ເສຍໃຈນຳ ເຈົ້າບໍ່ໄດ້ໄປຕໍ່! Apple ປະກາດຍົກເລີກການຈໍາໜ່າຍ iPhone 13 Pro, iPhone 12 mini ແລະ iPhone 11

Apple

ໃຜທີ່ເປັນສາວົກ iPhone ແລະ ມັກໃນຕົວດີໄຊຂອງ iPhone ຮຸ່ນກ່ອນໜ້າຕ້ອງຮີບໄປຈັບຈອງກັນແລ້ວ ເພາະເມື່ອວັນທີ 8 ກັນຍາ ທາງ Apple ປະກາດຍົກເລີກການຈໍາໜ່າຍ iPhone 13 Pro, iPhone 12 mini ແລະ iPhone 11 ຢ່າງເປັນທາງການຫຼັງເປີດຕົວ iPhone 14 ເຊິ່ງການປະກາດດັ່ງກ່າວມີຜົນບັງຄັບໃຊ້ທັນທີ.

ໂດຍການປະກາດຍົກເລີກຂາຍ iPhone 13 Pro ແລະ iPhone ຮຸ່ນອື່ນໆ ແມ່ນເປັນກົນລະຍຸດຂອງ Apple ທີ່ເຄີຍໃຊ້ມາແລ້ວກ່ອນໜ້ານີ້ ນັ້ນກໍຄືຫຼັງຈາກທີ່ເປີດຮຸ່ນໃໝ່ແມ່ນຈະບໍ່ຂາຍຮຸ່ນເກົ່າທີ່ເປັນຕົວນິຍົມ ແລະເກັບຮຸ່ນປົກກະຕິຕົວອື່ນໆເອົາໄວ້ພ້ອມລົດລາຄາລົງມາເລັກນ້ອຍ ເພື່ອຂາຍໃຫ້ກຸ່ມລູກຄ້າຈໍານວນຫຼາຍທີ່ບໍ່ໄດ້ສະເພາະເຈາະຈົງໄດ້ຫຼາຍຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