ກິນກ້ວຍນ້ຳມີດີກວ່າທີ່ຄິດ ຊ່ວຍໃຫ້ນອນຫຼັບງ່າຍ ບັນເທົາການຖ່າຍທີ່ມີກິ່ນເໝັນ


ກ້ວຍນ້ຳເຖິງຈະເປັນໝາກໄມ້ທີ່ບໍ່ຄິດວ່າຈະໃຫ້ພະລັງງານຫຼາຍ ແຕ່ເຊື່ອບໍ່ວ່າກ້ວຍເປັນແຫຼ່ງພະລັງງານສຳຮອງທີ່ດີ ມີນ້ຳຕານທຳມະຊາດ 3 ຊະນິດ ລວມໄປເຖິງເສັ້ນໃຍ ແລະ ກາກອາຫານ ອຸດົມດ້ວຍວິຕາມິນ 6 ທີ່ຊ່ວຍກະຕຸ້ນລະບົບພູມຕ້ານທານ ພ້ອມທັງແຮ່ທາດຢ່າງແມກນີຊຽມ ແລະ ໂພແທສຊຽມ ທີ່ຊ່ວຍປ້ອງກັນໂຣກຄວາມດັນອີກໃນບັນດາກ້ວຍທັງໝົດ ກ້ວຍນ້ຳໃຫ້ແຄວຊຽມສູງສຸດ ນອກຈາກນັ້ນກໍຍັງມີວິຕາມິນບີ 1, ບີ 2, ບີ 6 ແລະ ວິຕາມິນຊີ ໃນປະລິມານເທົ່າໆກັນ ແຕ່ທີ່ເຮັດໃຫ້ກ້ວຍນ້ຳມີຄຸນຄ່າສານອາຫານທີ່ພິເສດກວ່າກ້ວຍອື່ນແມ່ນໂປຣຕີນທີ່ຢູ່ໃນກ້ວຍ ມີຄວາມຈຳເປັນຕໍ່ການຈະເລີນເຕີບໂຕຂອງເດັກ.

ກ້ວຍນ້ຳຊ່ວຍບັນເທົາອາການເຈັບຄໍ ຮັບປະທານວັນລະ 5-6 ໜ່ວຍ ຈະຊ່ວຍໃຫ້ອາຫານລະຄາຍເຄືອງຫຼຸດໜ້ອຍລົງ, ກ້ວຍນ້ຳຍັງຊ່ວຍລະງັບກິ່ນປາກໄດ້ ວີທີການກໍຄືຮັບປະທານກ້ວຍນ້ຳຫຼັງຕື່ນນອນທັນທີ ແລ້ວຄ່ອຍສີແຂ້ວ ຈະຊ່ວຍຫຼຸດກິ່ນປາກໄດ້ດີຫຼາຍ.

ກ້ວຍນ້ຳສາມາດປິ່ນປົວໂຣກກະເພາະ ໃນກ້ວຍນ້ຳມີສານແທນນິນຢູ່ຫຼາຍ ເຊິ່ງສາມາດຊ່ວຍບັນເທົາອາການເຈັບທ້ອງແບບຮຸນແຮງໄດ້. ຈະເຫັນໄດ້ວ່າກ້ວຍນ້ຳມີຄຸນປະໂຫຍດຫຼາຍ ສາມາດຫາຮັບປະທານໄດ້ກໍບໍ່ຍາກ ລາຄາກໍບໍ່ແພງ ຖ້າທຽບກັບໝາກໄມ້ອື່ນ ຫາກໄດ້ຮັບປະທານກ້ວຍນ້ຳພຽງວັນລະ 1 ໜ່ວຍ ກໍຈະເຮັດໃຫ້ສຸຂະພາບດີໄດ້ແບບງ່າຍໆ.

ນອກຈາກນີ້ ກ້ວຍນ້ຳຍັງສາມາດເອົາມາປຸງແຕ່ງເປັນຂອງຫວານໄດ້ອີກດ້ວຍ ແລະ ກໍໄດ້ຫຼາຍເມນູນຳອີກ. ບໍ່ວ່າຈະເປັນຈີ່ກ້ວຍ, ຈືນກ້ວຍ, ເອົາມາປະສົມເຄັກ, ເຮັດນ້ຳຫວານ, ໜຶ້ງກິນລ້າໆ ແລະ ອີກຫຼາຍເມນູ. ພ້ອມກັນນີ້ ຍັງເປັນພືດທີ່ສາມາດປູກໄດ້ງ່າຍຕິດໄວ ທັງໃບ, ລໍາຕົ້ນ, ໝາກ ລ້ວນແລ້ວແຕ່ມີຄຸນປະໂຫຍດ.

ຂໍ້ມູນຈາກ:

​​khelang

thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/