ກຳປູເຈຍ ມີ ໜູຮີໂຣ້ ຊ່ວຍຄົ້ນຫາລະເບີດທີ່ບໍ່ທັນແຕກໄວກວ່າຄົນຫຼາຍເທົ່າ


ກຳປູເຈຍ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກລະເບີດ ແລະ ວັດຖຸລະເບີດຕົກຄ້າງຈາກສົງຄາມຫຼາຍທີ່ສຸດໃນໂລກ ໂດຍໃນໄລຍະສົງຄາມ ຄວາມຂັດແຍ້ງພາຍໃນຍາວນານກວ່າ 3 ທົດສະວັດ ແລະ ທ້າຍປີ 1998 ທຸ່ນລະເບີດ ແລະ ອາວຸດອື່ນໆ ຖືກຖິ້ມໄວ້ໃນກຳປູເຈຍປະມານ 4-6 ລ້ານ ໃນອານາເຂດ 2,500 ກິໂລຕາແມັດ.

ທຸ່ນລະເບີດ ແລະ ວັດຖຸລະເບີດ ທີ່ຕົກຄ້າງຈາກສົງຄາມ ສົ່ງຜົນໃຫ້ປະຊາຊົນເສຍຊີວິດເຖິງ 19,818 ຄົນ ແລະ ມີຜູ້ເຈັບ ຫຼື ສູນເສຍອະໄວຍະວະອີກ 45,186 ຄົນ ກຳປູເຈຍມີອັດຕາຜູ້ພິການຂາຂາດຈາກທຸ່ນລະເບີດຕໍ່ຫົວສູງທີ່ສຸດໃນໂລກ.

ຫຼັງສົງຄາມສະຫງົບລົງ ສະຖານະການກັບເຂົ້າສູ່ພາວະປົກກະຕິ ທາງກຳປູເຈຍຕັ້ງໜ່ວຍງານເພື່ອເກັບກູ້ລະເບີດ ໂດຍໄດ້ຮັບການສະໜັບສະໜູນຈາກອົງກອນອິດສະຫຼະ ແລະ ອີກຫຼາຍປະເທດ ດ້ວຍວິທີການ ເທັກໂນໂລຍີ ທີ່ແຕກຕ່າງກັນອອກໄປ.

2014 ທາງກຳປູເຈຍໄດ້ຮ່ວມປະຕິບັດການກັບ Apopo ໃນການເກັບກູ້ວັດຖຸລະເບີດ ເຊິ່ງເປັນອົງກອນບໍ່ສະແຫວງຫາຜົນປະໂຫຍດ ຫຼື ກຳໄລ. ເຊິ່ງໄດ້ຊອກຫາວິທີໃນການເກັບກູ້ລະເບີດ ຫຼື ຫຼຸດການສູນເສຍໃນການເກັບລະເບີດ ດ້ວຍກາຍລ້ຽງ “ໜູ” ເຊິ່ງພວກເຂົາຄິດວ່າໜູເປັນສັດທີ່ສະຫຼາດ ເປັນສັດທີ່ຮັບຮູ້ກິ່ນໄດ້ດີ ແລະ ສາມາດເຝິກຝົນໃຫ້ກວດທຸ່ນລະເບີດທີ່ຝັງຢູ່ ທີ່ຍັງບໍ່ທັນລະເບີດ.

ໜູໂຕດຽວສາມາດຄົ້ນຫາລະເບີດໃນພື້ນທີ່ 200 ກິໂລຕາແມັດ ໃນເວລາພຽງ 20 ນາທີເທົ່ານັ້ນ ຕ່າງຈາກການໃຊ້ຄົນເກັບກູ້ໃຊ້ເວລາ 1-4 ມື້. ນອກນີ້ ຍັງມີສູນບໍລິການນັກທ່ອງທ່ຽວ ໜູຮີໂຣ້ ອີກດ້ວຍ ເຊິ່ງຜູ້ຄົນສາມາດເຂົ້າຊົມໄດ້. ປັດຈຸບັນ ລະເບີດຍັງບໍ່ທັນແຕກກໍຄ່ອຍໆໜ້ອຍລົງ ຫຼຸດຜ່ອນຄວາມສ່ຽງໄດ້ດີກວ່າເກົ່າ ແຕ່ກໍຍັງມີ ແລະ ກໍຍັງຄົ້ນຫາອີກຕໍ່ໄປ.

ຂໍ້ມູນຈາກ:

WORLD

The Wild Chronicles

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/