ຍີ່ປຸ່ນກຽມຜ່ອນຜັນໃຫ້ເປີດປະເທດໄດ້


ວັນທີ 2 ເດືອນພະຈິກທີ່ຜ່ານມາ ຍີ່ປຸ່ນໄດ້ຢືນຢັນຈະປະຕິບັດນະໂຍບາຍຜ່ອນຜັນໃຫ້ເປີດປະເທດໄດ້ ໂດຍຈະແນໃສ່ໃນເລື່ອງທຸລະກິດ, ການຝຶກອົບຮົມທາງດ້ານວິຊາການ ແລະ ການຮຽນກ່ອນ. ສ່ວນເປີດໃຫ້ທ່ອງທ່ຽວນັ້ນຍັງບໍ່ໄດ້ມີການພິຈາລະນາຈາກທາງລັດຖະບານເທື່ອ.

ປັດຈຸບັນ ຈຳນວນຜູ້ຕິດເຊື້ອ COVID–19 ໄດ້ລົດລົງຈາກຕົວເລກບັນທຶກຫຼາຍໃນຍີ່ປຸ່ນ. ດ້ວຍເຫດນັ້ນຈຶ່ງໄດ້ຕັ້ງເປົ້າທີ່ຈະຄ່ອຍໆຜ່ອນຜັນການຫ້າມຊາວຕ່າງຊາດເຂົ້າມາໃນປະເທດ. ໂດຍສະເພາະໃນເດືອນຕຸລາທີ່ຜ່ານມານັ້ນ, ນະໂຍບາຍການຫ້າມເຂົ້າມາປະເທດຂອງຍີ່ປຸ່ນນັ້ນເຄັ່ງຈົນສ້າງຄວາມຫງຸດຫງິດໃຈແກ່ນັກທຸລະກິດຊາວຕ່າງຊາດ. ເຊິ່ງ 70% ນັ້ນແມ່ນນັກຝຶກງານທາງດ້ານວິຊາການ ແລະ ນັກຮຽນຊາວຕ່າງຊາດ. ນອກຈາກນັ້ນແລ້ວທາງພາກສ່ວນກະເສດຕະກຳ ແລະ ການປະມົງກໍພົບກັບບັນຫາຂາດແຄນແຮງງານຢ່າງຫຼວງຫຼາຍ.

ດ້ວຍເຫດນັ້ນເອງຈຶ່ງໄດ້ມີການຜ່ອນຜັນໃຫ້ກຸ່ມຄົນດັ່ງກ່າວເຂົ້າມາໃນປະເທດ. ໂຮງຮຽນໄດ້ມີການເປີດຮັບນັກຮຽນຕ່າງຊາດເຂົ້າມາເພີ່ມ, ສຳລັບນັກທຸລະກິດຈະໄດ້ມີໄລຍະການກັກຕົວທີ່ສັ້ນລົງເປັນ 3-10 ມື້ຕໍ່ຜູ້ທີ່ໄດ້ຮັບການສັກວັກຊີນຄົບ. ພ້ອມກັນນັ້ນທາງດ້ານບໍລິສັດ ຫຼື ອົງການທີ່ຮັບຜູ້ເດີນທາງຈະຕ້ອງໄດ້ມີການເຝົ້າເບິ່ງພຶດຕິກຳຂອງບຸກຄະລາກອນຕົນເອງ. ສຳລັບການຫຍໍ້ເວລາກັກຕົວນັ້ນແມ່ນຜ່ອນຜັນໃຫ້ແກ່ນັກທຸລະກິດຊາວຍີ່ປຸ່ນທີ່ເດີນທາງກັບມາຈາກຕ່າງປະເທດພ້ອມ.

ສຳລັບນະໂຍບາຍຜ່ອນຜັນນີ້ ທາງລັດຖະບານໄດ້ມີການວາງແຜນເລີ່ມປະຕິບັດພາຍໃນເດືອນພະຈິກນີ້ເປັນຕົ້ນໄປ

ໃນບາງປະເທດເຊັ່ນ ສະຫະລາຊະອານາຈັກກໍໄດ້ເລີ່ມການຜ່ອນຜັນຕັ້ງແຕ່ເດືອນຕຸລາ ໂດຍຈະໃຫ້ທຸກຄົນທີ່ມີໃບຢັ້ງຢືນການສັກວັນຊີນໄດ້ມີຂໍ້ຍົກເວັ້ນເຂົ້າມາປະເທດ. ແຕ່ພວກເຂົາກໍຍັງຕ້ອງໄດ້ປະຕິບັດການກວດຫາເຊື້ອກ່ອນເດີນທາງ ແລະ ກັກຕົວ 10 ມື້. ປະເທດຝຣັ່ງ ແລະ ອິຕາລີເອງກໍເປີດໃຫ້ຜູ້ທີ່ໄດ້ຮັບການສັກວັກຊີນ Pfizer ຫຼື ວັກຊີນອື່ນໆ ລໍຖ້າເຂົ້າໄປໃນປະເທດ. ສ່ວນປະເທດເຮົານັ້ນ ກໍໄດ້ມີການກະກຽມວາງແຜນຈະເປີດປະເທດພາຍໃນທ້າຍປີນີ້ ຫຼື ກໍຄືເດືອນໜ້າ ແຕ່ກໍຍັງບໍ່ສາມາດຄາດເດົາໄດ້ວ່າຈະເປັນການຍົກເວັ້ນສະເພາະທາງທຸລະກິດ, ການຮຽນ ແລະ ການຝຶກອົບຮົມຄືກັບຍີ່ປຸ່ນ ຫຼື ຈະເປີດສຳລັບທ່ອງທ່ຽວນຳບໍ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/