຶ້ນສູງຫຼາຍໃນປີນີ້ ເຊິ່ງມັນກໍລວມໄປເຖິງລາຄາຂອງນ້ຳມັນ. ທາງລັດຖະບານອິນເດຍຈຶ່ງໄດ້ຫາທາງແກ້ໄຂບັນຫານີ້ຢ່າງຮີບດ່ວນ. ພວກເຂົາໄດ້ເລືອກຕັດພາສີທີ່ປະຊາຊົນຕ້ອງຈ່າຍອອກຈາກລາຄານ້ຳມັນ ເພື່ອຫຼຸດຜ່ອນການເພີ່ນຂຶ້ນຂອງລາຄາສິນຄ້າ ພ້ອມທັງກະຕຸ້ນວົງຈອນເສດຖະກິດໂດຍລວມ.

ການຕັດສິນໃຈດັ່ງກ່າວແມ່ນໄດ້ປະກາດກ່ອນວັນດີວາລີ (Diwali) ເປັນເທສະການແສງໄຟຂອງສາສະໜາຮິນດູ. ເຊິ່ງໂດຍທົ່ວໄປແລ້ວຈະເປັນໄລຍະເວລາທີ່ຈະຊຸກຍູ້ໃຫ້ເສດຖະກິດດີຂຶ້ນ ເນື່ອງຈາກຈຳນວນຜູ້ບໍລິໂພກ ແລະ ຕົວເລກການບໍລິໂພກສິນຄ້າຈະສູງຂຶ້ນ. ດ້ວຍເຫດນັ້ນ, ການຕັດພາສີອອກກໍເພື່ອຊ່ວຍຫຼຸດຜ່ອນຄວາມກົດດັນຂອງລາຄານ້ຳມັນທີ່ເພີ່ມສູງຂຶ້ນຕໍ່ຜູ້ຜະລິດ ແລະ ຊາວນາ ເພາະວ່າລາຄາຂົນສົ່ງສິນຄ້າເຂົ້າປະເທດນັ້ນແມ່ນ 85% ໃຊ້ນ້ຳມັນໃນການຂົນສົ່ງ.

ລາຄານ້ຳມັນທີ່ປະເທດອິນເດຍນັ້ນຖືກຈັດໃນອັນດັບໃນກຸ່ມທີ່ແພງທີ່ສຸດ ເຊິ່ງເກີດຈາກພາສີ ບໍ່ແມ່ນລາຄານ້ຳມັນແທ້ໆ,​ ການຕັດພາສີອອກນີ້ຈະລົດລາຄາຂອງນ້ຳມັນແອັດຊັງລົງ 5 ຣູປີຕໍ່ລິດ ແລະ ກາຊວນລົງ 10 ຣູປີຕໍ່ລິດ. ໂດຍທີ່ລາຄາແອັດຊັງກ່ອນຖືກຕັດພາສີແມ່ນ 110 ຣູປີ (ປະມານ 13,000 – 15,000 ກີບ/ລິດ) ທີ່ 52% ຂອງລາຄາແມ່ນພາສີ.  ສ່ວນກາຊວນແມ່ນ 98 ຣູປີ (ປະມານ 13,000ກີບ/ລິດ) ພາສີ 47% ຂອງລາຄາ. ການຫຼຸດຜ່ອນດັ່ງກ່າວນີ້ ມັນຈະເພີ່ມຈຳນວນການບໍລິໂພກ ແລ້ວຈະສົ່ງຜົນໃຫ້ອັດຕາເງິນເຟິ້ລົດລົງ ນອກຈາກນີ້ຍັງສາມາດຊ່ວຍໃຫ້ຄົນຊົນຊັ້ນທຸກຍາກ ແລະ ຊົນຊັ້ນກາງເຂົ້າເຖິງໄດ້.

ການລົດລາຄານ້ຳມັນນັ້ນບໍ່ແມ່ນເລື່ອງໃໝ່ ເມື່ອກຸ່ມຊາວບ້ານນັ້ນເຄີຍມີການປະທ້ວງໃຫຍ່ໆເກີດຂຶ້ນຕໍ່ບັນຫາດັ່ງກ່າວນີ້ມາກວ່າປີໜຶ່ງແລ້ວ. ແລະການຕັດສິນໃຈຄັ້ງນີ້ຂອງລັດຖະບານກໍເພື່ອຊ່ວຍກະຕຸ້ນໃຫ້ບັນດາຊາວນາກຽມພ້ອມສຳລັບລະດູຣາບິ (Rabi) ເຊິ່ງຈະເກີດຂຶ້ນກາງເດືອນພະຈິກນີ້ ເພື່ອເກັບກ່ຽວເຂົ້າສາລີ, ບາເລ ແລະ ມັສຕາດ ໃຫ້ເສດຖະກິດດີຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/