3 ວິທີອ່ານປຶ້ມແນວໃດບໍ່ໃຫ້ລືມງ່າຍ


ການອ່ານປຶ້ມ ເປັນສິ່ງທີ່ດີສຳລັບທຸກຄົນ, ທຸກເພດ, ທຸກໄວອາຍຸ ເພາະການອ່ານຈະເປັນການເສີມສ້າງຂໍ້ມູນ, ໃຫ້ຄວາມຮູ້ ແລະ ເປີດກວ້າງໃຫ້ແກ່ຄົນເຮົາ. ນອກຈາກນັ້ນ, ໃນທາງສຸຂະພາບ ການອ່ານຍັງເສີມສ້າງສະມາທິ, ກະຕຸ້ນການເຮັດວຽກຂອງສະໝອງ ແລະ ຍັງສາມາດເຮັດໃຫ້ຜ່ອນຄາຍໄດ້ອີກພ້ອມ. ແຕ່ມີຫຼາຍຄັ້ງທີ່ເຮົາມ່ວນຊື່ນໄປກັບການອ່ານ ແລ້ວກໍລືມໃນສິ່ງທີ່ອ່ານໄປ ມື້ນີ້ເຮົາຈະພາທຸກຄົນມາຮູ້ກັບເທັກນິກ ການອ່ານແນວໃດບໍ່ໃຫ້ລືມ ຈາກປຶ້ມຂອງທ່ານ Mark Tigchelaar, ນັກປະສາດວິທະຍາທີ່ມີຜົນງານດ້ານການຂຽນທີ່ຫຼາກຫຼາຍ ເຊິ່ງເທັກນິກຕ່າງໆຈະເປັນແນວໃດ ກໍໄປອ່ານພ້ອມກັນເລີຍ:

  1. ໃຊ້ນິ້ວ ຫຼື ບິກຊີ້ໄປຕາມຕົວໜັງສື
    ການໃຊ້ບິກຊີ້ໄປຕາມຕົວໜັງສື ຈະເປັນການເຮັດໃຫ້ໜ່ວຍຕາຂອງຄົນເຮົາມີສະມາທິໃນການຈົດຈໍ່ຕົວໜັງສື ການເຮັດແບບນີ້ຈະເຮັດໃຫ້ສະໝອງບໍ່ຄິດໄປເລື່ອງອື່ນ ເພາະສະໝອງຂອງມະນຸດແມ່ນສາມາດປະມວນຂໍ້ມູນໄດ້ 800–1,400 ຄຳຕໍ່ນາທີ ແຕ່ປົກກະຕິແລ້ວຄົນເຮົາສາມາດອ່ານໄດ້ພຽງແຕ່ 200 ຄຳຕໍ່ນາທີ. ການໃຊ້ບິກຊີ້ ຫຼື ຈີ້ຕົວໜັງສືໃນປຶ້ມ ແລ້ວໄລ່ໄປຕາມການອ່ານຂອງເຮົາ ຈະຊ່ວຍຄວບຄຸມຈັງວະໃນການອ່ານ ແລະ ເຮັດໃຫ້ເຮົາຈື່ຈຳສິ່ງທີ່ເຮົາອ່ານໄດ້ດີຂຶ້ນ.
  1. ເຮັດເທື່ອລະຢ່າງ ແບບຈົດຈໍ່
    ເຮົາເຄີຍເຮັດແບບນີ້ບໍ່? ອ່ານປຶ້ມໄປນຳແລ້ວກໍເຮັດກິດຈະກຳອື່ນໄປນຳເຊັ່ນ: ກວດຂໍ້ຄວາມໃນໂທລະສັບ, ກວດວຽກໄປນຳ, ກິນໄປນຳ. ໃນປຶ້ມ “ການອ່ານແນວໃດບໍ່ໃຫ້ລືມ” ບອກວ່າການເຮັດຫຼາຍຢ່າງໄປພ້ອມກັນແມ່ນສິ່ງທີ່ທຸກຄົນຄິດວ່າຈະເຮັດໃຫ້ກິດຈະກຳທີ່ເຮັດຢູ່ໄວຂຶ້ນ ແຕ່ບໍ່ເລີຍ ເພາະການເຮັດແບບນັ້ນຈະເຮັດໃຫ້ສະໝອງເຮັດວຽກໜັກ ແລະ ເມື່ອຍໄດ້ງ່າຍ ເຊິ່ງເຮັດໃຫ້ສະໝອງຂອງເຮົາປະມວນຜົນຊ້າລົງ ແລະ ເຮັດໃຫ້ປະສິດທິພາບ ແລະ ສະມາທິ ໃນການເຮັດສິ່ງເຫຼົ່ານັ້ນລົດລົງ. ການເຮັດເທື່ອລະຢ່າງ ເຊັ່ນວ່າ: ຖ້າຈະກິນກໍກິນໃຫ້ໝົດຮຽບຮ້ອຍ, ເຮັດວຽກກໍໃຫ້ສຳເລັດກ່ອນ ແລ້ວຈຶ່ງກັບມານັ່ງອ່ານປຶ້ມ ຈະເຮັດໃຫ້ເຮົາຈົດຈໍ່ ແລະ ຈື່ຈຳໄດ້. ນອກຈາກນັ້ນ, ຜູ້ຂຽນປຶ້ມດັ່ງກ່າວຍັງແນະນຳຕື່ມວ່າ ການອ່ານແມ່ນບໍ່ຈຳເປັນຕ້ອງອ່ານແລ້ວຈື່ທຸກຕົວກໍໄດ້ ພຽງແຕ່ເຂົ້າໃຈເນື້ອໃນແຕ່ລະບົດ ແລ້ວນຳມາຂຽນສະຫຼຸບ ຈະຊ່ວຍໃຫ້ເຮົາຈື່ຈຳ ແລະ ເຂົ້າໃຈໄດ້ຢ່າງມີປະສິດທິພາບ.
  1.  ພັກຜ່ອນເປັນໄລຍະ
    ການພັກ 5 ນາທີ ຫຼື ແນມເບິ່ງຕົ້ນໄມ້ສີຂຽວ ຫຼັງຈາກທີ່ອ່ານປຶ້ມ 30 ນາທີ ແລ້ວຈຶ່ງກັບມາອ່ານໃໝ່ ຈະເຮັດໃຫ້ເຮົາສາມາດຈື່ຈຳໃນສິ່ງທີ່ອ່ານ ຫຼາຍກວ່າການອ່ານແບບບໍ່ຢຸດ  ເພາະສະໝອງຂອງຄົນເຮົາແມ່ນບໍ່ສາມາດຮັບຂໍ້ມູນໄດ້ຕະຫຼອດເວລາ ເພາະເວລາເຮັດຫຍັງບາງຢ່າງຕໍ່ເນື່ອງກັນ ໂດຍບໍ່ມີການພັກຜ່ອນ ຈະເຮັດໃຫ້ສະໝອງບໍ່ສາມາດຮັບຂໍ້ມູນໄດ້ຕໍ່. ນອກຈາກນັ້ນ, ຍັງຈະເຮັດໃຫ້ການຮັບຂໍ້ມູນຊ້າລົງ ແລະ ຮູ້ສຶກເມື່ອຍອີກພ້ອມ.

ທີ່ມາ: https://bit.ly/3DMKfof

ພາບ: Medium, trueplookpanya.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/