ເຈົ້າຂອງແບຣນ GUCCI ຈາກເດັກຍົກກະເປົາ-ລ້າງຖ້ວຍ ສູ່ຜູ້ສ້າງແບຣນດັງລະດັບໂລກ


GUCCI ເລີ່ມຈາກການເປັນເດັກລ້າງຖ້ວຍ ເປັນເດັກເສີບ ເປັນພະນັກງານຕ້ອນຮັບ ເວົ້າງ່າຍໆເລີຍວ່າອັນໃດທີ່ເຮັດແລ້ວໄດ້ເງິນລາວຈະເຮັດໝົດ. ແຕ່ຈຸດປ່ຽນສຳຄັນຂອງຊີວິດລາວ ຄືການໄດ້ເປັນເດັກຍົກກະເປົາຢູ່ໂຮງແຮມແຫ່ງໜຶ່ງ ເປັນໂຮງແຮມທີ່ໄຮໂຊ ເຊິ່ງມີແຕ່ຄົນລວຍໆທີ່ເຂົ້າມາໃຊ້ບໍລິການ ກໍເລີຍເຮັດໃຫ້ “ກຸສຊີ່” ມີໂອກາດໄດ້ເຫັນໄດ້ສຳຜັດກະເປົາເດີນທາງທີ່ຫຼູຫຼາໄຮໂຊ ແລະ ເຫັນຄົນຊັ້ນສູງທີ່ໃຊ້ຊີວິດ ແບບສະບາຍໃຊ້ເງິນງ່າຍສະບາຍປານໃຊ້ນ້ຳ, ຈົນເຮັດໃຫ້ “ກຸສຊີ່” ຢາກຈະມີຊີວິດທີ່ສະບາຍແບບພວກເຂົາ.

GUCCI ໄດ້ຕັດສິນໃຈ ເອົາເງິນທ້ອນທັງໝົດທີ່ລາວມີ ມາເປີດຮ້ານຂາຍເຄື່ອງນ້ອຍໆທີ່ “ອິຕາລີ” ໂດຍໃນໄລຍະທຳອິດ ລາວກໍບໍ່ໄດ້ມີທຶນພໍທີ່ຈະສ້າງແບຣນເປັນຂອງຕົນເອງ ລາວກໍເລີຍໃຊ້ວິທີການນຳເຂົ້າ ເອົາກະເປົາຕ່າງປະເທດມາຂາຍຕໍ່ ພໍເລີ່ມມີທຶນຈຶ່ງຄ່ອຍໆປ່ຽນຫ້ອງຫຼັງຮ້ານໃຫ້ກາຍເປັນໂຮງຕັດຫຍິບເຄື່ອງໜັງເປັນແບຣນຂອງຕົນເອງ.  “ກຸສຊີ່” ຈະເປັນຄົນມັກກະເປົາ ລາວຮູ້ວ່າຈະຕີຕະຫຼາດຈາກຄົນລວຍໄດ້ແນວໃດໃຫ້ສຳເລັດ.

ທຳອິດລາວເຮັດແມ່ນ ການສ້າງຊື່ສຽງຈາກສິນຄ້າທີ່ກ່ຽວກັບ “ມ້າ” ເພາະວ່າໃນຍຸກນັ້ນ ກິລາທີ່ກ່ຽວກັບມ້າເປັນກິລາທີ່ກ່ຽວກັບຄົນລວຍ ຫຼື ສາມາດເວົ້າໄດ້ວ່າ ເປັນກິລາທີ່ຄົນລວຍນິຍົມ, ເນື່ອງຈາກ ກຸສຊີ່ ຜະລິດສິນຄ້າທີ່ສຸດຍອດອກມາໃນເວລາບໍ່ດົນ ແບຣນ GUCCI ກໍເລີ່ມເປັນທີ່ນິຍົມໃນສົງຄົມຊັ້ນສູງ. ຫຼັງຈາກ ກຸສຊີ່ ເລີ່ມປະສົບຜົນສຳເລັດ ພວກເຂົາກໍໄດ້ປະເຊີນວິກິດທີ່ອາດຈະເຮັດໃຫ້ແບຣນຈົບລົງ ເພາະມີສົງຄາມໂລກ. ໃນຕອນນັ້ນ ປະເທດອິຕາລີ ຖືກຂວ້ຳບາດຈາກຫຼາຍປະເທດ ເຮັດໃຫ້ການນຳເຂົ້າແພໜັງບໍ່ໄດ້ ເພາະເປັນໂຮງງານເຄື່ອງໜັງ ຖ້າບໍ່ມີໜັງກໍບໍ່ສາມາດຜະລິດອອກມາໄດ້.

ການປັບຕົວຄັ້ງນີ້ ມັນຈະເປັນຈຸດທີ່ສ້າງຊື່ສຽງໃຫ້ກັບແບຣນຈົນໂດ່ງດັງຈົນຮອດທຸກມື້ນີ້ ໂດຍໂຈດຂອງພວກເຂົາຄືຕ້ອງຫາວັດສະດຸມາແທນໜັງ ເຊິ່ງມັນບໍ່ແມ່ນເລື່ອງງ່າຍເລີຍ ເພາະວ່າວັດສະດຸມັນຕ້ອງທົນທານມີປະສິດທິພາບ ພວກເຂົາຈຶ່ງໄດ້ຕາມຫາວັດສະດຸແຕ່ຫາເທົ່າໃດກໍບໍ່ພົບ. ຈົນມາຮອດມື້ໜຶ່ງ ລາວໄດ້ພົບກັບໃບໄມ້ທີ່ພົບຈາກຕົ້ນຕານແຫ່ງໜຶ່ງ ຖ້າເອົາມາຟອກມັນຈະມີຄຸນະພາບທີ່ດີ ທົນທານ ແລະ ດູດີ ທຽບກັບໜັງໄດ້. ນອກຈາກນ້ນ ກໍໄດ້ພົບກັບຕົ້ນໄມ້ໄຜ່ຍີ່ປຸ່ນ ທີ່ມີຄວາມທົນທນ ແລະ ແຂງແຮງ ພ້ອມທັງມີນ້ຳໜັກເບົາ ລາວຈຶ່ງເອົາໄມ້ໄຜ່ຍີ່ປຸ່ນມາເຮັດສາຍກະເປົາ ປາກົດວ່າເຮັດແບບອອກມາໄດ້ດີ ແລະ ງົດງາມ ຈົນອອກມາເປັນຮູບຮ່າງ ສາມາດກອບກູ້ຊື່ສຽງໄດ້ໃນທີ່ສຸດ ແລະ ກະເປົາໜ່ວຍນັ້ນກໍນິຍົມຈົນມາຮອດປັດຈຸບັນ.

ຂໍ້ມູນຈາກ:

https://bit.ly/42soG86

https://bit.ly/44x0rY6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/