Studio Ghibli ໄຮ້ຜູ້ສືບທອດ ຈຳເປັນຕ້ອງຂາຍຮຸ້ນໃຫ້ Nippon TV


ບໍລິສັດອະນິເມຊັນຊື່ດັງຂອງປະເທດຍີ່ປຸ່ນຢ່າງ Studio Ghibli ເຊິ່ງໄດ້ສ້າງຮູບເງົາອະນິເມຊັນທີ່ໄດ້ຮັບຄວາມນິຍົມມາແລ້ວທົ່ວໂລກ ໄດ້ຖືກຂາຍໃຫ້ກັບເຄືອຂ່າຍໂທລະພາບ Nippon TV ຫຼັງຈາກບໍ່ມີຜູ້ສືບທອດຕໍ່ຈາກ ມິຍາຊາກິ ຮາຍາໂອະ ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ກຳກັບອະນິເມຊັນລະດັບຕຳນານ.

ໂດຍໃນຖະແຫຼງການທີ່ມີການເຜີຍແຜ່ຜ່ານທາງເວັບໄຊຂອງ Studio Ghibli ໄດ້ໃຫ້ລາຍລະອຽດກ່ຽວກັບການເຈລະຈາການຊື້ຂາຍຮຸ້ນ ແລະ ເຫດຜົນໃນການຕັດສິນໃຈຂາຍຮຸ້ນຂອງສະຕູດິໂອລະດັບໂລກແຫ່ງນີ້ວ່າ ເປັນໄປເນື່ອງຈາກໃນຕອນນີ້ 2 ຫົວເຮືອສຳຄັນຕ່າງກໍເຂົ້າສູ່ໄວຊະລາພາບ.

ພ້ອມກັບມີລາຍງານເສີມວ່າ ລູກຊາຍກົກຂອງ ມິຍາຊາກິ ເຊິ່ງເປັນຜູ້ກຳກັບອະນິເມຊັນເຊັ່ນກັນ ເຄີຍໄດ້ຮັບການສະເໜີຊື່ໃຫ້ກາຍເປັນຜູ້ສືບທອດຕຳແໜ່ງຕໍ່ຈາກພໍ່ຂອງຕົນເອງ ແຕ່ເຈົ້າຕົວປະຕິເສດ ໂດຍບອກວ່າ “ຄົງເປັນເລື່ອງຍາກສຳລັບຂ້ອຍທີ່ຈະຮັບຊ່ວງຕໍ່ດ້ວຍຕົນເອງ ແລະ  ເປັນການດີກວ່າທີ່ຈະຝາກອະນາຄົດໄວ້ກັບຄົນອື່ນ”.

ຢ່າງໃດກໍຕາມທັງ Studio Ghibli ແລະ Nippon TV ກໍໄດ້ເຮັດວຽກຮ່ວມກັນມາເປັນເວລາດົນນານ ໂດຍກ່ອນໜ້ານີ້ເຄີຍອອກອາກາດຮູບເງົາອະນິເມຊັນຂອງທາງ Studio Ghibli, ລົງທຶນໃນການຜະລິດຂອງຮູບເງົາ ລວມໄປຮອດການຊ່ວຍສົມທົບທຶນໃຫ້ພິພິທະພັນຂອງທາງ Studio Ghibli.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/