ປັດໄຈສຳຄັນ ທີ່ໜຸ່ມ Win William ຊ່ວຍເຫຼືອຄົນສູ້ຊີວິດ!


ໜຸ່ມວິນ ຫຼື Win William ອາຍຸ 22 ປີ ຮຽນຈົບຈາກມະຫາວິທະຍາໄລແຫ່ງຊາດ ຄະນະ ຄວສ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ (IT), ເຊິ່ງປັດຈຸບັນກໍໄດ້ປະກອບອາຊີບຄ້າຂາຍ ທີ່ມີດີທັງໜ້າຕາ ແລະ ຈິດໃຈ ພ້ອມກັບມີຄວາມເປັນມິດເປັນກັນເອງ, ຈາກຜົນງານຕ່າງໆທີ່ໜຸ່ມວິນເຮັດມາ ສົ່ງຜົນດີ ແລະ ເປັນແຮງຊຸກຍູ້ໃຫ້ຫຼາຍຄົນພໍສົມຄວນ ແລະ ເປັນທີ່ໜ້າສົນໃຈຢ່າງຫຼວງຫຼາຍຕໍ່ກັບບັນດາຜູ້ຄົນ ພ້ອມກັບມີຄົນຍ້ອງຍໍຍ້ອງຊົມເຊີຍເຖິງຄວາມໃຈດີທີ່ຊ່ວຍເຫຼືອຄົນທີ່ສູ້ຊີວິດຕ່າງໆນາໆ. ສະນັ້ນ ເຮົາມາຮູ້ຈັກກັບມຸມມອງບາງສ່ວນຂອງໜຸ່ມວິນກັນເລີຍ.

 ຊີວິດທີ່ໜ້າສົນໃຈຂອງໜຸ່ມວິນ ພ້ອມກັບຜົນງານທີ່ໂດດເດັ່ນ:

ໜຸ່ມວິນ ເປັນເດັກນ້ອຍຄົນໜຶ່ງທີ່ມີຕົ້ນຕະກູນອົບພະຍົບຕັ້ງແຕ່ສະໄໝອານາຈັກລ້ານນາ, ເຊິ່ງເປັນເດັກຕ່າງແຂວງ ບາງຄັ້ງກໍໄດ້ຍ້າຍໄປມາ ໄດ້ໄປຮຽນຫຼາຍບ່ອນຫຼາຍແຂວງເຊັ່ນ: ແຂວງໄຊຍະບູລີ ແລະ ນະຄອນຫຼວງວຽງຈັນເປັນຕົ້ນ. ໃນໄລຍະທີ່ໃຊ້ຊີວິດໃນແຂວງໄຊຍະບູລີ ທີ່ກຳລັງຮຽນໃນຊັ້ນ ມ.ປາຍ ໄດ້ມີອົງກອນ ເຊບ ເດີຊິວເດັນ, ສິດທິເດັກ ເຊິ່ງເປັນອົງກອນເຂົ້າມາໃຫ້ການຊ່ວຍເຫຼືອເດັກ ແລະ ບ່ອນທີ່ໜຸ່ມ ວິນ ຢູ່ນັ້ນເປັນເຂດນອກ ພ້ອມໄດ້ເປັນອາສາສະໝັກໃຫ້ກັບອົງກອນອີກດ້ວຍ. ຈາກນັ້ນ ກໍໄດ້ມີໂອກາດໄດ້ສອນ, ໄປຊ່ວຍເຫຼືອກ່ຽວກັບ ສິດທິເດັກ, ເຫດການຕ່າງໆຂອງທຳມະຊາດຈາກເຂດທີ່ສ່ຽງ ບາງຄັ້ງກໍໄດ້ໄປຊ່ວຍບ່ອນເຂດຫ່າງໄກສອກຫຼີກ, ເຊິ່ງນີ້ກໍເປັນເຫດຜົນທີ່ໜຸ່ມວິນ ຢາກຊ່ວຍເຫຼືອຄົນສູ້ຊີວິດ ເພາະຈາກປະສົບການ ຫຼື ການໄດ້ເປັນອາສາສະໝັກເຮັດໃຫ້ໄດ້ຮູ້ຫຼາຍສິ່ງຫຼາຍຢ່າງ ກ່ຽວກັບຄວາມທຸກຍາກຂອງຄົນ ແລະ ຮູ້ເຖິງຄວາມທຸກຍາກລຳບາກ.

