ງົວ-ຄວາຍ ຕິດເຊື້ອພະຍາດຜິວໜັງອັກເສບ 6,000 ກວ່າໂຕ


ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ໄດ້ກ່າວວ່າ: ການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍ ໃນປັດຈຸບັນ ພາຍໃນແຂວງຄຳມ່ວນ ແມ່ນມີການລະບາດຫຼາຍ ແລະ ແຜ່ລາມເປັນບໍລິເວນກວ້າງ, ໃນສະພາບການດັ່ງກ່າວ ໄດ້ເລີ່ມຕົ້ນແຕ່ເດືອນພຶດສະພາ ປີ 2021 ເປັນຕົ້ນມາ ຕັ້ງແຕ່ເມືອງເຊບັ້ງໄຟ.

ມາຮອດປັດຈຸບັນ ການລະບາດຂອງພະຍາດໄດ້ແຜ່ລາມກວມເອົາ 8 ຕົວເມືອງ 140 ບ້ານ, ຈຳນວນສັດທີ່ຕິດເຊື້ອທັງໝົດ 6,013 ໂຕ; ມີງົວ 6,005 ໂຕ ແລະ ຄວາຍ 08 ໂຕ; ເຊິ່ງມີການປິ່ນປົວຫາຍດີແລ້ວ 4,274 ໂຕ; ຄວາຍ 02 ໂຕ; ສ່ວນເມືອງທີ່ພົບວ່າມີງົວຕິດເຊື້ອຫຼາຍແມ່ນເມືອງເຊບັ້ງໄຟທີ່ມີເຖິງ 3,024 ໂຕ.

ຕໍ່ກັບບັນຫາດັ່ງກ່າວນີ້ ທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍໄດ້ລາຍງານ ສະພາບການທີ່ເກີດຂຶ້ນ ໃຫ້ກັບຫ້ອງວ່າການແຂວງໄດ້ຮັບຮູ້ ແລະ ທາງພາກສ່ວນທີ່ກ່ຽວຂ້ອງກໍໄດ້ເອົາໃຈໃສ່ເຝົ້າລະວັງຢ່າງສະໜິດແໜ້ນ ຈັດຕັ້ງປະຕິບັດມາດຕະການຕ່າງໆ ພ້ອມກັບປ້ອງກັນຄວບຄຸມສະກັດກັ້ນພະຍາດຜິວ ໜັງອັກເສບງົວ, ຄວາຍ ພາຍໃນແຂວງ ແລະ ເອົາໃຈໃສ່ເພີ່ມທະວີການກວດກາສັດຢ່າງເຂັ້ມງວດ.

ນອກຈາກນີ້ ກໍຍັງໄດ້ຢຸດກາານຊື້ຂາຍລະຫວ່າງເມືອງຫາເມືອງ; ບ້ານຫາບ້ານເປັນໄລຍະຊົ່ວຄາວ ເພື່ອຄຸ້ມຄອງສັດບ່ອນຂ້າສັດຍ່ອຍ ແລະ ໃຫຍ່ ເຊິ່ງບໍ່ໃຫ້ມີການຂ້າສັດຢ່າງຊະຊາຍ. ຖ້າໂຮງຂ້າສັດໃດບໍ່ມີເອກະສານກໍໄດ້ສັ່ງໃຫ້ຢຸດຂ້າທັນທີ.

ຂອບໃຈຂໍ້ມູນຈາກ:

  1. https://bit.ly/3h2Ndue
  2. https://web.facebook.com/vte9cha/videos/927994061109826/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/