ອົງການ UNESCO ໄດ້ປະກາດໃຫ້ວັນທີ 8 ກັນຍາ ຂອງທຸກໆປີ ເປັນວັນແຫ່ງການຮູ້ໜັງສືສາກົນ ຕັ້ງແຕ່ປີ 1965 ເປັນຕົ້ນມາ ເພື່ອເຕືອນໃຫ້ທຸກຄົນເຫັນເຖິງຄວາມສຳຄັນຂອງການຮູ້ໜັງສື ແລະ ເດັກນ້ອຍທີ່ຍັງຕົກຄ້າງຢູ່ໃນບ່ອນຫ່າງໄກການສຶກສາ.
ວັນທີ 8 ກັນຍາ ຍັງເປັນວັນທີ່ຮຽກຮ້ອງໃຫ້ລັດຖະບານຂອງທຸກໆປະເທດໃນໂລກ ຄຳນຶງເຖິງຄວາມສຳຄັນ ແລະ ຈຳເປັນຂອງການຮູ້ໜັງສືຂອງປະຊາກອນໃນປະເທດຂອງຕົນເອງ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment