ນະວັດຕະກຳໃໝ່ “ທໍ່ດູດຢຸດສະເອິ” ພຽງແຕ່ໃຊ້ດູດກໍເຊົາສະເອິໄດ້!!!


ເວລາທີ່ເຮົາສະເອິ ເຄີຍບໍ່? ລອງເຮັດມາຫຼາຍວິທີທີ່ມີຄົນແນະນຳມາ ແຕ່ກໍບໍ່ເຊົາຈັກເທື່ອ ແຕ່ມື້ນີ້ເຮົາສາມາດເຊົາສະເອິໄດ້ທັນໃຈເລີຍ! ເພາະວ່ານັກວິທະຍາສາດໄດ້ຄິດຄົ້ນນະວັດຕະກຳໃໝ່ທີ່ແກ້ບັນຫາດັ່ງກ່າວໄດ້ແລ້ວ ນັ້ນກໍຄື “ທໍ່ດູດຢຸດສະເອິ” ນັ້ນເອງ.

Dr.Seifi ຈາກສະຫະລັດອາເມຣິກາ ຜູ້ຜະລິດທໍ່ດູດນີ້ຂຶ້ນມາ ເປັນແພດທີ່ຮັກສາຜູ້່ປ່ວຍທີ່ບາດເຈັບທາງລະບົບປະສາດ ໃນຂັ້ນຕອນຂອງການຟື້ນຕົວ ຜູ້ປ່ວຍມັກຈະສະເອິຢູ່ເລື້ອຍໆ ເນື່ອງຈາກອາການບາດເຈັບຂອງສະໝອງ ລາວຈຶ່ງຄິດຄົ້ນວິທີຊ່ວຍພວກເຂົາມາຫຼາຍປີ ແລະ ໃນທີ່ສຸດກໍຄິດຄົ້ນທໍ່ດູດຢຸດສະເອິ ຫຼື HiccAway ຂຶ້ນມາ.

ມັນເຮັດວຽກດ້ວຍຮູປັບລະດັບແຮງດັນຂອງນ້ຳ ເມື່ອດູດນ້ຳຈາກທໍ່ນີ້ ແຮງດັນຈະເຮັດໃຫ້ເສັ້ນປະສາດ Phrenic ເຮັດວຽກ ແລະ ເຮັດໃຫ້ກະບັງລົມຫົດຕົວ ໃນຂະນະດຽວກັນກໍກະຕຸ້ນໃຫ້ເສັ້ນປະສາດ Vagus ເຮັດວຽກ ປິດຝາປິດກ່ອງສຽງ epiglottis ຈົນເຊົາສະເອິ.

ນອກຈາກຜູ້ທີ່ປ່ວຍແລ້ວ ປະຊາຊົນທົ່ວໄປກໍສາມາດໃຊ້ທໍ່ດູດດັ່ງກ່າວໄດ້ເຊັ່ນກັນ ໃຜທີ່ມັກເກີດອາການສະເອິຢູ່ເລື້ອຍໆອາດຈະຖືກໃຈສິ່ງນີ້ບໍ່ໜ້ອຍເລີຍ ບໍ່ຕ້ອງຖ້າຄົນມາເຮັດໃຫ້ຕົກໃຈ ຫຼື ກິນນ້ຳຈົນອິ່ມ ແຖມລາຄາຂອງມັນກໍຢູ່ທີ່ 14 ໂດລາເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/