5 ສິ່ງທີ່ທ່ານຄວນເຮັດ ແລະ ຄຳນຶງເຖິງເມື່ອເລີ່ມທຸລະກິດ


ອ້າງອີງຈາກ U.S. Small Business Administration ໄດ້ສໍາຫຼວດມາວ່າ ຫຼາຍກວ່າ 50% ຂອງທຸລະກິດໃໝ່ຈະລົ້ມເຫຼວໃນປີທໍາອິດ ແລະ 95% ຂອງທຸລະກິດໃໝ່ຈະລົ້ມເຫຼວພາຍໃນຫ້າປີ.
ດັ່ງນັ້ນ ເມື່ອເຮົາຕ້ອງເລີ່ມເຮັດທຸລະກິດ ຄໍາຖາມທີ່ສໍາຄັນທີ່ສຸດ ກໍຄື “ຈະຕ້ອງເຮັດແນວໃດເຮົາຈຶ່ງຈະບໍ່ໄປຢູ່ໃນ 95% ນັ້ນ” ເລີ່ມທຸລະກິດໃໝ່ແບບໃດໃຫ້ເຮົາເຂົ້າໄປຢູ່ໃນ 5% ທີ່ເຫຼືອ….?

1. ສຶກສາຂໍ້ມູນໃຫ້ຫຼາຍ (Deep Dive Research)

ສິ່ງທີ່ຄວນເຮັດອັນດັບທໍາອິດແມ່ນ ເຈົ້າຕ້ອງຮູ້ຈັກ ແລະ ເຂົ້າໃຈໃນທຸລະກິດທີ່ເຈົ້າກໍາລັງຈະເຂົ້າໄປເຮັດໃຫ້ດີ, ຮູ້ວ່າໃນຕະຫຼາດທີ່ເຈົ້າກໍາລັງລົງໄປຫຼິ້ນນັ້ນເຂົາແຂ່ງກັນດ້ວຍຫຍັງ, ເພາະຫຍັງລູກຄ້າຈຶ່ງຕ້ອງຊື້ເຄື່ອງຂອງເຈົ້າ, ເຈົ້າສາມາດສ້າງຂໍ້ແຕກຕ່າງ ຫຼື້ ຂໍ້ໄດ້ປຽບຫຍັງແດ່ ແລະ ເລີ່ມວາງແຜນໃນເຈ້ຍ ກ່ອນທີ່ຈະລົງເງິນແທ້ໆ ໜຶ່ງໃນເຄື່ອງມື ຫຼື Trick ການເລີ່ມເຮັດທຸລະກິດທີ່ນິຍົມໃຊ້ກັນຫຼາຍທີ່ສຸດແມ່ນ Business Model Canvas ທີ່ເຮົາຄຸ້ນເຄີຍກັນດີນັ້ນເອງ.
Business Model Canvas ປະກອບດ້ວຍ ອົງປະກອບ 9 ຂໍ້ທີ່ສໍາຄັນ ຄວບຄຸມການເຮັດທຸລະກິດທຸກປະເພດ ດັ່ງນີ້:

  1. Value Proposition: ຄຸນຄ່າ/ຈຸດເເຂງ ຂອງສິນຄ້າ ຫຼື ບໍລິການຂອງເຮົາແມ່ນຫຍັງ;
  2. Customer Segment: ກຸ່ມເປົ້າໝາຍຂອງເຮົາແມ່ນໃຜ ສິນຄ້າເຮົາຈະຂາຍໃຫ້ໃຜ;
  3. Channels: ເຮົາສາມາດຈັດສົ່ງ ຫຼື ເຂົ້າຮອດລູກຄ້າໄດ້ໃນຊ່ອງທາງໃດແດ່;
  4. Customer Relationships: ເຮົາມີວິທີສ້າງຄວາມສໍາພັນກັບກຸ່ມລູກຄ້າຂອງເຮົາແບບໃດ;
  5. Revenue Streams: ເລື່ອງນີ້ສໍາຄັນຫຼາຍ “ລາຍໄດ້ຂອງທຸລະກິດມາຈາກໃສ”;
  6. Key Resource: ອັນໃດທີ່ເປັນຊັບພະຍາກອນຫຼັກໃນທຸລະກິດ;
  7. Key Activities: ທຸລະກິດເຈົ້າເຮັດຫຍັງເປັນຫຼັກ;
  8. Key Partners: Partners ທີ່ສໍາຄັນໃນການເຮັດທຸລະກິດແມ່ນໃຜ;
  9. Cost Structure: ໂຄງສ້າງຂອງຄ່າໃຊ້ຈ່າຍ ແລະ ຕົ້ນທຶນໃນການດໍາເນີນງານເປັນແບບໃດ.

