ເປັນຄົນມັກຫຼົງລືມ ຈະແກ້ໄຂແນວໃດ?


ເມື່ອເວົ້າເຖິງອາການຫຼົງລືມ ຫຼາຍຄົນຄົງຈະເຄີຍເປັນ ແລະ ອາດຈະກຳລັງສັບສົນວ່າເປັນຫຍັງຕົນເອງຈຶ່ງມັກເປັນຄົນຫຼົງລືມນັ້ນນີ້ຕະຫຼອດ ເຊັ່ນ: ລືມໂທລະສັບ, ລືມກະແຈເຂົ້າເຮືອນ, ລືມກະເປົາເງິນ, ລືມແວ່ນຕາ ແລະ ອື່ນໆ ປານກັບວ່າທຸກໆສາລະພັດຄວາມຫຼົງລືມມາລວມຢູ່ທີ່ຕົນເອງຕະຫຼອດ. ແຕ່ມີອີກຫຼາຍຄົນຍັງເຂົ້າໃຈວ່າ ອາການຫຼົງລືມນີ້ຈະເກີດຂຶ້ນໄດ້ແຕ່ຜູ້ສູງອາຍຸເທົ່ານັ້ນ ເຊິ່ງໃນຄວາມເປັນຈິງແລ້ວ ອາການຫຼົງລືມສາມາດເກີດຂຶ້ນໄດ້ກັບຄົນທຸກເພດໄວ ໂດຍສະເພາະໃນຍຸກປັດຈຸບັນທີ່ຄົນເຮົາມີກິດຈະວັດປະຈຳວັນທີ່ຫຼາກຫຼາຍ ໃນແຕ່ລະມື້ຕ້ອງເຮັດວຽກຫຼາຍຢ່າງໄປຄວບຄູ່ກັນ. ດັ່ງນັ້ນ, ຈຶ່ງບໍ່ແປກໃຈທີ່ຈະມີອາການຫຼົງລືມເກີດຂຶ້ນ.

ມີປັດໄຈໃດແດ່ທີ່ພາໃຫ້ເກີດອາການຫຼົງລືມ?

ປັດໄຈທີ່ເປັນສາເຫດໃຫ້ຄົນເຮົາເກີດອາການຫຼົງລືມ ແມ່ນມາຈາກຫຼາຍປັດໄຈ ເຊັ່ນ: ພັກຜ່ອນບໍ່ພຽງພໍ, ສະມາທິສັ້ນ, ເຮັດວຽກຫຼາຍຢ່າງພ້ອມກັນ, ບໍ່ໄດ້ໃສ່ໃຈພຽງພໍ, ລວມທັງການກິນຢາປິ່ນປົວບາງຊະນິດ ກໍມີຜົນຕໍ່ຄວາມຈຳໄດ້ເຊັ່ນກັນ ເຊິ່ງປັດໄຈຫຼັກໆທີ່ພາໃຫ້ຫຼົງລືມເລື້ອຍໆ ສາມາດສະຫຼຸບໄດ້ດັ່ງນີ້:

  1. ເກີດຈາກການທີ່ຮ່າງກາຍພັກຜ່ອນບໍ່ພຽງພໍ

ຮູ້ຫຼືບໍ່ວ່າຖ້າເຮົາອົດນອນເປັນເວລາຫຼາຍມື້ຕິດຕໍ່ກັນ ຫຼື ນອນບໍ່ຄົບ 7-8 ຊົ່ວໂມງ ຈະສົ່ງຜົນໃຫ້ສະໝອງເຮັດວຽກຢ່າງໜັກໜ່ວງ ແລະ ເກີດຄວາມອິດເມື່ອຍໄດ້ເຊັ່ນກັນ, ເມື່ອສະໝອງອິດເມື່ອຍ ກໍຈະມີຜົນໂດຍກົງຕໍ່ສະມາທິຂອງຄົນເຮົາ ເຮັດໃຫ້ເປັນຄົນທີ່ມີສະມາທິສັ້ນ, ຈົດຈໍ່ສິ່ງໃດສິ່ງໜຶ່ງໄດ້ສັ້ນ, ຫງຸດຫງິດງ່າຍ ລວມທັງກ້າວໄປສູ່ການເປັນຄົນຫຼົງລືມສິ່ງຕ່າງໆໃນຊີວິດປະຈຳວັນໄດ້ງ່າຍ.

