Google Cloud ເພີ່ມ Blockchains ເຂົ້າໄປໃນລະບົບກວ່າ 11 ຕົວ ເພື່ອເສີມສ້າງຄວາມເຂັ້ມແຂງ ແລະ ຕົວເລືອກໃຫ້ກັບນັກພັດທະນາ


Google Cloud ໄດ້ປະກາດການເພີ່ມ blockchain ຊັ້ນນຳກວ່າ 11 ຕົວເຂົ້າມາໃນລະບົບຂອງຕົນເພື່ອເພີ່ມຄວາມເຂັ້ມແຂງໃຫ້ກັບການບໍລິການຂໍ້ມູນສາທາລະນະຂອງໂປຣແກຣມ BigQuery ແລະ ໃນປັດຈຸບັນກຳລັງຢູ່ໃນລະຫວ່າງການທົດສອບການໃຊ້ງານ

ໂດຍເປົ້າໝາຍໃນການນຳເອົາ blockchains ເຂົ້າມາໃນລະບົບກໍເພື່ອເຮັດໃຫ້ພູມສັນຖານຂອງ cryptocurrency ມີຄວາມຄອບຄຸມຫຼາຍຂຶ້ນສຳລັບນັກພັດທະນາ, ຄູ່ຮ່ວມງານ ແລະ ບໍລິສັດວິເຄາະ Web3.

ສ່ວນຂະຫຍາຍນີ້ເປັນໄປຕາມຄວາມພະຍາຍາມເບື້ອງຕົ້ນຂອງ Google Cloud ທີ່ຕ້ອງການໃຫ້ຂໍ້ມູນ blockchain ເປັນປະຊາທິປະໄຕຜ່ານຊຸດຂໍ້ມູນສາທາລະນາຂອງ BigQuery ໃນປີ 2018 ແລະ ຍັງໄດ້ເພີ່ມ blockchain ອີກ 6 ອັນໃນປີ 2019.

BigQuery ແມ່ນ “ຄັງເກັບຂໍ້ມູນຂອງອົງກອນແບບບໍ່ມີເຊີບເວີ ແລະ ຍັງປະຢັດຕົ້ນທຶນ” ທີ່ຖືກອອກແບບມາສໍາລັບຜູ້ໃຊ້ທີ່ມີທັກສະໃນຂຽນ code ທີ່ຫຼາກຫຼາຍ.

ສຳລັບ blockchains 11 ແຫ່ງທີ່ເຂົ້າຮ່ວມໄດ້ແກ່:

  • Avalanche
  • Arbitrum
  • Cronos
  • Ethereum (Görli)
  • Phantom (Opera)
  • Near
  • Optimism
  • Polkadot
  • Polygon Mainnet
  • Polygon Mumbai
  • Tron

Google Cloud ກ່າວວ່າ ທັງໝົດນີ້ເຮັດໄປກໍເພື່ອສົ່ງເສີມຄວາມເຂັ້ມແຂງຂອງອຸດສາຫະກໍາ blockchain ໂດຍການມອບຜົນໄດ້ຮັບທີ່ໄວຂຶ້ນ ແລະ ເຊື່ອຖືໄດ້ສຳລັບລູກຄ້າລະດັບອົງກອນຈົນໄປເຖິງລູກຄ້າທົ່ວໄປໃນ Web3.

“ໃນໄລຍະ 18 ເດືອນຜ່ານມາ ພວກເຮົາໄດ້ລົງທຶນໃນພາກສ່ວນນີ້ ແລະ ຍັງຄົງສືບຕໍ່ຈ້າງງານຢ່າງຕໍ່ເນື່ອງ. ພວກເຮົາໄດ້ມີການເຕີບໂຕຂຶ້ນ ບໍ່ພຽງແຕ່ກ່ຽວກັບການພັດທະນາທຸລະກິດ ແລະ ທີມງານການຕະຫຼາດຂອງພວກເຮົາ, ແຕ່ຍັງລວມເຖິງຄວາມສາມາດດ້ານຜະລິດຕະພັນ ແລະ ວິສະວະກໍາຂອງພວກເຮົາອີກດ້ວຍ”

ທີ່ມາ:

bitcoinsistemi

coindesk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/