2 ຂາຍໃນສິ່ງທີ່ “ລູກຄ້າຕ້ອງການ” ບໍ່ແມ່ສິ່ງທີ່ເຈົ້າຕ້ອງການ

ບໍ່ມີເຕັກນິກການເລີ່ມເຮັດທຸລະກິດໃດ ຈະດີໄປກວ່າການທີ່ເຈົ້າແນ່ໃຈວ່າເຈົ້າກໍາລັງຂາຍໃນສິ່ງທີ່ “ລູກຄ້າຕ້ອງການ ບໍ່ແມ່ນສິ່ງທີ່ເຈົ້າຕ້ອງການ” ເພາະຖ້າສິນຄ້າຂອງເຈົ້າບໍ່ໄດ້ເປັນສິ່ງທີ່ລູກຄ້າຕ້ອງການຕໍ່ໃຫ້ເຈົ້າຕັ້ງໃຈເຮັດສໍ່ຳໃດ ກໍຍາກທີ່ຈະມີຄົນມາຊື້ ເພາະມັນບໍ່ໄດ້ແກ້ບັນຫາຫຍັງໃຫ້ກັບລູກຄ້າເລີຍ.
ແລ້ວເຮົາຈະຮູ້ໄດ້ແນວໃດວ່າລູກຄ້າຕ້ອງການຫຍັງ? ແນ່ນອນງ່າຍໜ້ອຍດຽວ ແມ່ນຢ່າຄິດໄປເອງ ອອກໄປລົມນໍາລູກຄ້າ, ໄປຮຽນຮູ້, ໄປເຮັດຄວາມເຂົ້າໃຈກັບລູກຄ້າ ແລະ ຊອກໃຫ້ເຫັນວ່າອັນໃດທີ່ເປັນ Pain Point ອັນໃດທີ່ລູກຄ້າຕ້ອງການ.
“ແມ່ນຢູ່ວ່າການເຮັດຕາມ Passion ນັ້ນເປັນເລື່ອງທີ່ດີ
…ແຕ່ການເຮັດທຸລະກິດທີ່ດີ Passion ຢ່າງດຽວອາດບໍ່ພໍ.”

3. ເຂົ້າໃຈຄູ່ແຂ່ງທັງທາງກົງ ແລະ ທາງອ້ອມ

ທຸກມື້ນີ້ສິ່ງຕ່າງໆຖືກປ່ຽນໄປໄວ ຍົກຕົວຢ່າງເຊັ່ນ: ຖ້າເຈົ້າມີຮ້ານອາຫານຢູ່ຂອບເຂດນີ້ ບໍ່ໄດ້ແປວ່າຄູ່ແຂ່ງຂອງເຈົ້າຈະຕ້ອງຢູ່ໃນຂອບເຂດດຽວກັນຢ່າງດຽວ ແຕ່ຄູ່ແຂ່ງຂອງເຈົ້າອາດຈະຢູ່ໄກໄປ 10 ກິໂລ ຫຼື ຫຼາຍກວ່ານັ້ນ ເພາະໂມເດວມັນປ່ຽນໄປ ການເກີດຂອງ Platform Food Delivery ເຮັດໃຫ້ມີຮ້ານເປີດໃໝ່ທີ່ເປັນ Ghost Restaurant(ຮ້ານອາຫານທີ່ບໍ່ມີໜ້າຮ້ານ) ເກີດຂຶ້ນຫຼາຍ ເຮັດໃຫ້ລູກຄ້າມີຕົວເລືອກຫຼາຍຂຶ້ນ.