  1. ເກີດຈາກພາວະຄວາມຄຽດ, ຄວາມກົດດັນ

ເມື່ອເຮົາເກີດພາວະເຄັ່ງຄຽດ ຫຼື ກົດດັນ ຈະເຮັດໃຫ້ສະໝອງຕ້ອງເຮັດວຽກໜັກຂຶ້ນ ເຊິ່ງຈະມີຜົນຕໍ່ຄວາມສາມາດໃນການຈື່ຈຳຂອງຄົນເຮົາ. ຄວາມຄຽດ ຫຼື ຄວາມກົດດັນທີ່ເກີດຂຶ້ນ ມັກຈະມາພ້ອມກັບອາການນອນບໍ່ຫຼັບ, ຄິດວິຕົກກັງວົນ ເຊິ່ງກໍພາໃຫ້ເກີດການພັກຜ່ອນບໍ່ພຽງພໍໄດ້ເຊັ່ນກັນ.

  1. ເກີດຈາກການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ

“ດື່ມເພື່ອລືມເຈົ້າ” ເຮົາອາດເຄີຍໄດ້ຍິນ ຫຼື ໄດ້ໃຊ້ປະໂຫຍກນີ້ມາແລ້ວ ເພາະເຮົາເຊື່ອວ່າການດື່ມເຄື່ອງດື່ມທີ່ມີທາດເຫຼົ້າຈະຊ່ວຍໃຫ້ລືມ ເນື່ອງຈາກມີຜົນເຮັດໃຫ້ເກີດການສູນເສຍຄວາມຈື່ຈຳໄປຊົ່ວຄາວ. ແຕ່ເຖິງຢ່າງໃດກໍຕາມ, ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າເລື້ອຍໆ ຈະມີຜົນກະທົບຕໍ່ສະໝອງໃນສ່ວນຂອງຮິບໂປແຄມປັດ (Hippocampus) ເຊິ່ງມີໜ້າທີ່ຊ່ວຍໃນການປ່ຽນຄວາມຈຳໄລຍະສັ້ນໃຫ້ເປັນຄວາມຈຳໄລຍະຍາວ. ດັ່ງນັ້ນ, ເມື່ອດື່ມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ເນື່ອງຫຼາຍເກີນໄປ ຈະເຮັດໃຫ້ສະໝອງສ່ວນນີ້ຖືກທຳລາຍ ແລະ ເລີ່ມມີປັນຫາດ້ານຄວາມຈື່ຈຳ ໂດຍສະເພາະແມ່ນຄວາມຈື່ຈຳໄລຍະສັ້ນ ເຊັ່ນ: ລືມວ່າເມື່ອ 10 ນາທີ ທີ່ຜ່ານມາໄດ້ເຮັດຫຍັງ ຫຼື ເວົ້າຫຍັງໄປແດ່ແລ້ວ.  ຈາກນັ້ນ, ກໍຈະລາມໄປສູ່ສະໝອງສ່ວນອື່ນໆທີ່ສົ່ງຜົນຕໍ່ການຮຽນຮູ້, ຄວາມຮູ້ສຶກນຶກຄິດ, ການໃຊ້ພາສາ ແລະ ການສະແດງອອກທາງດ້ານພຶດຕິກຳ.

  1. ເກີດຈາກພະຍາດປະຈຳຕົວບາງປະເພດ ແລະ ເກີດຈາກການໃຊ້ຢາປິ່ນປົວບາງຊະນິດ

ພະຍາດປະຈຳຕົວບາງປະເພດກໍມີຜົນຕໍ່ຄວາມຈື່ຈຳ ເຊັ່ນ: ພະຍາດຕຸ້ຍ, ໄຂມັນໃນເລືອດສູງ ແມ່ນລ້ວນແລ້ວແຕ່ມີຜົນເຮັດໃຫ້ເກີດຄວາມຜິດປົກກະຕິໃນສະໝອງ. ການໃຊ້ຢາເພື່ອປິ່ນປົວສຸຂະພາບບາງຊະນິດ ເຊັ່ນ: ຢາລະງັບປະສາດ, ຢາລົດໄຂມັນໃນເສັ້ນເລືອດ ກໍມີຜົນຕໍ່ຄວາມສາມາດທາງດ້ານການຈື່ຈຳລົດລົງ.

  1. ອາຍຸຫຼາຍຂຶ້ນ ມີຜົນຕໍ່ຄວາມສາມາດໃນການຈື່ຈຳ

ອາຍຸທີ່ເພີ່ມຂຶ້ນໃນແຕ່ລະປີ ເປັນສິ່ງທີ່ຄົນເຮົາບໍ່ສາມາດຫຼີກເວັ້ນໄດ້ ຍິ່ງເມື່ອອາຍຸກ້າວເຂົ້າສູ່ໄວ 45 ປີ ຂຶ້ນໄປ ຄວາມສາມາດໃນການຈື່ຈຳຍິ່ງລົດລົງ. ດັ່ງນັ້ນ ການເບິ່ງແຍງສຸຂະພາບ, ກິນອາຫານໃຫ້ຄົບໝວດໝູ່ ແລະ ເລີ່ມຫັນມາໃສ່ໃຈຕໍ່ການອອກກຳລັງກາຍນັບຕັ້ງແຕ່ຕອນນີ້ເປັນຕົ້ນໄປແມ່ນເປັນວິທີທີ່ງ່າຍທີ່ສຸດທີ່ຄົນເຮົາສາມາດເຮັດໄດ້ ເພື່ອປ້ອງກັນປັນຫາທາງດ້ານຄວາມຈື່ຈຳທີ່ອາດເກີດຂຶ້ນໃນອະນາຄົດເມື່ອແກ່ຕົວລົງ.

ຖ້າຢາກແກ້ໄຂປັນຫາມັກຫຼົງລືມ ຈະມີວິທີໃດແດ່ຈຶ່ງຈະຊ່ວຍໃຫ້ເຮົາຈື່ຈຳໄດ້ດີຂຶ້ນ?

  1. ເຝິກນິດໄສຈົດບັນທຶກໃຫ້ເປັນກິດຈະວັດປະຈຳວັນ

ການຈົດບັນທຶກສິ່ງທີ່ຕ້ອງເຮັດໃນແຕ່ລະມື້ ນອກຈາກຈະຊ່ວຍກັນລືມແລ້ວ ຍັງຊ່ວຍທາງດ້ານການເຝິກສະໝອງ ເພາະທຸກຄັ້ງທີ່ເຮົາຈົດບັນທຶກລົງໄປໃນປຶ້ມ ຈະຊ່ວຍໃຫ້ເຮົາເກີດການທົບທວນ ແລະ ໄດ້ໃຊ້ຄວາມຄິດໄປພ້ອມກັນ ຈຶ່ງມີສ່ວນຊ່ວຍໃນການຈື່ຈຳໄດ້ດີຂຶ້ນ.

  1. ເຮັດສິ່ງໃດໜຶ່ງໃຫ້ຊ້າລົງເລັກນ້ອຍ

ການທີ່ເຮົາເຮັດຫຍັງພ້ອມກັນຫຼາກຫຼາຍຢ່າງໃນກິດຈະວັດປະຈຳວັນດ້ວຍຄວາມຟ້າວຟັ່ງເກີນໄປ ອາດພາໃຫ້ລືມລາຍລະອຽດເລັກໆນ້ອຍໆໄດ້. ດັ່ງນັ້ນ, ເມື່ອເຮົາເຮັດສິ່ງຕ່າງໆຊ້າລົງເລັກນ້ອຍ ເຫຼືອເວລາໃຫ້ຕົນເອງໄດ້ທົບທວນ, ກວດຄືນໃນລາຍລະອຽດຕ່າງໆ ກໍຈະຊ່ວຍໃຫ້ເຮົາມີສະມາທິ ແລະ ບໍ່ຫຼົງລືມໄດ້.  

  1. ຈັດລະບຽບແບບແຜນໃຫ້ຕົນເອງ ລວມທັງຈັດລະບຽບວັດຖຸສິ່ງຂອງຕ່າງໆ

ຖ້າເຮົາບໍ່ຮູ້ຈັດລຳດັບຄວາມສຳຄັນຂອງວຽກແຕ່ລະຢ່າງຕາມລຳດັບ ຈະເຮັດໃຫ້ເຮົາເຮັດສິ່ງຕ່າງໆປະປົນກັນໄປໝົດ ຈົນເຮັດໃຫ້ລືມວຽກສຳຄັນໃດໜຶ່ງຕົກຫຼົ່ນໄປ. ນອກນັ້ນ, ການທີ່ເຮົາມີການຈັດວັດຖຸສິ່ງຂອງເຄື່ອງໃຊ້ຕ່າງໆໃຫ້ເປັນລະບຽບຮຽບຮ້ອຍດີ ກໍຈະຊ່ວຍໃຫ້ເຮົາຊອກເຫັນໄດ້ງ່າຍ ແລະ ຈື່ໄດ້ດີຂຶ້ນວ່າເຮົາວາງໄວ້ຢູ່ບ່ອນໃດ.

