5 ເລື່ອງທີ່ໜ້າສົນໃຈກ່ຽວກັບວັກຊີນ Sinopharm


ວັກຊີນ ຊີໂນຟາມ (Sinopharm) ແມ່ນວັກຊີນໜຶ່ງທີ່ການແພດລາວນຳໃຊ້ໃນວຽກງານປ້ອງກັນພະຍາດໂຄວິດ-19 ແລະ ວັກຊີນນີ້ ຍັງມີຊື່ຢູ່ໃນບັນຊີວັກຊີນທີ່ນຳໃຊ້ໃນກໍລະນີສຸກເສີນຂອງອົງການອະນາໄມໂລກ (WHO).

  1. ບໍລິສັດທີ່ຜະລິດວັກຊີນນີ້ ມີຊື່ວ່າ ບໍລິສັດ ຊາຍນາ ເນຊັນແນວ ຟານມາຊູຕິຄໍ ກຣຸບ ຄໍເປີເລຊັນ (China National Pharmaceutical Group Corporation) ຫຼືຊື່ທີ່ຮູ້ຈັກກັນໂດຍທົ່ວໄປຄື ຊີໂນຟາມ (Sinopharm) ເປັນລັດວິສາຫະກິດທີ່ຜະລິດຢາ ແລະ ອຸປະກອນການແພດອັນດັບຕົ້ນໆຂອງ ສປ.ຈີນ ເຊິ່ງຢູ່ພາຍໃຕ້ການກຳກັບດູແລຂອງຄະນະກຳມະການຊັບສິນແຫ່ງລັດ ເຊິ່ງເປັນໜ່ວຍງານຂອງສະພາແຫ່ງລັດທີ່ດູແລບັນດາວິສາຫະກິດທັງໝົດໂດຍມີ ທ່ານ ຫຼິວ ຈິ່ງເຈິນ (Liu Jingzhen) ເປັນປະທານ ແລະ ມີພະນັກງານທັງໝົດ 128,000 ຄົນ ພ້ອມກັບມີສຳນັກງານໃຫຍ່ຢູ່ທີ່ນະຄອນຊຽງໄຮ້. ລັດວິສາຫະກິດນີ້ມີຕັ້ງແຕ່ການວິໄຈ ແລະ ພັດທະນາ ໄປຈົນຮອດການຜະລິດ, ຂົນສົ່ງ ແລະ ຈຳໜ່າຍ ພ້ອມກັບ ບໍລິການດ້ານສຸຂະພາບ, ວິສະວະກຳ, ຮ້ານຄ້າ, ການຈັດປະຊຸມ ແລະ ການເງິນ.
  1. ວັກຊີນປ້ອງກັນໂຄວິດ-19 ຊີໂນຟາມ ມີຊື່ທາງວິທະຍາສາດວ່າ BBIBP-CorV ເປັນວັນຊີນຊະນິດເຊື້ອຕາຍ ທີ່ໃຊ້ເຕັກໂນໂລຊີການຜະລິດແບບດຽວກັນກັບ ວັກຊີນໂຄໂລນາແວັກ ຫຼື ໃນຊື່ທີ່ເຮົາຄຸ້ນຫູກໍຄື ຊີໂນແວັກ (Sinovac) ຂອງບໍລິສັດ ຊີໂນແວັກ ແລະ ວັກຊີນ BBV 152 ຫຼື ໂຄວາຊິນ (Covaxin) ຂອງບໍລິສັດ ພາລັດ ໄບໂອເທັກ.
  2. ປະເທດຮັງກາລີ ເປັນປະເທດທຳອິດໃນສະຫະພາບເອີຣົບ ທີ່ອະນຸມັດໃຊ້ວັກຊີນຂອງຊີໂນຟາມ ໂດຍອະນຸມັດໃນເດືອນກຸມພາ ປີ 2021 ທີ່ຜ່ານມາ ເຊິ່ງຮັງກາລີໄດ້ສັ່ງວັກຊີນຊີໂນຟາມນີ້ 5.000.000 ໂດສ ເຊິ່ງກວມທັງໝົດ 21,3% ຂອງວັກຊີນທັງໝົດໃນຮັງກາລີ.
  3. ເມື່ອວັນທີ 21 ມີນາ 2021 ວາລະສານທາງການແພດ The Lancet ເຊິ່ງເປັນທີ່ຍອມຮັບໃນວົງກວ້າງ ໄດ້ຕີພິມເຜີຍແຜ່ຜົນການສຶກສາທີ່ໃຫ້ຜົນສະຫຼຸບວ່າ ວັກຊີນ BBIBP-CorV ຂອງຊີໂນຟາມ ແມ່ນມີປະສິດທິພາບສູງໃຫ້ການສ້າງພູມຕ້ານທານເມື່ອສັກຄົບສອງໂດສ.
  1. ອົງການອະນາໄມໂລກ (WHO) ໄດ້ຮັບເອົາ ວັກຊີນຊີໂນຟາມເຂົ້າໃນບັນຊີ ການໃຊ້ວັກຊີນໃນກໍລະນີສຸກເສີນ ເມື່ອວັນທີ 7 ພຶດສະພາ ປີ 2021 ທີ່ຜ່ານມາ ນັບເປັນວັກຊີນລຳດັບທີ 6 ທີ່ ອົງການອະນາໄມໂລກໄດ້ຮັບເອົາ ແລະ ຍັງເປັນວັກຊີນທຳອິດຈາກ ສປ.ຈີນ ທີ່ຖືກຮັບເອົາເຂົ້າບັນຊີກໍລະນີສຸກເສີນ.

ທີ່ມາ: https://bit.ly/2SZJKEZ

ພາບ: thansettakij

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/