ແລ້ວຈະເລີ່ມທຸລະກິດໃໝ່ແບບໃດດີ? ຖ້າເຈົ້າເຮັດທຸລະກິດຮ້ານອາຫານຢູ່ຄູ່ແຂ່ງທາງກົງກໍອາດຈະເປັນຮ້ານໃກ້ໆເຈົ້າ ເເຕ່ຄູ່ແຂ່ງທາງອ້ອມອາດມາຈາກໃສກໍໄດ້ ດັ້ງນັ້ນ ມື້ນີ້ທ່ານເຮັດຮ້ານອາຫານຢູ່ ແລ້ວຈະຮູ້ແຕ່ເລື່ອງການເຮັດຮ້ານອາຫານ ອາດຈະບໍ່ພໍອີກຕໍ່ໄປ ແຕ່ເຕັກນິກການເລີ່ມເຮັດທຸລະກິດທີ່ດີຕ້ອງເຂົ້າໃຈເລື່ອງຂອງ Digital Marketing ພ້ອມ.

4. ຈ້າງຄົນທີ່ຄວນຈ້າງ ຈ່າຍໃນສິ່ງທີ່ຄວນຈ່າຍ

ຢ່າພະຍາຍາມເຮັດທຸກຢ່າງດ້ວຍຕົນເອງ…!
ການເຮັດທຸລະກິດເຮົາບໍ່ສາມາດເຮັດຄົນດຽວທຸກຢ່າງໄດ້ ເຈົ້າຕ້ອງມີທີມທີ່ເກັ່ງ ດັ່ງນັ້ນ ຖ້າຈໍາເປັນແທ້ໆ ການຈ້າງຄົນອື່ນມາເຮັດສິ່ງທີ່ເຈົ້າບໍ່ຖະໜັດ ຫຼື ເຮັດໄດ້ບໍ່ດີ ເປັນສິ່ງທີ່ຄວນເຮັດເມື່ອຕ້ອງການເລີ່ມທຸລະກິດ (ຖ້າບໍ່ມີເງິນຈ້າງ ກໍອາດຈະໃຊ້ວິທີຫາ Partner ທີ່ເຂົາມີຄວາມຖະໜັດໃນສິ່ງທີ່ເຮົາບໍ່ຖະໜັດກໍໄດ້ເຊັນກັນ).
ປະເດັນນີ້ Ben Walker ຜູ້ກໍ່ຕັ້ງ ແລະ CEO ຂອງ Transcription Outsourcing ເຄີຍໃຫ້ຄໍາເເນະນໍາໄວ້ວ່າ: “ເຕັກນິກ ການເລີ່ມເຮັດທຸລະກິດທໍາອິດທີ່ລາວຢາກເເນາະນໍາ ໃຫ້ເຈົ້າຂອງທຸລະກິດເຮັດແມ່ນ ການຫາ Coach ດີໆຄົນໜຶ່ງ ຫຼື ຈ້າງບໍລິສັດທີ່ປຶກສາດີໆບ່ອນໜຶ່ງ ເພາະເປັນໄປບໍ່ໄດ້ເລີຍທີ່ຄົນໆໜຶ່ງຈະຈັດການໄດ້ທຸກແງ່ມຸມຂອງບໍລິສັດ ເຖິງແມ່ນວ່າເຈົ້າຈະເກັ່ງສໍ່ຳໃດກໍຕາມ”
ສຸດທ້າຍເລື່ອງນີ້ບໍ່ແມ່ນເລື່ອງຂອງຄົນເທົ່ານັ້ນ ແຕ່ລວມເຖິງເລື່ອງຂອງລະບົບ ຫຼື System ຕ່າງໆ ແລະ ອັນໃດທີ່ມັນສາມາດຊ່ວຍໃຫ້ເຮົາເຮັດທຸລະກິດໄດ້ງ່າຍຂຶ້ນ ເຮົາກໍຄວນຈະຈ່າຍກັບສິ່ງນັ້ນ ແນ່ນອນເຮົາກໍຕ້ອງສຶກສາໃຫ້ດີກ່ອນພ້ອມ ເພາະຫຼາຍເທື່ອອາດກາຍເປັນວ່າ “ລະບົບທີ່ຊື້ມານອກຈາກຈະບໍ່ຊ່ວຍໃຫ້ສາມາດເຮັດວຽກໄດ້ງ່າຍຂຶ້ນແລ້ວ ຍັງເປັນພາລະ ແລະ ເພີ່ມວຽກທີ່ບໍ່ຈໍາເປັນໃຫ້ກັບທີມຂອງເຈົ້າເພີ່ມອີກ”.