  1. ພັກຜ່ອນໃຫ້ພຽງພໍ ແລະ ອອກກຳລັງກາຍ

ຮ່າງກາຍຂອງຄົນເຮົາຕ້ອງການການພັກຜ່ອນ ສະໝອງຄົນເຮົາກໍຕ້ອງການເຊັ່ນດຽວກັນ. ດັ່ງນັ້ນ, ເຮົາຄວນແບ່ງເວລາໃຫ້ສະໝອງໄດ້ຜ່ອນຄາຍດ້ວຍການນອນໃຫ້ພຽງພໍ ກໍຈະເປັນການຊ່ວຍຟື້ນຟູຄວາມຈື່ຈຳຂອງເຮົາໄດ້ດີຂຶ້ນ. ນອກຈາກນັ້ນ,​ ການອອກກຳລັງກາຍສະໝ່ຳສະເໝີ ກໍມີສ່ວນຊ່ວຍໃຫ້ຮໍໂມນຕ່າງໆພາຍໃນຮ່າງກາຍເຮົາໄດ້ມີການເຄື່ອນໄຫວ ເຊິ່ງມີຜົນດີຕໍ່ພັດທະນາການທາງດ້ານການຈື່ຈຳໄດ້ດີຂຶ້ນ ແລະ ຍັງຊ່ວຍຫຼຸດຄວາມສ່ຽງຕໍ່ໂອກາດເກີດພາວະສະໝອງເສື່ອມໄດ້ອີກດ້ວຍ.

  1. ພະຍາຍາມຫຼີກເວັ້ນເຄື່ອງດື່ມທີ່ມີທາດເຫຼົ້າ

ດັ່ງທີ່ໄດ້ກ່າວໃນເບື້ອງຕົ້ນ ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າໃນປະລິມານທີ່ຫຼາຍເກີນໄປ ແລະ ຕໍ່ເນື່ອງ ຈະເຮັດໃຫ້ຄວາມສາມາດໃນການຈື່ຈຳລົດລົງ. ສະນັ້ນ, ການທີ່ເຮົາພະຍາຍາມລົດປະລິມານການດື່ມລົງ ກໍຈະຊ່ວຍບໍ່ໃຫ້ສ່ວນຂອງເຊວສະໝອງຮິບໂປແຄມປັດ (Hippocampus) ຖືກທຳລາຍໄດ້.

  1. ກິນອາຫານບຳລຸງ ທີ່ມີສ່ວນຊ່ວຍໃນການຈື່ຈຳ

ອາຫານທີ່ມີສ່ວນຊ່ວຍໃນການບຳລຸງສະໝອງມີຫຼາຍຢ່າງເຊັ່ນ: ປາທີ່ມີກົດໄຂມັນໂອເມກ້າ 3, ໄຂ່, ບູເບີລີ້, ຊາຂຽວ,​ ຂີ້ໝິ້ນ, ເມັດໝາກຖົ່ວທັນຍາພືດ, ຜັກປະເພດໃບສີຂຽວເຂັ້ມ,​ ຊັອກໂກແລັດເຂັ້ມຂົ້ນ (Dark Chocolate) ເປັນຕົ້ນ. ນອກນັ້ນ, ຍັງມີພວກປະເພດອາຫານເສີມທີ່ມີສ່ວນຊ່ວຍໃນການບຳລຸງສະໝອງຕ່າງໆເຊັ່ນ: ອາຫານເສີມທີ່ມີສ່ວນປະກອບຂອງນ້ຳມັນປາໂອເມກ້າ 3, ວິຕາມິນບີລວມ ແລະ ມີສ່ວນປະສົມຂອງໃບ Ginkgo ເປັນຕົ້ນ.

ແຫຼ່ງຂໍ້ມູນອ້າງອີງ:  

https://tinyurl.com/y23mzz9r

http://tinyurl.com/su8bwyav

http://tinyurl.com/yjxk5a8x

http://tinyurl.com/mpn5r4tm

http://tinyurl.com/49wyvs3e

http://tinyurl.com/yeysraht

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/