ຫຼັງຈາກມາຮຽນຢູ່ວຽງຈັນ ເມື່ອໃກ້ຈະຈົບໜຸ່ມວິນກໍມີແຜນຫຼາຍຢ່າງ ແລະ ມີເປົ້າໝາຍໃນຊີວິດພ້ອມຈະເຮັດໄປເລື້ອຍໆໃຫ້ປະສົບຜົນສຳເລັດ ເພາະຊີວິດທີ່ຜ່ານມາແມ່ນຜ່ານຜ່າສິ່ງຕ່າງໆທີ່ຍາກລຳບາກມາຫຼາຍ ພ້ອມໄດ້ປະກອບອາຊີບ ແລະ ສູ້ຊົນກັບບັນຫາຕ່າງໆມາຫຼາຍພໍສົມຄວນ. ຈາກນັ້ນ ກໍມີຄວາມຄິດຢາກຈະໃຫ້ຜູ້ຄົນໄດ້ຫັນມາຊື້ເຄື່ອງໂດຍທີ່ບໍ່ຕ້ອງອອກໄປນອກ ຈຶ່ງຕັດສິນໃຈຂາຍເຄື່ອງອອນລາຍ.

ເຫດຜົນ, ແຮງຈູງໃຈ ແລະ ປັດໄຈທີ່ຊ່ວຍເຫຼືອຄົນສູ້ຊີວິດ:

ໜຸ່ມວິນ ໄດ້ເຫັນເຖິງຄວາມສຳຄັນ ຕໍ່ກັບອາຊີບຄ້າຂາຍ ຫຼື ຄົນທີ່ຕັ້ງໃຈທຳມາຫາກິນແບບສຸຈະລິດ ແຕ່ຍັງຂາດໂອກາດ ທີ່ບາງຄົນກໍມີອຸປະສັກຫຼາຍຢ່າງຈົນໝົດຫົນທາງສູ້ ແຕ່ກໍບໍ່ຍອມຖອຍ, ເຊິ່ງໜຸ່ມວິນແມ່ນຈະຊ່ວຍຄົນສູ້ຊີວິດທີ່ບໍ່ກຽດຄ້ານ, ຄົນພິການແຕ່ຍັງອົດທົນສູ້ກັບຊີວິດບໍ່ຄິດຍອມແພ້, ຊ່ວຍເຫຼືອຄົນທີ່ຕັ້ງໃຈທຳມາຫາກິນຕັ້ງໃຈສູ້ຊົນກັບຊີວິດທີ່ລຳບາກຂອງຕົນເອງ ບາງຄົນບໍ່ມີຕົ້ນທຶນ ທາງໜຸ່ມວິນເອງກໍຊ່ວຍເຫຼືອ ເພື່ອໃຫ້ພວກເຂົານຳເອົາທຶນກ້ອນນັ້ນໄປປະກອບອາຊີບຕໍ່ໄປໄດ້. ພ້ອມດຽວກັນນີ້ ຜົນງານທີ່ສ້າງອາດຈະເປັນແຮງກຳລັງໃຈໃຫ້ໃຜຫຼາຍຄົນ ທີ່ກຳລັງທໍ້ຖອຍກັບບັນຫາຊີວິດ ຫຼື ເປັນແຮງຊຸກຍູ້ໃຫ້ຜູ້ທີ່ປະກອບອາຊີບຫຼາຍຢ່າງມີກຳລັງໃຈ ແລະ ສູ້ຕໍ່ໄປ.

ໃນອະນາຄົດ ມີແຜນຢາກຊ່ວຍເຫຼືອສັງຄົມບໍ?:

ໃນອະນາຄົດ ໜຸ່ມວິນ ກໍຢາກຈະຂະຫຍາຍກິດຈະການຂອງຕົນໃຫ້ກວ້າງໄກອອກໄປ ເຊິ່ງຕອນນີ້ກໍເປັນອີກບາດກ້າວໜຶ່ງທີ່ຈະກ້າວຕໍ່ໄປ, ສ່ວນທາງດ້ານການຊ່ວຍເຫຼືອໃນອະນາຄົດກໍຢາກຈະຊ່ວຍສ້າງໂຮງຮຽນໃຫ້ກັບເຂດຫ່າງໄກສອກຫຼີກ, ສ້າງໂຮງໝໍ ແລະ ຊ່ວຍເຫຼືອຄົນສູ້ຊີວິດຕໍ່ໄປ ເທົ່າທີ່ຈະຊ່ວຍໄດ້.

ສຳລັບຫຼາຍຄົນທີ່ຍ້ອງຍໍຊົມເຊີຍ ກໍຕ້ອງຂໍຂອບໃຈຫຼາຍໆ ເພາະເປັນອີກກຳລັງທີ່ເຮັດໃຫ້ໜຸ່ມວິນມີແຮງກຳລັງໃຈເພີ່ມຂຶ້ນ.

ຂໍຂອບໃຈຄຳສຳພາດໂດຍ: ໜຸ່ມວິນ ວິນລ້ຽມ ຫຼື Win William

ຮຽບຮຽງໂດຍ: Cat_Meo_ManU

ຊ່ອງທາງຕິດຕາມໜຸ່ມວິນ: Facebook: Vergin90

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/