5. ເລື່ອງເງິນເລື່ອງໃຫຍ່

“ເລື່ອງເງິນ ອັນນີ້ເລື່ອງໃຫຍ່” ເພາະການເປັນເຈົ້າຂອງທຸລະກິດການຈະຕ້ອງສາມາດອະທິບາຍບ່ອນໄປບ່ອນມາຂອງເງິນໄດ້ ຄົບທຸກມິຕິ, ຊັດເຈນ ແລະ ລະອຽດ. ຄິດໄລ່ຕັ້ງແຕ່ກ່ອນເລີ່ມເຮັດທຸລະກິດວ່າ ແຫຼ່ງເງິນທຶນຂອງເຮົາມາຈາກໃສ? ຈໍານວນເງິນເທົ່າໃດ? ຕົ້ນທຶນຂອງເງິນເທົ່າໃດ? (ດອກເບ້ຍ)
ຫຼັງຈາກເລີ່ມທຸລະກິດໄປເເລ້ວ ກໍຄວນຈະຕ້ອງປະເມີນຕໍ່ວ່າ ຖ້າເກີດສະຖານະການຕ່າງໆ ເຮົາຈະຮັບມື ຫຼື ບໍລິຫານຈັດການເລື່ອງເງິນແບບໃດຕໍ່;
ຕາມເຕັກນິກການເລີ່ມເຮັດທຸລະກິດທີ່ເອີ້ນວ່າ: Best, Worst and average case scenario

  • Best Case Scenario ສະຖານະການຂອງທຸລະກິດອອກມາດີຫຼາຍ: ອັນນີ້ເປັນສິ່ງທີ່ຄົນຢາກໃຫ້ເກີດຂຶ້ນແນ່ນອນ ສິ່ງທີ່ເຮົາຕ້ອງຄິດຕໍ່ຖ້າເກີດ Best Case Scenario ແມ່ນຈະຕໍ່ຍອດແບບໃດ ແຫຼ່ງເງິນທີ່ຈະໃຊ້ມາໝູນວຽນ ຫຼື ລົງທຶນເພີ່ມ ມາຈາກໃສ (ກໍາໄລທີ່ເກີດຂຶ້ນ ຫຼື ກູ້ຢືມຈາກແຫຼ່ງເງິນໃດ);
  • Worst Case Scenario ສະຖານະການທຸລະກິດອອກມາບໍ່ດີ: ອັນນີ້ໜັກໃຈທີ່ສຸດຖ້າທຸກຢ່າງບໍ່ເປັນໄປຕາມທີ່ປະເມີນ ຫຼື ວ່າງແຜນໄວ້ເລີຍ ແລະ ສ່ວນໃຫຍ່ມັນກໍມັກເປັນແບບນັ້ນອີກດ້ວຍ ແລ້ວເຮົາຈະຕ້ອງເຮັດແບບໃດ ເຮົາໄດ້ຄິດໄວ້ແລ້ວບໍ່ວ່າຖ້າທຸລະກິດຂາຍບໍ່ໄດ້ຕາມເປົ້າ ຫຼື ຂາດທຶນ ເຮົາຈະເອົາເງິນລົງທຶນເພີ່ມເທົ່າໃດ ຫຼື ຖ້າຫາກແຫຼ່ງເງິນທຶນບໍ່ມີຈະຮັບມືແບບໃດ;
  • Average case scenario ສະຖານະການປົກກະຕິ: ອັນນີ້ກໍຖືວ່າເປັນເຫດການທີ່ດີ ເພາະເປັນໄປຕາມແຜນທີ່ວາງໄວ້.

5 ຂໍ້ນີ້ ກໍເປັນສິ່ງທີ່ຄວນເຮັດ ເມື່ອທ່ານຢາກເລີ່ມເຮັດທຸລະກິດ ຄວນທີ່ຈະຕ້ອງຄິດ ແລະ ຄໍານຶງໃຫ້ຫຼາຍໆ ເພື່ອໃຫ້ກ້າວທໍາອິດຂອງເຮົາກ້າວໄປແບບບໍ່ສະດຸດ.
ຂໍໃຫ້ທ່ານໂຊກດີກັບທຸລະກິດໃໝ່

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/