No nut November ແມ່ນຫຍັງ? ຕົ້ນກຳເນີດມາຈາກໃສ? ເປັນຫຍັງຕ້ອງຫ້າມຊ່ວຍຕົນເອງໃນເດືອນພະຈິກຂອງທຸກປີ?


“ກ່ອນອື່ນຕ້ອງຂໍອະນຸຍາດກ່າວເຕືອນວ່າເນື້ອຫາໃນບົດຄວາມຕໍ່ໄປນີ້ອາດຈະໄປທາງ 18 + ໜ້ອຍໜຶ່ງ”

ໃນເມື່ອກ່ອນ No Nut November ເປັນພຽງ challenge ແນວສຽດສີຕ່າງໆທີ່ເກີດຂຶ້ນໃນໂລກ ອິນເຕີເນັດ ຄືກັນກັບ ice Bucket Challenge ຫຼື Planking ທີ່ເຄີຍເປັນກະແສ.

ແຕ່ຕໍ່ມາຜູ້ເຂົ້າຮ່ວມບາງສ່ວນເບິ່ງວ່າເປັນການ ຣີບູດ (reboot) ຮ່າງກາຍຂອງຕົນເອງ ໂດຍມີກຸ່ມ NoFap ໃນ board reddit ເຊິ່ງເປັນກຸ່ມປະກາດຄວາມຕັ້ງໃຈຢາກເອົາຊະນະຄວາມຕ້ອງການທີ່ຈະຊ່ວຍຕົນເອງ ຫຼື ການບໍ່ເບິ່ງໜັງ AV ເປັນໄລຍະເວລາໜຶ່ງຫຼືຕະຫຼອດໄປ ແລະ ເພື່ອເປັນການຝຶກຄວບຄຸມຈິດໃຈ ບໍ່ໃຫ້ຫຼົງໃນກາມ.

ນອກຈາກນີ້ກຸ່ມ NoFap ຍັງໄດ້ໄປຍົກເອົາຜົນວິໄຈເຊິ່ງເປັນວິໄຈທີ່ມີມາຫຼາຍປີແລ້ວຈາກ PubMed Central ວ່າ ການງົດຊ່ວຍຕົນເອງເປັນເວລາ 1 ອາທິດ ເຮັດໃຫ້ຮໍໂມນເພດຊາຍ (Testosterone) ເພີ່ມຂຶ້ນ (ສູງຂຶ້ນ 45.7%).

ແຕ່ເຖິງຢ່າງນັ້ນ ຜົນວິໄຈນີ້ກົງກັນຂ້າມກັບຂໍ້ມູນຈາກ Harvard Medical School (ໂຮງຮຽນແພດຮາວາດ) ເຊິ່ງເຜີຍແຜ່ທາງ Harvard Health Publishing ໃນປີ 2014 ວ່າ ຈາກການສຶກສາ ຜູ້ຊາຍສຳເລັດການຊ່ວຍຕົນເອງ ຢ່າງໜ້ອຍ 21ຄັ້ງ/ເດືອນ ຈະມີຄວາມສ່ຽງຕໍ່ມະເຮັງໝາກໄຂ່ຫຼັງລົດລົງ 33% ເມື່ອທຽບກັບຜູ້ຊາຍທີ່ຊ່ວຍຕົນເອງ 4-7ຄັ້ງ/ເດືອນ.

No Nut November ແມ່ນເກີດຈາກການທ້າທາຍກັນເທິງໂລກອິນເຕີເນັດ ດ້ວຍການຫ້າມຊ່ວຍຕົນເອງ ເປັນເວລາ 30 ມື້ຕະຫຼອດເດືອນພະຈິກນີ້.

ເຊິ່ງການທ້ານທາຍນີ້ມີຈຸດເລີ່ມຕົ້ນໃນປີ 2011 ໂດຍມາຈາກ user ຄົນໜຶ່ງຊື່ວ່າ bicboi6969696969 ເຊິ່ງລາວໄດ້ເພີ່ມຄຳວ່າ No Nut November ລົງໄປໃນເວັບ Urban Dictionary ເວັບໄຊວັດຈະນານຸກົມທີ່ຮວບຮວມຄຳສັບ ວະລີເດັດ ຫຼື ຊື່ຕ່າງໆ ທີ່ເປັນສັບ slang ເຊິ່ງສາມາດເພີ່ມຕື່ມເນື້ອຫາໂດຍຜູ້ໃຊ້.

ໃນປີ 2017 ຄໍານີ້ມັນໄດ້ກາຍເປັນກະແສໂດ່ງດັງໄປທົ່ງອິນເຕີເນັດ ເຊິ່ງມີທັງການຕິດ #NoNutNovember ແລະ ມີມຕ່າງໆອີກຫຼວງຫຼາຍ.

ເຊິ່ງ ການທ້າທາຍ “No Nut November” ນີ້ມີກົດຢູ່ຄື ບໍ່ໃຫ້ຜູ້ຊາຍປະຕິບັດພາລະກິດຊ່ວຍຕົນເອງຕ່າງໆ ຖ້າຫາກມີການຊ່ວຍຕົນເອງກໍຈະຖືວ່າຍອມແພ້ໄປ. ແຕ່ຫາກໃຜສຳເລັດໃນການບໍ່ຊ່ວຍຕົນເອງເປັນເວລາ 30 ມື້ ກໍຈະເປັນຜູ້ຊະນະ ແລະ ສາມາດເຂົ້າຮ່ວມການທ້າທາຍອັນໃໝ່ກໍຄື Destroy D*ck December ເຊິ່ງການທ້າທາຍນີ້ເຈົ້າຕ້ອງຊ່ວຍຕົນເອງທຸກມື້ຕະຫຼອດເດືອນທັນວາ.

ອ້າງອີງກົດຈາກ: Metro

ຈາກຂໍ້ມູນຂອງ Dictionnary ໄດ້ລະບຸຈຸດປະສົງຂອງ No Nut November ທີ່ແທ້ຈິງແລ້ວວ່າ Challenge ນີ້ ບໍ່ແມ່ນການທໍລະມານຕົນເອງ ແຕ່ມັນມີຂຶ້ນເພື່ອກະຕຸ້ນໃຫ້ບັນດາໜຸ່ມໆ ມີເວລາເຮັດກິດຈະກຳອື່ນໆ ຫຼື ຮຽນຮູ້ພາສາໃໝ່ ດີກວ່າຈະເສຍເວລາໄປກັບການຊ່ວຍຕົນເອງ ຫຼື ຈົດຈໍ່ກັບເພດສຳພັນຫຼາຍຈົນເກີນໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/